ກອງທັບປະຊາຊົນລາວ
 
ວັນອາທິດ, ວັນທີ 16 ສິງຫາ 2026

  

ຈາກ​ໜ່ວຍ​ຫຍິບ​ແສ່ວ​ສອງ​ຝາ​ມື​ເປົ່າ​ໃນ​ເຂດ​ທີ່ໝັ້ນ ສູ່​ໂຮງງານ​ຕັດຫຍິບ​ກອງທັບ ທີ່​ທັນ​ສະໄໝ​ລະດັບ​ແຖວ​ໜ້າ
ເວລາອອກຂ່າວ: 2026-07-28 09:13:55 | ຜູ້ຂຽນ : admin1 | ຈຳນວນຄົນເຂົ້າຊົມ: 573 | ຄວາມນິຍົມ:



ເນື່ອງ​ໃນ​ໂອກາດ ກະກຽມ​ສະເຫຼີມສະຫຼອງວັນ​ສ້າງຕັ້ງເຫຼົ່າ ​ຮົບ​ພະລາທິການ​ກອງທັບ ຄົບ ຮອບ 70 ປີ (5 ສິງຫາ 1956-5 ສິງຫາ 2026) ເຊິ່ງ​ເປັນ​ວັນ​ທີ່​ມີ​ຄວາມ​ໝາຍ​ປະຫວັດສາດ​ອັນ​ສຳຄັນ​ຍິ່ງຂອງ​ພັກ ແລະ ກອງ ທັບ ເວົ້າ​ສະເພາະ​ແມ່ນບັນດາ​ກົມ​ກອງ​ທົ່ວ​ເຫຼົ່າ​ຮົບ​ພະລາທິການ ໃນ​ນີ້, ໂຮງງານ​ຕັດຫຍິບ​ກອງທັບ ກໍ​ໄດ້​ຕິດ​ພັນ​ສະໜິດ​ແໜ້ນ ກັບພາ ລະກິດ​ປະຕິວັດ​ປົດ​ປ່ອຍ​ຊາດ ໃນ​ ອະດີດ ກໍ​ຄື ພາລະກິດ​ປົກ​ປັກ​ຮັກ ສາ ແລະ ສ້າງສາ​ພັດທະນາ​ປະ ເທດ​ຊາດ ໃນ​ປັດຈຸບັນຢ່າງ​ມີ​ຜົນ ສຳເລັດ​ອັນ​ສະຫງ່າ​ງາມ. ສະຫາຍ ພັນ​ເອກ ນາງ ພູວົງ ຫຼວງ​ລາຊາ ເລຂາ​ຄະນະ​ພັກ​ຮາກ​ຖານ, ອຳນວຍ​ການ​ໂຮງງານ​ຕັດຫຍິບ​ກອງທັບໄດ້​ໃຫ້​ຮູ້​ວ່າ: ໂຮງງານ​ຕັດຫຍິບ​ກອງທັບ ມີ​ຕົ້ນ​ກຳເນີດ​ມາ​ຈາກ “ໜ່ວຍ​ຫຍິບ​ ແສ່ວ​ຂອງ​ກອງທັບ​ລາວ​ອິດສະ ຫຼະ” ເຊິ່ງ​ໄດ້​ຮັບ​ການ​ສ້າງຕັ້ງ​ຂຶ້ນ​ໃນ​ວັນ​ທີ 9 ກັນຍາ 1963 ຕັ້ງ​ຢູ່​ເຂດ​ທີ່​ໝັ້ນ​ການ​ປະຕິວັດ​ແຂວງ​ຫົວພັນ ໂດຍ​ເລີ່ມ​ຕົ້ນ​ຈາກ​ພະນັກງານ-ກຳມະກອນ​ພຽງ 19 ສະຫາຍ ແລະ ມີ​ຈັກ​ຫຍິບ​ຢຽບ​ດ້ວຍ​ແຮງ​ຕີນ 11 ເຄື່ອງ. ພາຍຫຼັງ​ປະເທດ​ຊາດ​ໄດ້​ຮັບ​ການ​ປົດ​ປ່ອຍ, ໃນ​ວັນ​ທີ 10 ມີນາ 1976 ກົມ​ກອງ​ໄດ້​ຍ້າຍ​ລົງ​ມາ​ນະຄອນຫຼວງ​ວຽງ​ຈັນ (ຄ້າຍ​ກາ​ຟາ​ເກົ່າ) ແລະ ປ່ຽນ​ຊື່​ເປັນ “ໂຮງງານ​ຫຍິບ​ແສ່ວ​ກອງທັບ” ໂດຍ​ດຳເນີນ​ການ​ຜະລິດ​ແບບ​ບໍລິຫານ​ເກື້ອກູນ. ຈົນ​ຮອດ​ຊຸມ​ປີ 1988-1990 ຈຶ່ງ​ໄດ້​ຫັນປ່ຽນ​ກົນ​ໄກ​ມາສູ່​ການ​ບໍລິຫານ​ແບບ​ໄລ່​ລຽງ​ເສດຖະກິດ, ເພິ່ງ​ຕົນ​ເອງ, ກຸ້ມ​ຕົນ​ເອງ ແລະ ປ່ຽນ​ຊື່​ມາ​ເປັນ “ໂຮງງານ​ຕັດຫຍິບ​ກອງທັບ” ຈົນ​ເຖິງ​ປັດຈຸບັນ. ຜ່ານ​ວິວັດທະນາ​ການແຫ່ງ​ການ​ທົດ​ສອບ​ໃນ​ແປວໄຟ​ສົງຄາມ ແລະ ກົນ​ໄກ​ເສດຖະກິດ, ປັດຈຸ ບັນໂຮງງານ​ສັງກັດ​ໃນ​ໂຄງປະ ກອບ​ການຈັດຕັ້ງຂອງ​ກົມໃຫຍ່​ ພະລາທິການ​ກອງທັບ, ມີ​ຈຳ ນວນ​ພົນ 500 ກວ່າ​ສະຫາຍ, ປະກອບ​ມີ​ເຄື່ອງ​ຈັກ​ຕ່ອງ​ໂສ້​ທີ່​ທັນ​ສະໄໝ 700 ກວ່າ​ເຄື່ອງ ພາຍ​ໃຕ້​ໂຄງ​ປະກອບ​ການຈັດຕັ້ງ 4 ພະແນກການ, 2 ກອງພັນ ແລະ 16 ຂະແໜງການ. ກົມ​ກອງ​ໄດ້​ເຮັດ​ໜ້າທີ່​ການເມືອງ​ອັນ​ໜັກໜ່ວງ ຮັບຜິດຊອບ​ຕົ້ນຕໍ ໃນ​ການ​ຜະລິດ​ຕັດຫຍິບ​ເຄື່ອງນຸ່ງ​ຫົ່ມ​ຮັບ​ໃຊ້​ກອງທັບ​ແບບ​ບໍ່​ມີ​ກຳ ໄລ ໂດຍ​ຮັບປະກັນ​ທາງ​ດ້ານ​ປະ ລິມານ, ຄຸນ​ນະ​ພາບ ແລະ ເວລາ ຢ່າງ​ເຂັ້ມ​ງວດ. ສະຫາຍ ພັນ​ເອກ ນາງ ພູ​ວົງ ຫຼວງ​ລາຊາ ໄດ້​ກ່າວ​ເຖິງ​ຜົນງານ​ອັນ​ພົ້ນ​ເດັ່ນ​ໃນ​ໄລຍະ​ຜ່ານ​ມາ​ວ່າ: ໃນ​ສົກ​ງົບປະມານ​ປີ 2025 ທີ່​ມີ​ມູນ​ຄ່າ​ແຜນການ 48,3 ຕື້​ກວ່າ​ກີບ, ໂຮງງານ​ສາມາດ​ຜະ ລິດ ແລະ ສົ່ງ​ເຂົ້າ​ສາງ​ຂັ້ນ​ເທິງ​ແລ້ວ 87,17% (ຄາດ​ຄະເນ​ຈະ​ໃຫ້​ສຳເລັດ 100% ກ່ອນ​ກຳ ນົດ​ເວລາ) ແລະ ສາມາດສຳ ເລັດ​ການ​ຕັດຫຍິບ​ເຄື່ອງ​ສວນ ສະໜາມ ມູນ​ຄ່າ 15,7 ຕື້​ກວ່າ​ກີບ ໄດ້ 100% ຢ່າງ​ຈົບງາມ. ຄຽງ​ຄູ່​ກັນ​ນັ້ນ, ຄະນະ​ພັກ-ຄະນະ​ອຳນວຍ​ການໄດ້​ເປັນ​ເຈົ້າ​ການ​ຜັນ​ຂະຫຍາຍ​ມະຕິ​ ວ່າ​ດ້ວຍ​ການ​ສ້າງ​ເສດຖະກິດ​ເອກະລາດ ເປັນ​ເຈົ້າ​ຕົນ​ເອງ ໂດຍ​ການ​ຊອກວຽກ ​ເຮັດ​ງານ​ທຳ​ເພີ່ມ​ເຕີມ​ນຳ​ພາກ ສ່ວນ​ລັດ ແລະ ເອກະ​ຊົນ, ພ້ອມ​ທັງ​ຄິດ​ຄົ້ນ​ຜະລິດ​ຕະ​ພັນ​ໃໝ່​ອອກ​ສູ່​ສັງຄົມ ເຮັດ​ໃຫ້​ສາມາດ​ມອບ​ພັນທະ​ໃຫ້​ຂັ້ນ​ເທິງ 15% ຂອງ​ກຳໄລ ເປັນ​ມູນ​ຄ່າ 75,4 ລ້ານ​ກວ່າ​ກີບ. ພ້ອມ​ນັ້ນ, ຍັງ​ໄດ້​ນຳ​ໃຊ້​ລາຍ​ຮັບ​ເພີ່ມ​ກວ່າ 2 ຕື້​ກີບ ເຂົ້າ​ໃນ​ການ​ປັບປຸງ​ພື້ນຖານໂຄງ​ ລ່າງ ແລະ ຄ້າຍ​ຄູ​ໃຫ້​ມີ​ຄວາມ​ສະອາດ​ຈົບງາມ, ຕັ້ງໜ້າ​ເຂົ້າ​ຮ່ວມ​ງານ​ວາງສະແດງ​ອຸດສາ ຫະ​ກຳ​ປ້ອງ​ກັນ​ຊາດ ທັງ​ພາຍ ​ໃນ ແລະ ຕ່າງປະເທດ, ທີ່​ສຳ ຄັນ​ແມ່ນ​ສາມາດ​ຮັບປະກັນ​ເງິນ ເດືອນ, ນະໂຍບາຍ​ຕ່າງໆຂອງ​ພະນັກງານ-ກຳມະກອນໃຫ້​ມີ​ຄວາມ​ໝັ້ນ​ທ່ຽງ ຢູ່​ທີ່ 4-8 ລ້ານ​ກີບຕໍ່​ຄົນ​ຕໍ່​ເດືອນ ເຮັດ​ໃຫ້​ຊີວິດ​ການ​ເປັນ​ຢູ່​ຂອງ​ພະນັກງານໄດ້​ຮັບ​ການ​ຍົກ​ສູງ​ຂຶ້ນ​ເລື້ອຍໆ. ຖື​ໂອກາດ​ນີ້, ສະຫາຍ ນາງ ອ່ອນ​ຈັນ ສີ​ຊາ​ນົນ ພະນັກງານ​ປະຕິວັດ​ອາວຸໂສ​ບຳນານ ໄດ້ສະ ແດງ​ຄວາມ​ຮູ້ສຶກ​ຂອງ​ຕົນ​ວ່າ: “ເມື່ອ​ຫວນ​ຄືນ​ຫຼັງ​ໄປ​ເບິ່ງ​ອະ ດີດຕອນ​ທີ່​ພວກ​ເຮົາ​ເຮັດ​ວຽກ​ທ່າມກາງ​ແປວໄຟ​ສົງຄາມ​ອັນ​ດຸ ເດືອດ, ຂາດເຂີນ​ທັງ​ໄຟຟ້າ ແລະ ວັດຖຸ​ອຸປະກອນ, ມີ​ພຽງ​ແຕ່​ຈັກ​ຫຍິບ​ຢຽບ​ດ້ວຍ​ແຮງ​ຕີນ ແລະ ຄວາມ​ຈົງ​ຮັກ​ພັກດີ​ຕໍ່​ພັກຕໍ່​ການ​ປະຕິວັດ ໂດຍ​ມີ​ເປົ້າ​ໝາຍ​ດຽວ​ຄື: ເຮັດ​ແນວໃດ​ໃຫ້​ອ້າຍ​ນ້ອງ​ນັກຮົບ​ຢູ່​ແນວ​ໜ້າມີ​ເຄື່ອງນຸ່ງ​ຫົ່ມ​ອົບ​ອຸ່ນ ເພື່ອ​ຕໍ່ສູ້​ເອົາ​ຊະນະ​ສັດຕູ. ມາ​ຮອດ​ມື້ນີ້, ເມື່ອ​ໄດ້​ເຫັນ​ໂຮງງານ​ຕັດຫຍິບ​ກອງທັບ ເຕີບ​ໃຫຍ່​ຂະ ຫຍາຍຕົວ​ຢ່າງ​ບໍ່​ຢຸດ​ຢັ້ງ, ມີ​ເຄື່ອງ​ຈັກ​ທີ່​ທັນ​ສະໄໝ ແລະ ມີ​ຮຸ່ນ​ສືບ​ທອດ​ທີ່​ມີ​ສີມື, ທະຍາສາດ, ຂ້າພະເຈົ້າ​ຮູ້ສຶກ​ພາກພູມ​ໃຈ​ເປັນ​ຢ່າງ​ຍິ່ງທີ່​ຢາດ​ເຫື່ອ, ແຮງ​ງານ ແລະ ຄວາມ​ເສຍສະຫຼະ​ຂອງ​ຮຸ່ນ​ພວກ​ເຮົາ​ໃນ​ອະດີດ ບໍ່​ສູນ​ເປົ່າ ແຕ່​ໄດ້​ກາຍເປັນ​ຮາກ​ຖານ​ອັນໜັກແໜ້ນ ໃຫ້​ແກ່​ການ​ພັດທະນາ​ໃນ​ປັດ ຈຸບັນ.” ເພື່ອ​ສືບຕໍ່​ຮັກສາ​ມູນເຊື້ອ​ອັນ​ດີ ງາມ​ນີ້, ສະຫາຍ ພັນ​ເອກ ນາງ ພູວົງ ຫຼວງ​ລາຊາ ໄດ້ເນັ້ນໜັກ ​ເຖິງ​ທິດ​ທາງ​ແຜນການ​ໃນຕໍ່ໜ້າ​ ວ່າ: ຄະນະ​ພັກ-ຄະນະ​ອຳນວຍ​ ການໂຮງງານ​ຕັດຫຍິບ​ກອງທັບ ຈະ​ສືບຕໍ່​ເພີ່ມ​ທະວີ​ຄວາມ​ຮັບ ຜິດຊອບ​ໃນ​ການ​ຊີ້​ນຳ-ນຳພາ, ປັບປຸງ​ແບບແຜນ​ວິທີ​ເຮັດ​ວຽກ ໃຫ້​ມີ​ວິທະຍາສາດ, ເຂັ້ມ​ງວດ ແລະ ທັນ​ສະໄໝ ພ້ອມ​ທັງ, ຮຽກ ຮ້ອງ​ມາ​ຍັງ​ເອື້ອຍ​ອ້າຍນ້ອງ​ພະ ນັກງານ-ນັກຮົບ ແລະ ກຳມະ ກອນ​ທົ່ວ​ກົມ​ກອງ ຈົ່ງ​ຮັດ​ແໜ້ນ​ຄວາມ​ສາມັກຄີ​ເປັນ​ເອກະ​ພາບ​ພາຍ​ໃນໃຫ້​ເປັນ​ປຶກ​ແຜ່ນ, ເປັນ​ເຈົ້າ​ການ​ຜັນ​ຂະຫຍາຍ​ນໍ້າໃຈ “ເພິ່ງ​ຕົນ​ເອງ, ກຸ້ມ​ຕົນ​ເອງ ແລະ ສ້າງ​ຄວາມ​ເຂັ້ມແຂງ​ດ້ວຍ​ຕົນ​ເອງ” ເຂົ້າ​ສູ່​ຂະ​ບວນ​ການ​ວຽກ​ງານ​ຕົວ​ຈິງ​ຢ່າງ​ແຂງແຮງ, ແຕ່​ສະຫາຍ​ຕ້ອງ​ຕັ້ງໜ້າ​ບຸກ​ບືນເຝິກ ຝົນ​ຫຼໍ່​ຫຼອມຍົກ​ລະດັບສີມືວິຊາ ​ສະເພາະ, ເຊີດ​ຊູ​ຄວາມ​ຮັບຜິດ ຊອບ ເພື່ອ​ຜະລິດ​ຕັດຫຍິບ​ເຄື່ອງ ນຸ່ງ​ຫົ່ມໃຫ້​ໄດ້​ມາດຕະຖານ​ຄຸນ​ນະ​ພາບ​ສູງຮັບ​ໃຊ້​ກອງທັບ ແລະ ສັງຄົມ​ຢ່າງ​ທ່ວງ​ທັນເວລາ, ພ້ອມ​ກັນ​ສຸມ​ສະຕິ​ປັນຍາ ແລະ ແຮງ​ກາຍ​ແຮງ​ໃຈ ເພື່ອ​ທະນຸບຳລຸງ​ຊື່​ສຽງ, ກຽດ​ສັກ​ສີຂອງ​ໂຮງ ງານ​ຕັດຫຍິບ​ກອງທັບເຮົາໃຫ້​ມີ​ບາດກ້າວຫັນປ່ຽນໃໝ່ທີ່ເຂັ້ມ ແຂງ, ສ້າງ​ກົມ​ກອງ​ວັດທະນະ ທຳ, ກົມ​ກອງ​ປອດ​ໃສ, ເຂັ້ມແຂງ, ໜັກ​ແໜ້ນ ແລະ ກ້າວ​ສູ່​ຄວາມ​ ທັນ​ສະໄໝ​ຢ່າງ​ບໍ່​ຢຸດ​ຢັ້ງ. ໂດຍ: ຄຳ​ອ້າຍ ທອງ​ວັນ (ວິທະຍຸ​ກອງທັບ)



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ