ເຜີຍແຜ່ກົດລະບຽບ ຂອງກອງທັບປະຊາຊົນລາວ ຢູ່ກຳລັງຫຼວງ-ກຳລັງທ້ອງຖິ່ນ ເຂດພາກກາງ
ເວລາອອກຂ່າວ: 2026-07-17 11:33:40 | ຜູ້ຂຽນ : admin2 | ຈຳນວນຄົນເຂົ້າຊົມ: 898 | ຄວາມນິຍົມ: ![]()
ວັນທີ 15 ກໍລະກົດ 2026 ນີ້, ທີ່ສະໂມສອນກອງພົນທີ 4 ໄດ້ຈັດຕັ້ງເຜີຍແຜ່ກົດລະບຽບຂອງກອງທັບປະຊາຊົນລາວ, ໂດຍການເປັນປະທານ ແລະ ເຜີຍແຜ່ ຂອງສະຫາຍ ພົນຕີ ວັນທອງ ບຸດຕະວົງ ກຳມະການຄະນະປະຈຳພັກກະຊວງປ້ອງກັນປະເທດ, ຮອງຫົວໜ້າກົມໃຫຍ່ເສນາທິການກອງທັບ, ມີສະຫາຍ ພັນເອກ ໃຈເພັດ ວົງແສນສົມ ຫົວໜ້າການເມືອງ ກອງພົນທີ 4, ມີຄະນະພັກ-ຄະນະບັນຊາກອງພົນ, ກອງບັນຊາການທະຫານແຂວງສະຫວັນນະເຂດ, ຄຳມ່ວນ, ກອງພັນໃຫຍ່ 619, 644, 401, 402, ໂຮງງານປະສານເຫຼົ່າພາກກາງ, ໂຮງໝໍບໍລິເວນ 109 ກອງທັບ, ສ້າງນ້ຳມັນ ເລກ 9, ສ້າງ ອໍ 4, ບັນດາພະແນກການ ແລະ ພະນັກງານຫຼັກແຫຼ່ງແຕ່ລະກົມກອງ ເຂົ້າຮ່ວມ.
ສະຫາຍ ພົນຕີ ວັນທອງ ບຸດຕະວົງ ໄດ້ເຜີຍແຜ່ກົດລະບຽບ ຂອງກອງທັບປະຊາຊົນລາວ, ເຊິ່ງປະກອບມີ XVI ພາກ, 56 ໝວດ, 299 ມາດຕາ ເພື່ອເຮັດໃຫ້ຄະນະພັກ-ຄະນະບັນຊາ ທຸກຂັ້ນ ຕະຫຼອດຮອດພະນັກງານຫຼັກແຫຼ່ງທັງ ກຳລັງຫຼວງ-ກຳລັງທ້ອງຖິ່ນ ໄດ້ຮັບຮູ້ເຂົ້າໃຈຕໍ່ບັນດາຂໍ້ກຳນົດ, ກົດລະບຽບຂອງກອງທັບ ເພື່ອພ້ອມກັນຕັ້ງໜ້າປັບປຸງແກ້ໄຂ ແລະ ປະຕິບັດໃຫ້ຖືກຕ້ອງຕາມລະບຽບການ ຂອງກອງທັບປະຊາຊົນລາວ ຢ່າງເຂັ້ມງວດ ໃນການຈັດຕັ້ງເຄື່ອນໄຫວປະຕິບັດໜ້າທີ່, ການປັບປຸງກໍ່ສ້າງກໍາລັງຢ່າງເປັນເອກະພາບ ແລະ ກາຍເປັນກຳລັງແຮງສັງລວມໃຫ້ກອງທັບ ສາມາດເຮັດສຳເລັດໜ້າທີ່ ຕາມການຈັດຕັ້ງຂັ້ນເທິງມອບໝາຍໃຫ້, ເຊີ່ງກົດລະບຽບສະບັບນີ້ ແມ່ນຄໍາສັ່ງອັນເດັດຂາດ ຂອງຜູ້ບັນຊາສູງສຸດ, ແມ່ນກົດບັງຄັບ ໃຫ້ນາຍ ແລະ ພົນທະຫານ ຂອງກອງທັບປະຊາຊົນລາວທຸກຄົນ ຕ້ອງໄດ້ປະຕິບັດຢ່າງເຂັ້ມງວດ, ຍ້ອນແນວນັ້ນ ຈຶ່ງມີຄວາມໝາຍຄວາມສໍາຄັນຕັດສິນເຖິງການເຕີບໃຫຍ່ຂະຫຍາຍຕົວ ແລະ ຄວາມເຂັ້ມແຂງ ຂອງກອງທັບປະຊາຊົນລາວ, ທັງເປັນເຂັມຊີ້ທິດໃຫ້ແກ່ການປັບປຸງກໍ່ສ້າງກອງທັບປະຊາຊົນລາວ ໃຫ້ໜັກແໜ້ນ, ເຂັ້ມແຂງ, ເປັນກອງທັບປະຕິວັດ, ທີ່ມີແບບແຜນອັນແຫຼມຄົມ ແລະ ທັນສະໄໝ.
ໂດຍ: ໂພຄຳ ພອນປະເສີດ ກອງພົນທີ 4
news to day and hot news
ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ
ຂ່າວມື້ນີ້
ຂ່າວຍອດນິຍົມ
ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ















