ກອງບັນຊາການທະຫານແຂວງຫົວພັນ ແລະ ກອງບັນຊາການທະຫານຊາຍແດນແຂວງເຫງະອານ ເຄື່ອນໄຫວກວດກາຫຼັກໝາຍຊາຍແດນຮ່ວມ 2 ຝ່າຍ
ເວລາອອກຂ່າວ: 2026-08-03 14:13:11 | ຜູ້ຂຽນ : admin2 | ຈຳນວນຄົນເຂົ້າຊົມ: 331 | ຄວາມນິຍົມ: ![]()
ວັນທີ 30 ກໍລະກົດ 2026 ນີ້, ກອງບັນຊາການທະຫານແຂວງຫົວພັນ ສປປ ລາວ ແລະ ກອງບັນຊາການທະຫານຊາຍແດນແຂວງເຫງະອານ ສສ ຫວຽດນາມ ໄດ້ຈັດຕັ້ງເຄື່ອນໄຫວກວດກາຫຼັກໝາຍຊາຍແດນຮ່ວມ 2 ຝ່າຍ ຫຼັກໝາຍ 363-364 ຢູ່ດ່ານນໍ້າໄຕ ເມືຶງຊໍາໃຕ້ ແຂວງຫົວພັນ. ຝ່າຍລາວ ນຳໂດຍ ສະຫາຍ ພັນເອກ ແດງເພັດ ຈັນທະວົງ ຮອງຫົວໜ້າການທະຫານ, ຫົວໜ້າຫ້ອງເສນາທິການ, ຫົວໜ້າໜ່ວຍງານລາດຕະເວນ ກອງບັນຊາການທະຫານແຂວງຫົວພັນ ພ້ອມດ້ວຍຄະນະ, ຝ່າຍຫວຽດນາມ ນຳໂດຍ ສະຫາຍ ພັນເອກ ຫງວຽນ ແທັ່ງຈຸງ ຮອງຫົວໜ້າການທະຫານ, ຫົວໜ້າໜ່ວຍງານລາດຕະເວນກອງບັນຊາການທະຫານຊາຍແດນແຂວງເຫງະອານ ສສ ຫວຽດນາມ ພ້ອມດ້ວຍຄະນະ.
ຈຸດປະສົງໃນການເຄື່ອນໄຫວກວດກາຫຼັກໝາຍຮ່ວມໃນຄັ້ງນີ້ ອີງຕາມແຜນການກວດກາລາດຕະເວນຮ່ວມ 2 ຝ່າຍ ລະຫວ່າງ ກອງບັນຊາການທະຫານແຂວງຫົວພັນ ສປປ ລາວ ແລະ ກອງບັນຊາການທະຫານຊາຍແດນແຂວງເຫງະອານ ສສ ຫວຽດນາມ ປະຈຳປີ 2026, ໂດຍໄດ້ປະຕິບັດຕາມການຕົກລົງ 1 ປິ 1 ຄັ້ງ, ຕາມລະບຽບການຄຸ້ມຄອງເສັ້ນຊາຍແດນ ແລະ ຫຼັກໝາຍຊາຍແດນ ລະຫວ່າງ ລັດຖະບານ ແຫ່ງ ສປປ ລາວ ກັບ ລັດຖະບານ ແຫ່ງ ສສ ຫວຽດນາມ ຢູ່ຂອບເຂດຫຼັກໝາຍ 363-364 ເຊິ່ງເປັນຫຼັກໝາຍແຫ່ງຊາດ ສະແດງເຖິງອຳນາດອະທິປະໄຕຜືນແຜນດິນອັນຄົບຖ້ວນຂອງຊາດ, ການກວດກາລາດຕະເວນໃນຄັ້ວນີ້ ສະແດງເຖິງຄວາມຮັບຜິດຊອບສູງຂອງສອງກຳລັງປ້ອງກັນຊາຍແດນເຊິ່ງຍາມໃດກໍ່ໄດ້ເອົາໃຈໃສ່ຮັກສາ ແລະ ເສີມສ້າງມູນເຊື້ອຄວາມສາມັກຄີອັນດີງາມຂອງສອງຊາດ ລາວ- ຫວຽດນາມ, ຫວຽດນາມ-ລາວ ທີ່ມີມາແຕ່ດົນນານໃຫ້ນັບມື້ນັບດີຂຶ້ນ ເວົ້າລວມ, ເວົ້າສະເພາະແມ່ນ ກອງບັນຊາການທະຫານແຂວງຫົວພັນ ແລະ ກອງບັນຊາການທະຫານຊາຍແດນແຂວງເຫງະອານ ນັບມື້ນັບກວ້າງຂວາງ ແລະ ເລິກເຊິ່ງ 2 ຝ່າຍໄດ້ເພີ່ມທະວີການແລກປ່ຽນສະພາບ, ສົມທົບກັນໃນການຄຸ້ມຄອງປ້ອງກັນຊາຍແດນ ເພື່ອສະກັດກັ້ນ ແລະ ແກ້ໄຂບັນຫາຕ່າງໆ ທີ່ຈະເກີດຂຶ້ນຕາມຊາຍແດນໃຫ້ທັນການ, ທັນເວລາ, ປະຊາຊົນ 2 ຝ່າຍ ມີຄວາມສາມັກຄີໄປມາຫາສູ່ເຊິ່ງກັນ ແລະ ກັນ ເຄົາລົບໃນລະບຽບກົດໝາຍ, ຂອບເຂດເສັ້ນຊາຍແດນ ຂອງ 2 ຝ່າຍ, ມີຄວາມເປັນລະບຽບຮຽບຮ້ອຍທາງ ສັງຄົມ ແລະ ຄວາມໝັ້ນຄົງຂອງ 2 ຊາດ ລາວ-ຫວຽດນາມ.
ໂດຍ: ສົມເພັດ ວິໄລຄຳ
news to day and hot news
ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ
ຂ່າວມື້ນີ້
ຂ່າວຍອດນິຍົມ
ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ















