ວາລະສານຊີວຊື້ ລົງພິມບົດຄວາມຂອງ ທ່ານ ສີ ຈິ້ນຜິງ “ເລັ່ງລັດສ້າງປະເທດຈີນ ທີ່ມີສຸຂະພາບດີ”
ເວລາອອກຂ່າວ: 2026-08-04 10:25:57 | ຜູ້ຂຽນ : admin3 | ຈຳນວນຄົນເຂົ້າຊົມ: 200 | ຄວາມນິຍົມ: ![]()
ວິທະຍຸ ໂທລະພາບ ສູນກາງຈີນ ລາຍງານ, ວາລະສານຊີວຊື້ ສະບັບທີ 15 ທີ່ພິມຈຳໜ່າຍ ໃນວັນທີ 1 ສິງຫາ ນີ້ ໄດ້ລົງພິມບົດຄວາມສຳຄັນຂອງທ່ານ ສີ ຈິ້ນຜິງ ເລຂາທິການໃຫຍ່ຄະນະກຳມະ ການສູນກາງພັກກອມມູນິດຈີນ, ປະທານປະເທດ, ປະທານຄະນະກຳມະການການທະຫານສູນກາງຈີນ ທີ່ມີຫົວຂໍ້ວ່າ: ເລັ່ງລັດການສ້າງປະເທດຈີນທີ່ມີສຸຂະພາບດີ.
ບົດຄວາມເນັ້ນໜັກວ່າ: ຮອດປີ 2035 ຈະສ້າງປະເທດຈີນ ທີ່ມີສຸຂະພາບໃຫ້ສຳເລັດ, ແມ່ນນະໂຍບາຍ ທາງຍຸດທະສາດໜຶ່ງ ທີ່ສູນກາງຈີນວາງອອກ. ໄລຍະ ປະຕິບັດແຜນພັດທະນາເສດຖະ ກິດ-ສັງຄົມແຫ່ງຊາດ 5 ປີຄັ້ງທີ 15 ແມ່ນໄລຍະທີ່ສຳຄັນ ໃນການບັນລຸເປົ້າໝາຍດັ່ງກ່າວ, ຕ້ອງວາງແຜນຢ່າງເປັນເອກະພາບກັນ, ເລັ່ງຊຸກຍູ້ ແລະ ພະ ຍາຍາມປະຕິບັດເພື່ອໃຫ້ໄດ້ຮັບຄວາມຄືບໜ້າຢ່າງເດັດຂາດ.
ບົດຄວາມຊີ້ໃຫ້ເຫັນວ່າ: ຕ້ອງຍຶດໝັ້ນ ຊຸກຍູ້ການພັດທະນາ ວຽກງານສາທາລະນະສຸກ ແລະ ສຸຂະພາບບົນພື້ນຖານສະພາບຕົວຈິງ ແຫ່ງຊາດ, ຕ້ອງຖືການຊຸກຍູ້ການສ້າງປະເທດຈີນ ທີ່ມີສຸຂະພາບດີເປັນສຳຄັນ ແລະ ຕ້ອງໃຫ້ການຮັບປະກັນ ທີ່ເຂັ້ມແຂງ ແກ່ການສ້າງປະເທດຈີນ ທີ່ມີສຸຂະພາບດີ.
news to day and hot news
ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ
ຂ່າວມື້ນີ້
ຂ່າວຍອດນິຍົມ
ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ















