ກອງທັບປະຊາຊົນລາວ
 
ວັນອັງຄານ, ວັນທີ 18 ສິງຫາ 2026

  

ກອງ​ພົນ​ທີ 5 ມອບ​ເງິນ​ອຸດ​ໜູນ​ເທື່ອ​ດຽວ ແລະ ເງິນ​ອຸດ​ໜູນ​ຄອບຄົວ​ຜູ້​ເສຍ​ຊີວິດ
ເວລາອອກຂ່າວ: 2026-07-17 09:00:03 | ຜູ້ຂຽນ : admin1 | ຈຳນວນຄົນເຂົ້າຊົມ: 244 | ຄວາມນິຍົມ:



ວັນ​ທີ 14 ກໍລະກົດ 2026 ນີ້, ກອງ​ພົນ​ທີ 5 ໄດ້​ຈັດ​ພິທີ​ມອບ​ເງິນ​ອຸດ​ໜູນ​ເທື່ອ​ດຽວ ແລະ ເງິນ​ອຸດ​ໜູນ​ຄອບຄົວ​ຜູ້​ເສຍ​ຊີວິດ ໂດຍ​ການ​ເປັນ​ປະທານ​ຂອງ ສະຫາຍ ພັນ​ເອກ ວຽງ​ແກ້ວ ມະຫາ​ໄຊ ຫົວໜ້າ​ຫ້ອງ​ການເມືອງ ກອງ​ພົນ​ທີ 5, ມີ​ບັນດາ​ສະຫາຍ​ຈາກ​ພະ​ແນກ​ວິຊາ​ການ​ຕະຫຼອດ​ຮອດ ບັນດາ​ສະຫາຍ​ທີ່​ເຂົ້າ​ຮັບ​ເງິນ​ອຸດ​ໜູນ​ເຂົ້າ​ຮ່ວມ. ສະຫາຍ ພັນ​ໂທ ຄຳ​ໄພ ປະທຸມ​ທອງ ຫົວໜ້າ​ພະ​ແນກ​ພະນັກງານ ກອງ​ພົນ​ທີ 5 ໄດ້​ຜ່ານ​ຂໍ້​ຕົກລົງ​ວ່າ​ດ້ວຍ​ການ​ອະນຸມັດ​ໃຫ້​ນາຍ​ທະຫານ​ອອກ​ການ​ຮັບ​ເງິນ​ອຸດ​ໜູນ​ເທື່ອ​ດຽວ. ອີງ​ຕາມ​ກົດ​ໜາຍ​ນາຍ​ທະຫານ​ກອງທັບ​ປະຊາຊົນ​ລາວ ( ສະບັບ​ປັງ​ປຸງ ) ໜວດ​ທີ 1 ມາດຕາ 32 ແລະ ອີງ​ຕາມ​ກົດ​ໜາຍ​ວ່າ​ດ້ວຍ​ປະກັນ​ສັງຄົມ ( ສະບັບ​ປັບປຸງ ) ກົມ​ໃຫ່​​ຍ​ການເມືອງ​ກອງທັບ ຕົກລົງ​ມອບ​ເງິນ​ອຸດ​ໜູນ​ເທື່ອ​ດຽວ ໃຫ້​ພະນັກງານ-ນັກຮົບ ແລະ ມອບ​ເງິນ​ເສຍ​ຊີວິດ​ໃຫ້​ຄອບຄົວ​ພະ ນັກງານ​ຢູ່​ກອງ​ພົນ​ທີ 5 ຈຳນວນ 15 ສະຫາຍ. ໃນ​ນີ້​ໄດ້​ມອບ​ເງິນ​ອຸດ​ໜູນ​ອອກ​ທະຫານ ຈຳນວນ 12 ສະຫາຍ, ມອບ​ເງິນ​ໃຫ້​ຄອບຄົວ​ຜູ້​ເສຍ​ຊີວິດ ຈຳນວນ 3 ສະຫາຍ ລວມ​ເງິນ​ທັງ​ໜົດ 1.061.521.354 ກີບ. ໂດຍ: ໄຊ​ຍະ​ຄານ



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ