ກອງທັບປະຊາຊົນລາວ
 
ວັນພຸດ, ວັນທີ 19 ສິງຫາ 2026

  

ແມ່ຍິງລາວ ບໍ່ໄດ້ງົດງາມທາງດ້ານຮູບໂສມ ແລະ ກິລິຍາມາລະຍາດ
ເວລາອອກຂ່າວ: 2026-07-27 11:53:00 | ຜູ້ຂຽນ : admin2 | ຈຳນວນຄົນເຂົ້າຊົມ: 736 | ຄວາມນິຍົມ:



ຕະຫຼອດໄລຍະ 71 ປີຜ່ານມາ, ແມ່ຍິງລາວ ຍາມໃດກໍອຸທິດສະຕິປັນຍາ ແລະ ກໍາລັງວັງຊາເຂົ້າໃນພາລະກິດປົກປັກຮັກສາ ແລະ ສ້າງສາພັດທະນາປະເທດຊາດ ຄຽງບ່າຄຽງໄຫຼ່ກັບເພດຊາຍດ້ວຍຄວາມອົງອາດກ້າຫານ ແລະ ເດັດດ່ຽວ ໜຽວແໜ້ນສະເໝີມາ, ມູນເຊື້ອອັນດີງາມ ຂອງແມ່ຍິງລາວ ບໍ່ໄດ້ໝາຍເຖິງພຽງແຕ່ຄວາມງົດງາມທາງດ້ານຮູບໂສມ ແລະ ກິລິຍາມາລະຍາດທີ່ ເປັນເອກະລັກຂອງຊາດເທົ່ານັ້ນ, ແຕ່ຄື ສະຕິປັນຍາອັນສະຫຼາດສ່ອງໃສ, ຄວາມເສຍສະຫຼະອັນສູງສົ່ງ ເຂົ້າໃນທຸກບາດກ້າວແຫ່ງພາລະກິດການຕໍ່ສູ້ກູ້ຊາດ, ປົກປັກຮັກສາ ແລະ ສ້າງສາພັດທະນາບ້ານເກີດເມືອງນອນ ຢ່າງພິລະອາດຫານ ແລະ ທໍລະຫົດອົດທົນ ບໍ່ຍອມຈຳນົນ ຂອງແມ່ຍິງລາວ ຍ້ອນແນວນັ້ນ, ຄຸນງາມຄວາມດີ ແລະ ມູນເຊື້ອອັນຈົບງາມເຫຼົ່ານີ້ ຈຶ່ງປຽບເໝືອນດອກໄມ້ຫຼາກສີ ທີ່ເບັ່ງບານຢ່າງສະຫງ່າງາມ ຢູ່ທ່າມກາງຄວາມຮັກຊາດ, ຄວາມສາມັກຄີ ແລະ ຄວາມມີສະຕິຕື່ນຕົວພັດທະນາຕົນເອງ ແລະ ພັດທະນາ ປະເທດຊາດຢ່າງບໍ່ຢຸດຢັ້ງ. ເນື່ອງໃນໂອກາດວັນສ້າງຕັ້ງ ສະຫະພັນແມ່ຍິງລາວ ຄົບຮອບ 71 ປີ (20 ກໍລະກົດ 1955-20 ກໍລະກົດ 2026), ສະຫາຍ ພັນຕີ ນາງ ມຸ້ຍ ຫຼວງຄຳ ຫົວໜ້າພະແນກສະຫະພັນແມ່ຍິງ ກອງພົນທີ 5 ໃຫ້ສຳພາດວ່າ: ໃນຕະຫຼອດໄລຍະຜ່ານມາ, ສະຫະພັນແມ່ຍິງ ກອງພົນທີ 5 ພາຍໃຕ້ການຊີ້ນໍາ ຂອງຫ້ອງການສະຫະພັນແມ່ຍິງກອງທັບ ແລະ ຄະນະພັກ-ຄະນະບັນຊາ ກອງພົນທີ 5, ໄດ້ສຸມໃສ່ວຽກງານສຶກສາອົບຮົມການເມືອງ-ນໍາພາແນວຄິດເປັນກົກ ເຮັດໃຫ້ສະມາຊິກສະຫະພັນ ມີຄວາມອຸ່ນອຽນທຸ່ນທ່ຽງ, ເຊື່ອໝັ້ນຕໍ່ແນວທາງ ຂອງພັກ-ລັດ, ປະຕິບັດໜ້າທີ່ຂອງຕົນຢ່າງຕັ້ງໜ້າ, ເຂົ້າຮ່ວມທຸກຂະບວນການຢ່າງມີຄວາມກະຕື້ລືລົ້ນ, ເອົາໃຈໃສ່ພັດທະນາຕົນເອງ ຕາມເນື້ອໃນຂໍ້ແຂ່ງຂັນ 3 ດີ, ຕີຖອຍບັນດາປະກົດການຫຍໍ້ທໍ້, ຊຸກຍູ້ສົ່ງເສີມໃຫ້ສະມາຊິກສະຫະພັນແມ່ຍິງ ຮັກສາມູນເຊື້ອຮັກກຽດສັກສີຂອງຕົນ, ປະຕິບັດໜ້າທີ່ຄຽງບ່າຄຽງໄຫຼ່ກັບເພດຊາຍ ເພື່ອປັບປຸງກໍ່ສ້າງກົມກອງໃຫ້ມີຄວາມສະອາດຈົບງາມ ໃຫ້ກາຍເປັນກົມກອງ 3 ປອດ ແລະ ກອງວັດທະນະທຳ. ວຽກງານທີ່ພົ້ນເດັ່ນ ແມ່ນພະແນກສະຫະພັນແມ່ຍິງ ໄດ້ເຄື່ອນໄຫວມອບເຄື່ອງນໍາຄະນະ ປະທານສະຫະພັນແມ່ຍິງລາວ ແລະ ຄະນະຫ້ອງການສະຫະພັນແມ່ຍິງກອງທັບ ໄປມອບເຄື່ອງໃຫ້ກໍາລັງທະຫານຊາຍແດນ, ໄດ້ລົງປຸກລະດົມຊຸຍູ້ວຽກງານ 3 ດີ ຕິດພັນກັບກິດຈະກຳຖາມ-ຕອບ ຮ່ວມກັບອົງການຈັດຕັ້ງຊາວໜຸ່ມ ໂດຍໃຕ້ການນໍາພາ ຂອງຜູ້ຊີ້ນໍາອົງການຈັດຕັ້ງມະຫາຊົນກອງພົນ, ສະມາຊິກສະຫະພັນແມ່ຍິງ ໄດ້ເຂົ້າຮ່ວມການເຝິກອົບຮົມການທະຫານປະຈຳປີນໍາກົມກອງ ຈໍານວນ 50 ສະຫາຍ, ເຂົ້າຮ່ວມການຜະລິດເຂົ້ານາປີຕາມລະດູການນໍາກົມກອງ ນອກນັ້ນ, ຍັງມີຄວາມສາມາດປະດິດບົດຟ້ອນບົດເພງ ເພື່ອສະແດງຕ້ອນຮັບແຂກ ແລະ ນໍາໄປປະກວດແຂ່ງຂັນກັບກົມກອງອື່ນ ໃນການສະເຫຼີມສະ ຫຼອງວັນປະຫວັດສາດສໍາຄັນຕ່າງໆ ຈາກຜົນງານດັ່ງກ່າວ, ສາມາດຍາດສ້າງຄອບຄົວຕົວແບບດ້ານການປູກຝັງໄດ້ 1 ຄອບຄົວ (ພັນຕີ ນາງ ປາລິຊາດ ຄໍາພິໄລ) ແລະ ບຸກຄົນຕົວແບບ 5 ສະຫາຍ. ເພື່ອສະເຫຼີມສະຫຼອງ ວັນສ້າງຕັ້ງສະຫະພັນແມ່ຍິງລາວ ຄົບຮອບ 71 ປີ, ສະຫະພັນແມ່ຍິງກອງພົນ ໄດ້ສ້າງແຜນການ ປະຖະກະຖາ ລະນຶກເຖິງມູນເຊື້ອອັນດີງາມ ຂອງແມ່ຍິງລາວ ຕິດພັນກັບການສ້າງກິດຈະກຳ ເປັນຕົ້ນແມ່ນການອອກແຮງງານລວມກັບ ຊາວໜຸ່ມ-ສະຫະພັນແມ່ຍິງ ຈໍານວນ 15 ກົມກອງ ຈໍານວນພົນ ເຂົ້າຮ່ວມ 256 ສະຫາຍ, ຍິງ 50 ສະຫາຍ, ມີຟ້ອນລວມໝູ່, ຮ້ອງເພງລວມໝູ່, ກິລາດຶງເຊືອກ ແລະ ກິລາເປຕັງ. ໂອກາດນີ້, ໃນນາມຕາງໜ້າສະຫະພັນແມ່ຍິງ ກອງພົນທີ 5 ຂໍອວຍພອນໄຊອັນປະເສີດມາຍັງການນໍາພັກ-ລັດ, ຄະນະນໍາກະຊວງປ້ອງກັນປະເທດ, ຄະນະນໍາສູນກາງສະຫະພັນແມ່ຍິງລາວ, ຫ້ອງການສະຫະພັນແມ່ຍິງກອງທັບ ຈົ່ງມີສຸຂະພາບແຂງແຮງ, ສືບຕໍ່ນໍາພາ-ຊີ້ນຳ ແມ່ຍິງລາວ ໃຫ້ກ້າວໜ້າ, ຂໍອວຍພອນແດ່ແມ່ຍິງລາວທຸກທົ່ວໜ້າ ຈົ່ງມີສຸຂະພາບແຂງແຮງ, ມີຜົນສໍາເລັດໃນໜ້າທີ່ວຽກງານ, ສືບຕໍ່ປົກປັກຮັກສາ ແລະ ເສີມຂະຫຍາຍມູນເຊື້ອອັນດີງາມ ຂອງແມ່ຍິງລາວ ເຂົ້າໃນພາລະກິດປົກປັກຮັກສາ ແລະ ສ້າງສາພັດທະນາປະເທດຊາດ ໃຫ້ຈະເລີນຮຸ່ງເຮືອງ ແລະ ສີວິໄລ ຍິ່ງໆ ຂຶ້ນ.



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ