ກອງທັບປະຊາຊົນລາວ
 
ວັນອັງຄານ, ວັນທີ 18 ສິງຫາ 2026

  

ທະຫານນະຄອນຫຼວງວຽງຈັນ ມອບເງິນອຸດໜູນບຳນານ ແລະ ລຸລ່ວງໃຫ້ພະນັກງານພັກການ ເພື່ອກຽມຮັບບໍານານ
ເວລາອອກຂ່າວ: 2026-07-17 15:18:38 | ຜູ້ຂຽນ : admin2 | ຈຳນວນຄົນເຂົ້າຊົມ: 1010 | ຄວາມນິຍົມ:



ວັນທີ 17 ກໍລະກົດ 2026 ນີ້, ກອງບັນຊາການທະຫານນະຄອນຫຼວງວຽງຈັນ ໄດ້ຈັດພິທີມອບເງິນຊົດເຊີຍອຸດໜູນບຳນານ ແລະ ລຸລ່ວງໃຫ້ພະນັກງານພັກການ ເພື່ອກຽມຮັບບໍານານ, ໂດຍການເປັນປະທານ ຂອງສະຫາຍ ພົນຈັດຕະວາ ໂສພາວັນ ທໍາມະເທວາ ຫົວໜ້າການເມືອງ ກອງບັນຊາການທະຫານນະຄອນຫຼວງວຽງຈັນ, ມີຄະນະພັກ-ຄະນະບັນຊາອົງການ 5 ຫ້ອງ, ພະແນກການ ແລະ ພາກສ່ວນທີ່ກ່ຽວຂ້ອງ ເຂົ້າຮ່ວມ. ສະຫາາຍ ພັນໂທ ກິແກ້ວ ວິໄລຈິດ ຫົວໜ້າພະແນກພະນັກງານ ໄດ້ຜ່ານຂໍ້ຕົກລົງ ຂອງກະຊວງປ້ອງກັນປະເທດ ວ່າດ້ວຍການອະນຸມັດໃຫ້ນາຍທະຫານ ຢູ່ກອງບັນຊາການທະຫານນະຄອນຫຼວງວຽງຈັນ ພັກການຮັບບຳນານ ຈໍານວນ 27 ສະຫາຍ ແລະ ລຸລ່ວງໃຫ້ພັກການກຽມຮັບບໍານານ ຈໍານວນ 25 ສະຫາຍ. ໂອກາດນີ້, ສະຫາຍ ພົນຈັດຕະວາ ໂສພາວັນ ທໍາມະເທວາ ໄດ້ມອບເງິນຊົດເຊີຍອຸດໜູນບຳນານ ໃຫ້ແກ່ພະນັກງານນາຍທະຫານຂອງຕົນຢ່າງເປັນທາງການ ແລະ ເນັ້ນໜັກໃຫ້ບັນດາສະຫາຍໄດ້ຮັບນະໂຍບາຍພັກການບຳນານ ຈາກຂັ້ນເທິງແລ້ວ ຕ້ອງໄດ້ພ້ອມກັນເປັນແບບຢ່າງທີ່ດີ ໃຫ້ແກ່ພະນັກງານ-ນັກຮົບ ເພື່ອເຮັດໃຫ້ເຂົາເຈົ້າ ສືບຕໍ່ສ້າງຜົນງານກາຍເປັນພະນັກງານຮຸ່ນສືບທອດໃນອານາຄົດ ແລະ ປະກອບສ່ວນເຮັດໜ້າທີ່ປ້ອງກັນຊາດ-ປ້ອງກັນຄວາມສະຫງົບ ຢູ່ພາຍໃນບ້ານທີ່ຕົນສັງກັດ ໃຫ້ມີຄວາມສະຫງົບປອດໄພ. ໂດຍ ແສງດາລາ ໄຊຍະລາດ



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ