ກອງທັບປະຊາຊົນລາວ
 
ວັນອາທິດ, ວັນທີ 16 ສິງຫາ 2026

  

ການນໍາຂອງແຂວງ ພົບປະໂອ້ລົມຄະນະຊີ້ນໍາ, ຄູ-ອາຈານ ແລະ ຄູອາສາເຂົ້າເປັນລັດຖະກອນປ້ອງກັນຊາດ ຢູ່ເມືອງບໍ່ແຕນ
ເວລາອອກຂ່າວ: 2026-08-03 15:31:23 | ຜູ້ຂຽນ : admin2 | ຈຳນວນຄົນເຂົ້າຊົມ: 241 | ຄວາມນິຍົມ:



ວັນທີ 31 ກໍລະກົດ 2026 ນີ້, ການນໍາຂອງແຂວງ, ຂອງເມືອງ ໄດ້ພົບປະໂອ້ລົມ ຄະນະຊີ້ນໍາຂອງກອງບັນຊາການທະຫານແຂວງ, ກອງບັນຊາການທະຫານເມືອງ, ຄູ-ອາຈານ ແລະ ຄູອາສາເຂົ້າເປັນລັດຖະກອນປ້ອງກັນຊາດ ປະຈຳປີ 2026 ຢູ່ທີ່ ໂຮງຮຽນ ມສ ບໍ່ແຕນມີໄຊ ເມືອງບໍ່ແຕນ ແຂວງໄຊຍະບູລີ, ໂດຍການເປັນປະທານ ຂອງສະຫາຍ ພັນເອກ ບຸນພົບ ວິໄລສັກ ຫົວໜ້າການເມືອງ ກອງບັນຊາການທະຫານແຂວງໄຊຍະບູລີ, ມີ ທ່ານ ຄຳປຸ່ນ ນວນສະບັບ ກຳມະການພັກແຂວງ, ເລຂາພັກເມືອງແກ່ນທ້າວ, ທ່ານ ອານຸສິດ ມະໂນສິນ ຮອງເລຂາພັກເມືອງ, ປະທານຄະນະກຳມະການປົກຄອງເມືອງບໍ່ແຕນ ພ້ອມດ້ວຍການນຳ ທັງ 2 ເມືອງ, ມີບັນດາແຂກ, ຄະນະພັກ-ຄະນະບັນຊາ ກອງບັນຊາການທະຫານເມືອງ 2 ເມືອງ, ຄະນະຮັບຜິດຊອບ, ຄູ-ອາຈານ ແລະ ນັກເຝິກອົບຮົມເຂົ້າຮ່ວມ. ສະຫາຍ ພັນໂທ ອານັນ ສາລະພັນ ຫົວໜ້າການເມືອງ ກອງບັນຊາການທະຫານເມືອງບໍ່ແຕນ ໄດ້ຜ່ານບົດລາຍງານໂດຍຫຍໍ້ ໃນໄລຍະອົບຮົມ-ຫັດແອບຫຼັກສູດທະຫານໃໝ່ ໃຫ້ຄູອາສາເຂົ້າເປັນລັດຖະກອນປ້ອງກັນຊາດ ຢູ່ທີ່ເມືອງບໍ່ແຕນ ແຂວງໄຊຍະບູລີ ການເຝິກອົບຮົມຄັ້ງນີ້ ໄດ້ໄຂຂຶ້ນໃນທ່າມກາງສະພາບການພາຍໃນປະເທດ ໄດ້ຮັບຜົນກະທົບຢ່າງໜັກໜ່ວງຈາກວິກິດການທາງດ້ານເສດຖະກິດ ເປັນຕົ້ນແມ່ນ ລາຄານໍ້າມັນແພງ, ສິນຄ້າປະເພດຕ່າງໆ ມີລາຄາເພີ່ມຂຶ້ນສູງ, ສະພາບອາກາດບໍ່ເອື້ອອໍານວຍ ແຕ່ເຖິງຢ່າງໃດ ກໍຕາມ ຄູ-ອາຈານ ແລະ ນັກເຝິກອົບຮົມ ໄດ້ສູ້ຊົນເພື່ອເຮັດໃຫ້ສໍາເລັດໜ້າທີ່ ທີ່ພັກ-ລັດມອບໝາຍໃຫ້. ສະຫາຍ ພັນເອກ ບຸນພົບ ວິໄລສັກ ໄດ້ເນັ້ນໜັກໃຫ້ນັກເຝິກອົບຮົມທຸກສະຫາຍ ຕັ້ງໜ້າເຝິກຝົນຫຼໍ່ຫຼອມຕົນເອງ, ມີສະຕິຕໍ່ການຈັດຕັ້ງ, ມີລະບຽບວິໄນເຂັ້ມງວດ, ມີຄວາມສັດຊື່ບໍລິສຸດຕໍ່ຊາດ, ຕໍ່ອຸດົມການຂອງພັກ ແລະ ຂອງກອງທັບ, ມີຄວາມອົດທົນຜ່ານຜ່າຂໍ້ຫຍຸ້ງຍາກ ແລະ ຄະນະພັກ-ຄະນະບັນຊາ ຄູ-ອາຈານ ພ້ອມກັນເອົາໃຈໃສ່ເປັນເຈົ້າການໃນການເຝິກອົບຮົມ ໃຫ້ດຳເນີນໄປດ້ວຍຜົນສໍາເລັດຕາມລະດັບຄາດໝາຍ. ຈາກນັ້ນ, ການນໍາ ພ້ອມດ້ວຍຫ້ອງການສຶກສາທິການ ແລະ ກິລາ 2 ເມືອງ ໄດ້ມອບວັດຖຸປັດໄຈ ແລະ ເຄື່ອງບໍລິໂພກ ຈໍານວນໜຶ່ງ ເພື່ອເປັນການປະກອບສ່ວນຊຸກຍູ້ເຂົ້າໃນວຽກງານການເຝິກ ອົບຮົມໃນຄັ້ງນີ້ ຕື່ມອີກ. ໂດຍ: ແກ້ງອຸດອນ ວັນວິໄຊ



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ