ກອງທັບປະຊາຊົນລາວ
 
ວັນສຸກ, ວັນທີ 29 ມີນາ 2024

  

ກອງພົນທີ 3 ລົງຊຸກຍູ້ ຂະບວນການກີລາສີພາຍເຮືອຊ່ວງ
ເວລາອອກຂ່າວ: 2019-10-21 09:28:14 | ຜູ້ຂຽນ : admin3 | ຈຳນວນຄົນເຂົ້າຊົມ: 24 | ຄວາມນິຍົມ:



v ໃນວັນທີ 10 ຕຸລາ 2019 ນີ້ ກອງພົນທີ 3 ໄດ້ລົງຊຸກຍູ້ຂະບວນການກີລາສີພາຍເຮືອ ຊ່ວງ ເຊິ່ງນຳໂດຍ ສະຫາຍ ພັນເອກ ສໍຍັນ ລໍອິນສອນ ຄະນະພັກ-ຄະນະບັນຊາ, ຫົວ ໜ້າຫ້ອງການເມືອງ ກອງພົນທີ 3, ມີພະແນກຊາວໜຸ່ມ, ພະແນກ ສະຫະພັນແມ່ຍິງ ແລະ ບັນດາ ໜ່ວຍສະຫະພັນແມ່ຍິງຈາກບັນ ດາອົງການ, ກົມກອງທົ່ວກອງພົນ ທີ 3 ເຂົ້າຮ່ວມ. ໂອກາດດັ່ງກ່າວນີ້ກໍໄດ້ນໍາ ເອົາເຄື່ອງອຸປະໂພກ-ບໍລິໂພກ ປະເພດເຄື່ອງດື່ມໄປມອບໃຫ້ແກ່ ທີມນັກກີລາສີພາຍເຮືອຊ່ວງ, ລວມມູນຄ່າ 1.500.000 ກີບ, ຕາງໜ້າມອບໂດຍ ສະຫາຍ ພັນເອກ ສໍຍັນ ລໍອິນສອນ ແລະ ກ່າວຮັບໂດຍ ສະຫາຍ ພັນຕີ ວົງ ຄຳ ອຸ່ນທິກຸນ ຄະນະຮັບຜິດຊອບ ສີພາຍເຮືອຊ່ວງ ພ້ອມທັງສະ ແດງຄວາມຂອບອົກຂອບໃຈມາ ຍັງຄະນະພັກ-ຄະນະບັນຊາ ແລະ ພະແນກການທີ່ກ່ຽວຂ້ອງທີ່ໄດ້ມາຊຸກຍູ້ນຳ້ໃຈໃຫ້ນັກກີລາສີພາຍເຮືອຊ່ວງທັງທີມຍິງ ແລະ ທີມຊາຍຂອງກອງພົນໃນຄັ້ງນີ້ ພ້ອມທັງໃຫ້ຄຳໝັ້ນສັນຍາວ່າຈະ ສູ້ຊົນສຸດຄວາມສາມາດເຂົ້າ ຮ່ວມການແຂ່ງຂັນໃຫ້ໄດ້ຮັບລາງ ວັນໃດໜຶ່ງມາສູ່ກົມກອງ. ໂດຍ: ລີໂດ ດວງສະຫວັນ



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ