ຂະແໜງສະຫະພັນແມ່ຍິງ ໂຮງໝໍບໍລິເວນ 107 ກອງທັບ ສະຫຼຸບວຽກງານ 3 ດີ
ເວລາອອກຂ່າວ: 2026-08-04 09:42:27 | ຜູ້ຂຽນ : admin1 | ຈຳນວນຄົນເຂົ້າຊົມ: 215 | ຄວາມນິຍົມ: ![]()
ອີງໃສບົດສະຫຼຸບວຽກງານ ການຈັດຕັ້ງປະຕິບັດເນື້ອໃນຂໍ້ແຂ່ງຂັນ 3 ດີ ປະຈຳປີ2025-2026 ທີ່ສະເໜີໂດຍ ສະຫາຍ ພັນໂທ ນາງ ທອງວັນ ຄັນທະລີ ຫົວໜ້າຂະແໜງສະຫະພັນແມ່ຍິງ ໂຮງໝໍບໍລິເວນ 107 ກອງທັບ ໃຫ້ຮູ້ວ່າ: ຂະແໜງສະຫະພັນແມ່ ຍິງແມ່ນອົງການຈັດຕັ້ງມະຫາ ຊົນໜຶ່ງທີ່ຂຶ້ນກັບພະແນກສະຫະ ພັນແມ່ຍິງກົມໃຫຍ່ພະລາທິການກອງທັບ ມີ 9 ໜ່ວຍຂຶ້ນກັບ, ມີເອື້ອຍນ້ອງແມ່ຍິງທັງໝົດ 241 ສະຫາຍ, ມີສະມາຊິກພັກສົມບູນ 176 ສະຫາຍ, ສຳຮອງ 10 ສະຫາຍ, ສະມາຊິກຊາວໜຸ່ມ 146 ສະຫາຍ, ໃນໄລຍະຜ່ານມາ ຂະແໜງສະຫະພັນແມ່ຍິງ ໄດ້ເອົາໃຈໃສ່ເຮັດວຽກງານສຶກສາ ອົບຮົມການເມືອງ-ນຳພາແນວ ຄິດເປັນສຳຄັນ ເຮັດໃຫ້ເອື້ອຍ ນ້ອງແມ່ຍິງມີຄວາມອຸ່ນອຽນທຸ່ນທ່ຽງ, ເຊື້ອໝັ້ນຕໍ່ການນຳ ພາຂອງພັກ-ລັດ, ປະກອບສ່ວນ ເຂົ້າໃນວຽກງານວິຊາສະເພາະ ຄຽງຄູ່ກັບການຈັດຕັ້ງຜັນຂະ ຫຍາຍເນື້ອໃນຂໍ້ແຂ່ງຂັນ 3 ດີ (ພົນລະເມືອງດີ, ພັດທະນາດີ, ສ້າງຄອບຄົວດີ) ຜ່ານການຈັດ ຕັ້ງປະຕິບັດໃນສົກປີຜ່ານມາ ສາ ມາດສະຫຼຸບຕີລາຄາໄດ້ດັ່ງນີ້: ຄະນະພັກ-ຄະນະບັນຊາຊີ້ນຳວຽກງານແມ່ຍິງດີເດັ່ນ 1 ກົມກອງ, ຂະແໜງສະຫະພັນແມ່ຍິງ 3 ດີ 1 ຂະແໜງ, ໜ່ວຍ 3 ດີ 9 ໜ່ວຍ, ວິຊາການດີເດັ່ນ 20 ສະຫາຍ, ຄອບຄົວຕົວແບບ 5 ສະຫາຍ, ບຸກຄົນດີເດັ່ນ ປະເພດ I ມີ 234 ສະຫາຍ, ບຸກຄົນດີເດັ່ນປະເພດ II ມີ 2 ສະຫາຍ ແລະ ຜ່ານທິດທາງແຜນການໃນຕໍ່ໜ້າ ພ້ອມທັງຜ່ານຂໍ້ແຂ່ງຂັນ 3 ດີ ຂອງຂະແໜງສະຫະພັນແມ່ຍິງ ວາງອອກ ແລະ ຕາງໜ້າຄະນະໜ່ວຍສະຫະພັນແມ່ຍິງ ຂຶ້ນຈັບມືຮັບຮອງເອົາຂໍ້ແຂ່ງຂັນ 3 ດີ ເພື່ອນຳໄປຈັດຕັ້ງປະຕິບັດ ໃນສົກປີ 2026-2027.
ໂອກາດນີ້, ສະຫາຍ ພັນໂທ ສີແພງ ມີດາຈັນ ຄະນະພັກຮາກຖານ ຫົວໜ້າພະແນກການເມືອງ ໄດ້ຮຽກຮ້ອງໃຫ້ເອື້ອຍນ້ອງແມ່ ຍິງ ເອົາໃຈໃສ່ສຶກສາອົບຮົມການເມືອງ-ແນວຄິດ, ປະຕິບັດກົດລະບຽບຂອງກອງທັບ, ຂອງກົມກອງ ກໍຄື ຂອງສູນກາງແມ່ ຍິງລາວວາງອອກໃຫ້ເຂັ້ມງວດ, ພ້ອມກັນຍົກສູງຄວາມຮັບຜິດ ຊອບຕໍ່ໜ້າທີ່ວຽກງານວິຊາສະ ເພາະການແພດທີ່ຕົນຮັບຜິດຊອບ ຄຽງຄູ່ກັບການແຂ່ງຂັນກັນຜັນຂະຫຍາຍຂໍ້ແຂ່ງຂັນ 3 ດີ ເພື່ອສ້າງກົມກອງໃຫ້ມີຄວາມເຕີບໃຫຍ່ເຂັ້ມແຂງຂຶ້ນເລື່ອຍໆ.
ໂດຍ: ນາງ ສຸລິຈັນ ພັດທະນາ
news to day and hot news
ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ
ຂ່າວມື້ນີ້
ຂ່າວຍອດນິຍົມ
ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ















