ຜົນການແຂ່ງຂັນກິລາກະຕໍ້ ຊີງແຊັມທົ່ວປະເທດ ຊີງຂັນ ທ່ານ ຮອງນາຍົກລັດຖະມົນຕີ ລັດຖະມົນຕີກະຊວງປ້ອງກັນປະເທດ
ເວລາອອກຂ່າວ: 2026-08-04 10:30:22 | ຜູ້ຂຽນ : admin3 | ຈຳນວນຄົນເຂົ້າຊົມ: 290 | ຄວາມນິຍົມ: ![]()
ການແຂ່ງຂັນກິລາກະຕໍ້ ຊີງແຊັມທົ່ວປະເທດ ຄັ້ງທີ 1 ຊີງຂັນທ່ານ ຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງປ້ອງກັນປະເທດ ປະຈຳປີ 2026 ໄດ້ປິດລົງຢ່າງເປັນທາງການ ຢູ່ສະໜາມກິລາບູໂດເຊັນເຕີ ນະຄອນຫຼວງວຽງຈັນ ຫຼັງດຳເນີນມາແຕ່ວັນທີ 31 ກໍລະກົດ 2026 ຜ່ານມາ ໂດຍໃຫ້ກຽດເຂົ້າຮ່ວມຂອງ ທ່ານ ພົນເອກ ຄຳລຽງ ອຸທະໄກສອນ ຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງປ້ອງກັນປະເທດ, ທ່ານ ປອ ສັນຕິສຸກ ສິມມາລາວົງ ລັດຖະມົນຕີກະ
ຊວງເຕັກໂນໂລຊີ ແລະ ການສື່ສານ, ປະທານສະຫະພັນກິລາກະຕໍ້ ແລະ ຊິນລອນແຫ່ງຊາດລາວ ແລະ ທ່ານ ກິ່ງມະໂນ ພົມມະຫາໄຊ ຮອງລັດຖະມົນຕີກະຊວງສຶກສາທິການ ແລະ ກິລາ ພ້ອມດ້ວຍຄະນະນຳ, ຜູ້ແທນຈາກບັນດາກະຊວງ, ຂະແໜງການ, ຕົວແທນບໍລິສັດຜູ້ສະໜັບສະໜູນ, ຄູຝຶກ, ນັກກິລາ ແລະ ມວນຊົນ ເຂົ້າຮ່ວມ.
ໃນພິທີ ທ່ານ ອານຸສອນ ເຄນກິດຕິສັກ ຮອງປະທານ ແລະ ເລຂາທິການ ສະຫະພັນກິລາກະຕໍ້ ແລະ ຊິນລອນແຫ່ງຊາດລາວ ໄດ້ລາຍງານສະຫຼຸບຜົນການຈັດການແຂ່ງຂັນວ່າ: ການແຂ່ງຂັນຄັ້ງນີ້ຈັດຂຶ້ນ ເພື່ອສ້າງຂະບວນການແຂ່ງຂັນກິລາກະຕໍ້ໃຫ້ມີຄວາມຟົດຟື້ນ, ເຕັມໄປດ້ວຍຄວາມສາມັກຄີ, ທົດສອບສີມື ແລະ ສະແດງຄວາມສາມາດຂອງນັກກິລາ ພ້ອມທັງຄັດເລືອກ ແລະ ພັດທະນານັກກິລາຮຸ່ນສືບທອດ ຈາກບັນດາແຂວງ, ກະຊວງ ແລະ ສະໂມສອນຕ່າງໆ ເພື່ອກຽມຄວາມພ້ອມເຂົ້າຮ່ວມການແຂ່ງຂັນໃນເວທີສາກົນ. ເຊິ່ງການແຂ່ງຂັນໃນຄັ້ງນີ້ ມີນັກກິລາເຂົ້າຮ່ວມທັງໝົດ 185 ຄົນ ຈາກ 22 ພາກສ່ວນ ທົ່ວປະເທດ, ໂດຍແບ່ງການແຂ່ງຂັນອອກເປັນ 4 ລາຍການ ຄື: ທີມດ່ຽວຊາຍ ຮຸ່ນທົ່ວໄປ, ທີມດ່ຽວຊາຍ ຮຸ່ນອາຍຸບໍ່ເກີນ 16 ປີ (U16), ທີມຄູ່ຍິງ ຮຸ່ນທົ່ວໄປ ແລະ ທີມ 4 ຄົນຊາຍ ຮຸ່ນທົ່ວໄປ.
ຜ່ານການແຂ່ງຂັນເປັນເວລາ 3 ວັນ ຜົນປະກົດວ່າ: ປະເພດທີມດ່ຽວຊາຍ ຮຸ່ນອາຍຸບໍ່ເກີນ 16 ປີ (U16) ຊະນະເລີດ ສະໂມສອນ ຄລີນິກປົວແຂ້ວ ພັດທະນາ ໄດ້ຮັບຂັນ 1 ໜ່ວຍ, ຫຼຽນຄຳ ພ້ອມເງິນສົດ 5.000.000 ກີບ; ຮອງຊະນະເລີດ ສະໂມສອນ ນ້ອງເຈນນ້າ ໄດ້ຮັບຫຼຽນເງິນ ພ້ອມເງິນສົດ 3.000.000 ກີບ; ອັນດັບ 3 ຮ່ວມ ແຂວງຈຳປາສັກ ແລະ ໂຮງຮຽນ ມສ ອານຸສິນ ໄດ້ຮັບຫຼຽນທອງ ພ້ອມເງິນສົດ ທີມລະ 2.000.000 ກີບ.
ປະເພດ ທີມດ່ຽວຊາຍ ຮຸ່ນທົ່ວໄປ ຊະນະເລີດ ແຂວງຈຳປາສັກ ໄດ້ຮັບຂັນ 1 ໜ່ວຍ, ຫຼຽນຄຳ ພ້ອມເງິນສົດ 10.000.000 ກີບ; ຮອງຊະນະເລີດ ສະໂມສອນ ພິທີພີ ເພັດພະຈັນ ປະເສີດ ຈຳກັດຜູ້ດຽວ ໄດ້ຮັບຫຼຽນເງິນ ພ້ອມເງິນສົດ 5.000.000 ກີບ; ອັນດັບ 3 ຮ່ວມ ສະໂມສອນ ຊ້າງບິນ ແລະ ສະໂມສອນ ຄຸນນະພາບ ໄດ້ຮັບຫຼຽນທອງ ພ້ອມເງິນສົດ ທີມລະ 3.000.000 ກີບ
ປະເພດ ທີມຄູ່ຍິງ ຮຸ່ນທົ່ວໄປ ຊະນະເລີດ ສະໂມສອນ ບໍລິສັດ ຊາຍຄຸນຄຳ ພັດທະນາກໍ່ສ້າງ ໄດ້ຮັບຂັນ 1 ໜ່ວຍ, ຫຼຽນຄຳ ພ້ອມເງິນສົດ 10.000.000 ກີບ; ຮອງຊະນະເລີດ ສະໂມສອນ ຄລີນິກປົວແຂ້ວ ພັດທະນາ ໄດ້ຮັບຫຼຽນເງິນ ພ້ອມເງິນສົດ 5.000.000 ກີບ; ອັນດັບ 3 ຮ່ວມ ສະໂມສອນ ນ້ອງເຈນນ້າ ແລະ ແຂວງວຽງຈັນ ໄດ້ຮັບຫຼຽນທອງ ພ້ອມເງິນສົດ ທີມລະ 3.000.000 ກີບ.
ປະເພດ ທິມ 4 ຄົນຊາຍ ຮຸ່ນທົ່ວໄປ ຊະນະເລີດ ແຂວງຈຳປາສັກ ໄດ້ຮັບຂັນ 1 ໜ່ວຍ, ຫຼຽນຄຳ ພ້ອມເງິນສົດ 15.000.000 ກີບ; ຮອງຊະນະເລີດ ກະຊວງປ້ອງກັນປະເທດ ໄດ້ຮັບຫຼຽນເງິນ ພ້ອມເງິນສົດ 10.000.000 ກີບ; ອັນດັບ 3 ຮ່ວມ ສະໂມສອນ ຊ້າງບິນ ແລະ ສະໂມສອນ ພິທີພີ ເພັດພະຈັນ ປະເສີດ ຈຳກັດຜູ້ດຽວ ໄດ້ຮັບຫຼຽນທອງ ພ້ອມເງິນສົດ ທີມລະ 5.000.000 ກີບ.
ໂອກາດດຽວກັນນີ້, ທ່ານ ພົນເອກ ຄຳລຽງ ອຸທະໄກສອນ ໄດ້ໃຫ້ກຽດມອບເງິນລາງວັນໃຫ້ແກ່ທີມຊະນະເລີດທັງ 4 ລາຍການ ໂດຍໄດ້ຮັບທີມລະ 25.000.000 ກີບ ລວມເປັນເງິນທັງໝົດ 100.000.000 ກີບ. ນອກຈາກນີ້, ທ່ານຮອງນາຍົກລັດຖະມົນຕີ ຍັງໄດ້ມອບເງິນອຸປະຖຳພິເສດ ຈຳນວນ 200.000.000 ກີບ ໃຫ້ແກ່ສະຫະພັນກິລາກະຕໍ້ ແລະ ຊິນລອນແຫ່ງຊາດລາວ ເພື່ອໃຊ້ເຂົ້າໃນການກຽມຄວາມພ້ອມ ແລະ ເຂົ້າຮ່ວມການແຂ່ງຂັນ ໃນງານມະຫາກິລາ ເອຊຽນເກມ (Asian Games) ຢູ່ປະເທດຍີ່ປຸ່ນ ໃນຕໍ່ໜ້າ.
news to day and hot news
ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ
ຂ່າວມື້ນີ້
ຂ່າວຍອດນິຍົມ
ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ















