ກອງທັບປະຊາຊົນລາວ
 
ວັນອາທິດ, ວັນທີ 16 ສິງຫາ 2026

  

ກອງພັນໃຫຍ່ 642 ສະຫຼຸບຖອດຖອນບົດຮຽນວຽກງານຮອບດ້ານ ປະຈໍາ 6 ເດືອນຕົ້ນປີ 2026
ເວລາອອກຂ່າວ: 2026-08-03 15:48:08 | ຜູ້ຂຽນ : admin2 | ຈຳນວນຄົນເຂົ້າຊົມ: 241 | ຄວາມນິຍົມ:



ວັນທີ 29 ກໍລະກົດ 2026 ນີ້, ກອງພັນໃຫ່ຍ 642 ໄດ້ສະຫຼຸບຖອດຖອນບົດຮຽນວຽກງານຮອບດ້ານ ປະຈໍາ 6 ເດືອນຕົ້ນປີ ແລະ ວາງທິດທາງແຜນການ 6 ເດືອນທ້າຍປີ 2026, ໂດຍການເປັນປະທານ ຂອງສະຫາຍ ພັນເອກ ວຽງພອນ ພົນທະລາຊາ ຫົວໜ້າການທະຫານ ກອງພັນໃຫຍ່ 642, ມີ ຄະນະພັກ-ຄະນະບັນຊາ ກອງພັນໃຫຍ່, ກອງພັນ, ກອງຮ້ອຍ ແລະ ພະນັກງານ-ນັກຮົບ ເຂົ້າຮ່ວມ. ສະຫາຍ ພັນໂທ ບຸນປັນ ແກ້ວອຸດອນ ຫົວໜ້າພະແນກບໍລິຫານ-ສັງລວມ ກອງພັນໃຫຍ່ 642 ໄດ້ຂຶ້ນສະຫຼຸບຕີລາຄາຄືນວຽກງານຮອບດ້ານ ປະຈໍາ 6 ເດືອນຕົ້ນປີ ແລະ ຜ່ານທິດທາງແຜນການ ປະຈໍາ 6 ເດືອນທ້າຍປີ 2026, ເຊິ່ງບົດສະຫຼຸບ ໄດ້ຍົກໃຫ້ເຫັນຜົນງານດ້ານດີ, ດ້ານອ່ອນຂໍ້ຄົງຄ້າງ ແລະ ບາງບົດຮຽນທີ່ຖອດຖອນໄດ້ ໂດຍຖືເອົາວຽກງານສຶກສາອົບຮົມການເມືອງແນວຄິດ ເປັນກົກ ສອດຫ້ອຍເຂົ້າໃນທຸກຂົງເຂດວຽກງານຕົວຈິງ, ຫັນເອົາວຽກງານກໍ່ສ້າງຮາກຖານ ຕິດພັນກັບວຽກງານ ປກຊ-ປກສ ທົ່ວປວງຊົນຮອບດ້ານ ເຮັດໃຫ້ສະພາບມີຄວາມສະຫງົບປອດໄພໂດຍພື້ນຖານ, ຍົກສູງສະຕິລະວັງຕົວ ກຽມພ້ອມສູ້ຮົບ, ຈັດຕັ້ງກໍາລັງອອກເຄື່ອນໄຫວສາລະເວ ຕາມຂອບເຂດກົມກອງຮັບຜິດຊອບ ແລະ ປ້ອງກັນເວນຍາມທີ່ຕັ້ງຄ້າຍຄູ, ສາງຄັງ ໃຫ້ມີຄວາມສະຫງົບປອດໄພ 100%, ຖືເອົາ 4 ປູກ 4 ລ້ຽງ ຕາມທິດ ເພິ່ງຕົນເອງ ກຸ້ມຕົນເອງ ແລະ ສ້າງຄວາມເຂັ້ມແຂງດ້ວຍຕົນເອງ ເພື່ອກໍ່ສ້າງກົມກອງປອດໃສ ເຂັ້ມແຂງ ໜັກແໜ້ນ ໃຫ້ເປັນຂະບວນການຟົດຟື້ນ ແລະ ກວ້າງຂວາງຢ່າງຕໍ່ເນື່ອງ ຕິດພັນກັບການກໍ່ສ້າງກອງ 3 ປອດ, ກອງວັດທະນະທໍາ ແລະ ນັກຮົບວັດທະນະທໍາ, ສຸ່ມໃສ່ວຽກງານລ້ຽງດູທັບ ເປັນຕົ້ນວຽກງານເພີ່ມພູນຜະລິດຜົນ ປູກຝັງ-ລ້ຽງສັດ ເພື່ອສ້າງພະລາທິການກັບທີ່ ຮັບປະກັນໃນການລ້ຽງດູກໍາລັງ. ໃນ 6 ເດືອນຕົ້ນປີຜ່ານມາ ສາມາດປູກຜັກທຸກຊະນິດໄດ້ 3.414 ກິໂລກຣາມ, ເປັນເງິນ 47.615.000 ກີບ, ເກັບກູ້ເຂົ້ານາແຊງ 2.300 ກິໂລກຣາມ (ເຂົ້າສານ) ເປັນເງິນ 34.500.000 ກີບ, ຂາຍນໍ້າດຶ່ມຮັບໃຊ້ບັນດາອົງການ, ກົມກອງ ຈໍານວນ 4,338 ຕຸກ, ເປັນເງິນ 21.690.000 ກີບ, ຂາຍປາ 500 ກິໂລກຣາມ, ເປັນເງິນ 20.000.000 ກີບ ແລະ ຂາຍໄຂ່ໄກ່ພັນ ລວມເປັນເງິນ ທັງໝົດ 75.570.000 ກີບ, ລ້ຽງສັດປີກປະເພດ ເປັດ, ໄກ່ ໄດ້ 2,750 ໂຕ, ລ້ຽງໝູ 17 ໂຕ ແລະ ງົວ 65 ໂຕ, ປູກເຂົ້ານາປີ ສໍາເລັດໃນເນື້ອທີ່ 7,4 ເຮັກຕາ, ປູກມັນຕົ້ນ 6,5 ເຮັກຕາ. ສັງລວມແລ້ວ ໃນ 6 ເດືອນຕົ້ນປີຜ່ານມາ ສາມາດສ້າງລາຍຮັບຈາກການປູກຝັງ-ລ້ຽງສັດ ເຂົ້າຄັງລວມໄດ້ທັງໜົດ 199,375,000 ກີບ. ຈາກນັ້ນ, ຜູ້ເຂົ້າຮ່ວມກອງປະຊຸມ ໄດ້ຜັດປ່ຽນກັນຂຶ້ນປະກອບຄໍາຄິດເຫັນ ໃສ່ບົດສະຫຼຸບ ແລະ ທິດທາງແຜນການ ຢ່າງກົງໄປກົງມາ. ໂດຍ: ແຟນຕ່າ ໄຊຍະວົງ



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ