ກອງທັບປະຊາຊົນລາວ
 
ວັນສຸກ, ວັນທີ 29 ມີນາ 2024

  

ຫົວໜ້າການທະຫານກອງພັນໃຫຍ່ 11 ກວດກາການກະກຽມຄວາມພ້ອມສະໜາມຊ້ອມຮົບ
ເວລາອອກຂ່າວ: 2019-10-23 09:58:03 | ຜູ້ຂຽນ : admin3 | ຈຳນວນຄົນເຂົ້າຊົມ: 92 | ຄວາມນິຍົມ:



ໃນກາງເດືອນ ຕຸລາ ທີ່ຜ່ານ ມາ ຢູ່ທີ່ສະໜາມຊ້ອມຮົບຂອງ ກອງພັນໃຫຍ່ 11 ສະຫາຍ ພັນເອກ ກົງທອງ ສຸຂະວົງ ເລຂາຄະນະພັກ, ຫົວໜ້າການທະ ຫານກອງພັນໃຫຍ່ 11 ໄດ້ນຳ ພາຄະນະກວດກາການກະກຽມ ຄວາມພ້ອມ ແລະ ຄວາມຮັບປະກັນຂອງສະໜາມຊ້ອມຮົບທີ່ນຳ ໃຊ້ເຂົ້າໃນການຫັດແອບພາກປະຕິບັດຕົວຈິງ. ໂອກາດດັ່ງກ່າວ ສະຫາຍຫົວ ໜ້າກອງພັນໃຫຍ່ 11 ໄດ້ນຳພາ ຄະນະກວດກາວຽກງານກໍ່ສ້າງ ສະໜາມ, ຂຸດຂຸມຄອງຈັດວາງ ພາຫະນະກັບກຳລັງພົນຕາມຈຸດ ທີ່ໄດ້ກຳນົດທີ່ຈະປະສານສົມທົບການຍິງດ້ວຍລູກປືນແທ້ ໃຫ້ມີຄວາມຮັບປະກັນ 100% ພ້ອມທັງເນັ້ນໜັກມາຍັງຄະນະ ພັກ-ຄະນະບັນຊາແຕ່ລະກົມກອງກໍຄືຜູ້ບັນຊາຊີ້ນຳລວມໃນພາກສະໜາມຕົວຈິງໃນການຊີ້ນຳ-ນຳພາ ກຳລັງເຮັດວຽກງານການກະ ກຽມໃນຄັ້ງນີ້ຈົ່ງເອົາໃຈໃສ່ເພີ່ມ ທະວີຄວາມຮັບຜິດຊອບ, ມີຄວາມ ຕັດສິນໃຈສູງກ້າເຮັດກ້າທຳກ້າ ສະແດງອອກ, ມີຄວາມເຊື່ອໝັ້ນຕໍ່ຕົນເອງເປັນເຈົ້າການໃນການ ຫັດແອບຢ່າງຈິງຈັງຕ້ອງຈັດ ວາງແຜນການ, ແຜນວຽກ, ແຜນຄົນ ແລະ ວັດຖຸຮັບໃຊ້ເຂົ້າ ໃນວຽກງານຕົວຈິງເອົາໃຈໃສ່ ສ່ອງແສງລາຍງານໃນແຕ່ລະ ວັນເພື່ອຊອກຫາຂໍ້ຄົງຄ້າງ ແລະ ພ້ອມກັນມາດັດແປງແກ້ໄຂຢ່າງ ຮີບດ່ວນເອົາໃຈໃສ່ລົງໃກ້ຊິດ ຕິດແທດຊີ້ນຳ-ນຳພາສຶກສາອົບຮົມການເມືອງນຳພາແນວຄິດ ເປັນກົກໃຫ້ພະນັກງານ-ນັກຮົບມີຄວາຮັບຜິດຊອບຕໍ່ໜ້າທີ່ທີ່ໄດ້ຮັບມອບໝາຍເພື່ອເຮັດໃຫ້ການກະກຽມໃຫ້ແກ່ການຊ້ອມຮົບປະຈຳປີ 2019 ຂອງກອງພັນໃຫຍ່ 11 ມີຜົນສຳເລັດຢ່າງສູງ. ຂ່າວຍັງໃຫ້ຮູ້ຕື່ມອີກວ່າ: 2 ອົງການຈັ້ດຕັ້ງມະຫາຊົນຊາວ ໜຸ່ມ-ແມ່ຍິງໂຮງໜໍ 10 ຕຽງໃນ ກົມກອງພ້ອມດ້ວຍຄະນະໄດ້ນຳ ເອົາເຄື່ອງມາມອບໃຫ້ຄະນະພັກ-ຄະນະບັນຊາກອງພັນໃຫຍ່ 11 ເຊິ່ງເຄື່ອງທີ່ນຳມາມອບໃນຄັ້ງນີ້ ປະກອບມີ: ໝີ່ໄວໆ 4 ແກັດ, ນ້ຳ ດື່ມ 2 ແກັດ ແລະ ເຄື່ອງອຸປະ ໂພກ-ບໍລິໂພກອີກຈຳນວນໜຶ່ງ ລວມມູນຄ່າ 5 ແສນກວ່າກີບ, ກ່າວ ມອບໂດຍ ສະຫາຍ ພັນໂທ ຫງາຍແກ້ວ ຟອງມະນີຄຳ ຫົວໜ້າ ຂະແໜງເສນາຮັກກອງພັນໃຫ່ຍ 11, ພ້ອມກ່າວຮັບໂດຍ ສະຫາຍ ພັນໂທ ພອນມີໄຊ ສີວົງຊຳ ຮອງ ເລຂາຄະນະພັກ, ຫົວໜ້າການ ເມຶອງກອງພັນໃຫຍ່ 11 ພ້ອມຄະ ນະ ແລະ ສະຫາຍໄດ້ກ່າວສະ ແດງຄວາມຂອບອົກຂອບໃຈມາ ຍັງ 2 ອົງການຈັດຕັ້ງຊາວໜຸ່ມ-ແມ່ຍິງທີ່ເປັນຫ່ວງເປັນໄຍ ແລະ ໄດ້ນຳເອົາເຄື່ອງວັດຖຸປັດໃຈມາຊຸກຍູ້ໃນຄັ້ງນີ້ ແລະ ຈະນຳເອົາ ເຄື່ອງວັດຖຸດັ່ງກ່າວນີ້ໄປແຈກ ຢາຍໃຫ້ທົ່ວເຖິງຫວັງວ່າຈະໄດ້ ຮັບການຊ່ວຍເຫຼືອນຳຄະນະໃນ ເທື່ອໜ້າຕື່ມອີກ.



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ