ການນຳພັກ - ລັດ ຂັ້ນສູງ ແລະ ມວນຊົນຮ່ວມໃສ່ບາດໃນໂອກາດບຸນພະທາດຫຼວງວຽງຈັນປີ 2018
ເວລາອອກຂ່າວ: 2018-11-25 13:13:20 | ຜູ້ຂຽນ : ພິດສະໄໝ ສອນວິໄລ | ຈຳນວນຄົນເຂົ້າຊົມ: 1583 | ຄວາມນິຍົມ: ![]()
ການນຳພັກ-ລັດຂັ້ນສູງ, ໂດຍມີ ທ່ານ ບຸນຍັງ ວໍລະຈິດ ປະທານປະເທດແຫ່ງ ສປປ ລາວ, ພ້ອມດ້ວຍບັນດາການນຳ ຄະນະລັດຖະບານ, ການນຳນະ ຄອນຫຼວງວຽງຈັນ, ມວນຊົນ ຊາວນະຄອນຫຼວງວຽງຈັນຕະ ຫຼອດຄົນເຊື້ອຊາດລາວທີ່ຢູ່ ຕ່າງປະເທດ ແລະ ຊາວຕ່າງປະ ເທດໄດ້ພ້ອມກັນເຂົ້າຮ່ວມພິທີ ໃສ່ບາດຖວາຍສັງຄະທານແກ່ພະສົງ-ສາມະເນນທີ່ ມາຈາກພາຍໃນ ແລະ ຕ່າງປະ ເທດຈຳນວນ 5.000 ກວ່າອົງທີ່ ມາຮ່ວມໃນວັນບຸນນະມັດສະ ການພະທາດຫຼວງວຽງຈັນປະ ຈຳປີ 2018, ໃນຕອນເຊົ້າຂອງ ວັນທີ 22 ພະຈິກ 2018 ນີ້, ຢູ່ທີ່ ເດີ່ນພະທາດຫຼວງ, ນະຄອນຫຼວງ ວຽງຈັນຢ່າງຄັບຄາໜາແໜ້ນ.
ພິທີໃສ່ບາດບໍລິຈາກສັງຄະ ທານໃນໂອກາດບຸນພະທາດຫຼວງ ແມ່ນກິດຈຳກຳໜຶ່ງທີ່ສຳຄັນ, ເຊິ່ງ ເຄີຍປະຕິບັດຕໍ່ກັນມາແຕ່ບູຮານ ນະການ ແລະ ຖືວ່າເປັນປາງບຸນ ໃຫຍ່ຂອງປວງຊົນລາວທັງຊາດ ເພື່ອເປັນການອຸທິດບຸນກຸສົນເຖິງ ດວງວິນຍານຂອງບັນພະບູລຸດ ທີ່ລ່ວງລັບໄປແລ້ວນັ້ນ, ນອກນັ້ນ ຍັງເປັນການສະແດງເຖິງຄວາມ ສາມັກຄີເປັນປຶກແຜ່ນຂອງປວງ ຊົນລາວ ເຊິ່ງເປັນຊາດໜຶ່ງທີ່ມີ ວັດທະນະທຳປະເພນີອັນງົດງາມ ແລະ ເປັນເອກະລັກຄວນແກ່ການ ສືບທອດ ແລະ ອະນຸລັກສົ່ງເສີມ ໃຫ້ຄູ່ກັບຄົນລາວ ແລະ ຊາດລາວ ສືບຕໍ່ໄປ.
ພິທີໄດ້ເລີ່ມຕົ້ນຂຶ້ນໂດຍການ ຈູດທູບທຽນເພື່ອບູຊາພະລັດຕະ ນະໄຕຂອງທ່ານປະທານປະເທດ ບຸນຍັງ ວໍລະຈິດ ຈາກນັ້ນໄດ້ໄຫວ້ ພະຮັບສິນຖວາຍທານ, ຟັງທຳ ມະເທສະໜາຮັບພອນ ແລະ ໃສ່ ບາດຢາດນໍ້າຕາມລຳດັບຖືກຕ້ອງ ສອດຄ່ອງຕາມພິທີທາງພຸດທະ ສາສະໜາ.
ໃນຕອນບ່າຍກໍຈະມີພິທີແຂ່ງ ຂັນຕີຄີ ແລະ ໃນຕອນຄໍ່າມື້ດຽວ ກັນນັ້ນກໍຈະມີພິທີແຫ່ງທຽນອ້ອມ ພະທາດຫຼວງ ເຊິ່ງເປັນສີສັນອັນ ງົດງາມສ້າງຄວາມສົນໃຈແກ່ ມວນຊົນທັງພາຍໃນ ແລະ ຕ່າງ ປະເທດ.
ໂດຍ: ຈັນທະວົງ ອຸ່ນວິໄລຫົງ
news to day and hot news
ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ
ຂ່າວມື້ນີ້
ຂ່າວຍອດນິຍົມ
ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ















