ກອງສິລະປະກອນກອງທັບ ສະເຫຼີມສະຫຼອງວັນສ້າງຕັ້ງສະຫະພັນແມ່ຍິງລາວ ຄົບຮອບ 71 ປີ
ເວລາອອກຂ່າວ: 2026-07-17 15:09:04 | ຜູ້ຂຽນ : admin2 | ຈຳນວນຄົນເຂົ້າຊົມ: 989 | ຄວາມນິຍົມ: ![]()
ວັນທີ 17 ກໍລະກົດ 2026 ນີ້, ກອງສິລະປະກອນກອງທັບ ໄດ້ຈັດພິທີສະເຫຼີມສະຫຼອງວັນສ້າງຕັ້ງສະຫະພັນແມ່ຍິງລາວ ຄົບຮອບ 71 ປີ (20 ກໍລະກົດ 1955-20 ກໍລະກົດ 2026), ໂດຍການເປັນປະທານ ຂອງສະຫາຍ ພັນເອກ ຈັນທີ ບຸດດາແກ້ວ ຫົວໜ້າການເມືອງ ກອງສິລະປະກອນກອງທັບ, ມີຄະນະພັກ-ຄະນະບັນຊາ ແລະ ພະນັກງານ-ນັກຮົບ ເຂົ້າຮ່ວມ.
ໃນພິທີ, ສະຫາຍ ພັນເອກ ຈັນທີ ບຸດດາແກ້ວ ໄດ້ຍົກໃຫ້ເຫັນຄືນມູນເຊື້ອແຫ່ງການເຕີບໃຫຍ່ຂະຫຍາຍຕົວ ແລະ ຜົນງານການເຄື່ອນໄຫວອັນໂດດເດັ່ນ ຂອງສະຫະພັນແມ່ຍິງລາວ ຕະຫຼອດໄລຍະ 71 ປີຜ່ານມາ, ແມ່ຍິງລາວ ທີ່ໄດ້ອຸທິດເຫື່ອແຮງ, ສະຕິປັນຍາ ເຂົ້າໃນພາລະກິດຕໍ່ສູ້ກູ້ຊາດໃນອະດີດ ດ້ວຍຄວາມອົງອາດກ້າຫານ, ປັດຈຸບັນການເຄື່ອນໄຫວນັບມື້ກວ້າງຂວາງ ໂດຍສະເພາະແມ່ນການຊຸກຍູ້ຂະບວນການປະຕິບັດຂໍ້ແຂ່ງຂັນ 3 ດີ ຕິດພັນກັບຂະບວນການແຂ່ງຂັນ "ຮັກຊາດ ແລະ ພັດທະນາ", ການສ້າງຄອບຄົວຕົວແບບ ໃຫ້ກາຍເປັນຂະບວນການທີ່ຟົດຟື້ນ, ກວ້າງຂວາງ ແລະ ເລິກເຊິ່ງ ຕິດພັນກັບການສ້າງຂະບວນການລວມ ຂອງພັກ, ຂອງຊາດ ແລະ ຂອງກອງທັບ.
ຈາກນັ້ນ, ກໍໄດ້ຈັດກິດຈະກຳສ້າງສັນ, ຖາມ-ຕອບ ວິທະຍາສາດ, ການໂຕ້ວາທີ, ການຟ້ອນ ແລະ ການຮ້ອງເພງລວມໝູ່ ເຮັດໃຫ້ບັນຍາກາດ ຂອງພິທີເຕັມໄປດ້ວຍຄວາມເບີກບານມ່ວນຊື່ນ, ຄຶກຄື້ນ ແລະ ມີຄວາມໝາຍຄວາມສຳຄັນ.
ໂດຍ: ວັນນະລັກ ວົງພົມ
news to day and hot news
ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ
ຂ່າວມື້ນີ້
ຂ່າວຍອດນິຍົມ
ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ















