ຄວາມຂັດແຍ່ງໃໝ່ ອູແກຣນ-ອີຣານ ຈະສ້າງຄວາມຫຍຸ້ງຍາກໃຫ້ແກ່ຕາເວັນຕົກ
ເວລາອອກຂ່າວ: 2026-08-04 10:23:44 | ຜູ້ຂຽນ : admin3 | ຈຳນວນຄົນເຂົ້າຊົມ: 123 | ຄວາມນິຍົມ: ![]()
ຈາກຄວາມພະຍາຍາມຂອງຜູ້ນຳ ອູແກຣນ ທີ່ຈະເຊື່ອມໂຍງຄວາມຂັດແຍ່ງ ລະຫວ່າງ ອູແກຣນ ແລະ ອີຣານ ເຂົ້າດ້ວຍກັນ, ໂດຍຜ່ານການໂຈມຕີບໍລິ ເວນທະເລແຄສເປຍ (Caspian Sea) ນັ້ນ, ແມ່ນມີຈັງຫວະເວລາທີ່ເໝາະພໍດີຢ່າງຍິ່ງ, ຄືເກີດຂຶ້ນກ່ອນການເດີນທາງໄປຢ້ຽມຢາມສະຫະລັດອາເມລິກາ ຂອງຜູ້ນຳອູແກຣນ, ໂດຍອີງຕາມການເປີດເຜີຍຂອງທ່ານ ມິແຊນ ມາລູຟ (Michael Maloof) ອະດີດນັກວິເຄາະນະ ໂຍບາຍຄວາມໝັ້ນຄົງອາວຸໂສຂອງກະຊວງປ້ອງກັນປະເທດສະຫະລັດ (ເພນຕາກອນ) ທີ່ໃຫ້ສຳພາດກັບ ນັກຂ່າວ Sputnik ໃນທ້າຍເດືອນກໍລະກົດ ນີ້.
ທ່ານ ມິແຊນ ມາລູຟ ວິເຄາະວ່າ: ທ່ານ ເຊເລນສະກີ ຜູ້ນຳອູແກຣນ ໄດ້ສວຍ ໂອກາດດັ່ງກ່າວ ເພື່ອຈຸດ ປະສົງໃນການສ້າງພາບລັກ (PR) ອັນຈຳກັດຂອງຕົນເອງ ເພື່ອສະແດງໃຫ້ວໍຊິງຕັນ ແລະ ເອີຣົບ ເຫັນວ່າ, ເພີ່ນເປັນຜູ້ນຳທີມດຽວກັນກັບຝ່າຍຕາເວັນຕົກ. ນອກຈາກນີ້, ຍັງມີ “ຮ່ອງຮອຍຂອງອິດສະຣາແອນ ຢ່າງຊັດເຈນໃນປະຕິບັດການໂຈມຕີເຮືອຂົນສົ່ງສິນຄ້າຂອງອີຣານ, ເຊິ່ງ ເຊເລນສະກີ “ຖືກບີບໃຫ້ເຮັດ” ໂດຍໜ່ວຍສືບລັບຂອງອາເມຣິກາ (CIA) ແລະ ອິດສະຣາແອນ (Mossad).
“ຮ່ອງຮອຍຂອງ Mossad ແມ່ນມີຢູ່ທົ່ວໄປໃນປະຕິບັດການນີ້, ພວກເຂົາມີໜ່ວຍຂ່າວລັບທີ່ດີເລີດຢູ່ພາຍໃນອີຣານ”. ນັກວິເຄາະຕັ້ງຂໍ້ສັງເກດວ່າ “ບໍ່ມີຂໍ້ສົງໄສເລີຍວ່າ ພວກເຂົາມີສ່ວນຮ່ວມຢ່າງເລິກເຊິ່ງໃນປະຕິບັດການນີ້ ຄຽງຄູ່ກັບ CIA.” ຢ່າງ ໃດກໍຕາມ, “ຖ້າມີສິ່ງໃດທີ່ສະ ແດງໃຫ້ເຫັນເຖິງຂໍ້ຈຳກັດໃນການສະແດງອຳນາດຂອງສະຫະ ລັດ ນັ້ນກໍຄືຄວາມຂັດແຍ່ງທັງສອງນີ້”. ສະຫະລັດ ກຳລັງປະເຊີນກັບພາລະທີ່ໜັກເກີນໄປ (overextended), ຂາດແຄນທັງເງິນທຶນ ແລະ ຊັບພະຍາກອນ, ບໍ່ພຽງແຕ່ໃນດ້ານອຸປະກອນທາງການທະຫານເທົ່ານັ້ນ ແຕ່ຍັງລວມເຖິງການຮັກສາຄວາມສົມດູນຂອງຕະຫຼາດພະລັງງານອີກດ້ວຍ.
“ຖ້າ ເຊເລນສະກີ ພະຍາຍາມ ຫຼື ປະສົບຄວາມສຳເລັດບາງສ່ວນ ໃນການເຊື່ອມໂຍງຄວາມຂັດແຍ່ງທັງສອງນີ້ເຂົ້າກັນ, ມັນຈະເປັນການເພີ່ມພາລະຊັບ ພະຍາກອນຂອງສະຫະລັດ ໃຫ້ເກີນຂີດຈຳກັດ ຈົນເຖິງຈຸດທີ່ສະ ຫະລັດ ຈະບໍ່ສາມາດບໍລິຫານຈັດການ ຫຼື ໃຫ້ການຊ່ວຍເຫຼືອທັງສອງດ້ານໄດ້. ບໍ່ພຽງແຕ່ໃນແງ່ຂອງການຂາຍອາວຸດໃຫ້ຊາວເອີຣົບ ເພື່ອສົ່ງຕໍ່ໃຫ້ຊາວອູແກຣນ ເທົ່ານັ້ນ ແຕ່ຍັງລວມເຖິງການສະໜອງອາວຸດໂດຍກົງໃຫ້ແກ່ກອງກຳລັງສະຫະລັດ ທີ່ກຳລັງປະເຊີນໜ້າໂດຍກົງກັບກອງກຳລັງອີຣານ ອີກດ້ວຍ.”
news to day and hot news
ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ
ຂ່າວມື້ນີ້
ຂ່າວຍອດນິຍົມ
ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ















