ສະຫາຍ ພົນຕີ ພັນແສງ ບຸນພັນ ພົບປະໂອ້ລົມພະນັກງານຫຼັກແຫຼ່ງ ຢູ່ໂຮງຮຽນກໍ່ສ້າງນາຍສິບເລກ 2 ວຽງໄຊ
ເວລາອອກຂ່າວ: 2026-07-17 15:14:50 | ຜູ້ຂຽນ : admin2 | ຈຳນວນຄົນເຂົ້າຊົມ: 945 | ຄວາມນິຍົມ: ![]()
ວັນທີ 16 ກໍລະກົດ 2026 ນີ້, ສະຫາຍ ພົນຕີ ພັນແສງ ບຸນພັນ ກຳມະການຄະນະປະຈຳພັກກະຊວງປ້ອງກັນປະເທດ, ຫົວໜ້າການທະຫານ ວິທະຍາຄານປ້ອງກັນຊາດ ໄກສອນ ພົມວິຫານ ພ້ອມຄະນະ ໄດ້ລົງຢ້ຽມຢາມ ແລະ ພົບປະໂອ້ລົມພະນັກງານຫຼັກແຫຼ່ງ ຢູ່ໂຮງຮຽນກໍ່ສ້າງນາຍສິບເລກ 2 ວຽງໄຊ, ໂດຍການຕ້ອນຮັບຂອງສະຫາຍ ພົນຈັດຕະວາ ວົງມະນີຈັນ ສາມາວົງ ຫົວໜ້າການທະຫານໂຮງຮຽນ ພ້ອມຄະນະ, ມີຄະນະພັກ-ຄະນະບັນຊາຫ້ອງການ ຕະຫຼອດຮອດ ພະນັກງານຫຼັກແຫຼ່ງ ໃນທົ່ວໂຮງຮຽນ ເຂົ້າຮ່ວມຢ່າງພ້ອມພຽງ.
ສະຫາຍ ພົນຈັດຕະວາ ວົງມະນີຈັນ ສາມາວົງ ໄດ້ລາຍງານໂດຍຫຍໍ້ກ່ຽວກັບການເຄື່ອນໄຫວປະຕິບັດໜ້າທີ່ວຽກງານໃນໄລຍະຜ່ານມາ ຄະນະພັກ-ຄະນະອໍານວຍການໂຮງຮຽນ ໄດ້ເອົາໃຈໃສ່ເພີ່ມທະວີຊີ້ນຳບັນດາພະນັກງານ-ນັກຮົບ, ຄູ-ອາຈານຍົກສູງນໍ້າໃຈເພິ່ງຕົນເອງ, ກຸ້ມຕົນເອງ ແລະ ສ້າງຄວາມເຂັ້ມແຂງດ້ວຍຕົນເອງ, ສະເພາະນັກຮຽນ-ນັກສຶກສາ ແມ່ນໄດ້ອອກແຮງແຂ່ງຂັນກັນດຸໝັ່ນຄົ້ນຄວ້າຮ່ຳຮຽນເຝິກຝົນຫຼໍ່ຫຼອມຕົນເອງໃນທຸກດ້ານ ເພື່ອສ້າງຕົນເອງໃຫ້ກາຍເປັນພະນັກງານສືບທອດທີ່ມີຄຸນນະພາບໃຫ້ກອງທັບປະຊາຊົນລາວ.
ໂອກາດນີ້ ສະຫາຍ ພົນຕີ ພັນແສງ ບຸນພັນ ໄດ້ໂອ້ລົມ ແລະ ສະແດງຄວາມຍ້ອງຍໍຊົມເຊີຍ ຕໍ່ຜົນງານທີ່ຍາດມາໄດ້ໃນໄລຍະຜ່ານມາ, ພ້ອມທັງຍົກໃຫ້ເຫັນສະພາບການຂອງໂລກ ແລະ ພາກພື້ນທີ່ຜັນແປໄປຢ່າງສະຫຼັບສັບຊ້ອນ ມີທັງສິ່ງທີ່ເອື້ອອຳນວຍ, ທ້າທາຍ ແລະ ທົດສອບຫຼາຍປະການ ແລະ ຮຽກຮ້ອງໃຫ້ ຄະນະພັກ-ຄະນະບັນຊາ, ພະນັກງານຫຼັກແຫຼ່ງທຸກສະຫາຍ ຕ້ອງເພີ່ມທະວີບົດບາດການຊີ້ນຳໆພາ ສຶກສາອົບຮົມການເມືອງແນວຄິດ ໃຫ້ນາຍ ແລະ ພົນທະຫານ ໃນທົ່ວໂຮງຮຽນ ໃຫ້ມີຄຸນທາດການເມືອງໜັກແໜ້ນ, ເຊື່ອໝັ້ນຕໍ່ການນຳພາຂອງພັກ ມີຄວາມຕັ້ງຕໍ່ບໍລິສຸດ,ມີຄວາມຈົ່ງຮັກພັກດີຕໍ່ ພັກ-ລັດ ,ມີຄວາມມີຄວາມກະຕືລືລົ້ນໃນການປະຕິບັດໜ້າທີ່ການເມືອງ, ຍອມເສຍສະຫຼະເພື່ອຜົນປະໂຫຍດສ່ວນລວມ, ເພື່ອປະເທດຊາດ, ປັບປຸງແບບແຜນວິທີເຮັດວຽກ ໃຫ້ມີວິທະຍາສາດ, ເຄົາລົບ ແລະ ປະຕິບັດຫຼັກການ ນໍາພາຂອງພັກ ເຮັດວຽກແບບລວມສູນປະຊາທິປະໄຕ ນຳພາເປັນໝູ່ຄະນະ ແບ່ງວຽກບຸກຄົນຮັບຜິດຊອບ, ເອົາໃຈໃສ່ ຍົກລະດັບ ປັບປຸງການຮຽນ-ການສອນໃຫ້ມີຄຸນະພາບດີຂຶ້ນ, ປັບປຸງຄ້າຍຄູ, ແກ້ໄຂຊີວິດການເປັນຢູ່ຂອງກົມກອງໃຫ້ດີຂຶ້ນ, ປະຕິບັດຕາມທິດກຸ້ມຕົນເອງເພິ່ງຕົນເອງ ແລະ ສ້າງຄວາມເຂັ້ມແຂງດ້ວຍເອງ ຕາມເງື່ອນໄຂຄວາມຄວາມອາດສາມາດ, ພ້ອມກັນ ສ້າງພະນັກງານລຸ້ນສືບທອດ ໃຫ້ມີຄຸນະພາບ ເພື່ອພັດທະນາກອງທັບປະຊາຊົນລາວ.
ໂດຍ : ຄຳແປງ ຟອງສາຍໄໝ ແລະ ນາງ ແກ້ວໃຈ ຂາວວໍລະວົງ.
news to day and hot news
ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ
ຂ່າວມື້ນີ້
ຂ່າວຍອດນິຍົມ
ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ















