ກອງທັບປະຊາຊົນລາວ
 
ວັນອາທິດ, ວັນທີ 16 ສິງຫາ 2026

  

ປະກາດການແຕ່ງຕັ້ງ ຮັກສາການ ຮອງຫົວໜ້າການທະຫານ ກອງພັນ 299
ເວລາອອກຂ່າວ: 2026-08-04 10:33:33 | ຜູ້ຂຽນ : admin2 | ຈຳນວນຄົນເຂົ້າຊົມ: 203 | ຄວາມນິຍົມ:



ພິທີ ປະກາດການແຕ່ງຕັ້ງ ຮັກສາການ ຮອງຫົວໜ້າການທະຫານ ກອງພັນ 299 ທີ່ຂຶ້ນກັບກອງບັນຊາການທະຫານແຂວງຄຳມ່ວນ ໄດ້ຈັດຂຶ້ນໃນວັນທີ 3 ສິງຫາ 2026 ນີ້, ໂດຍການເປັນປະທານ ຂອງສະຫາຍ ພັນເອກ ສົມພານ ເມືອງຈັນ ຫົວໜ້າຫ້ອງເສນາທິການ ກອງບັນຊາການທະຫານແຂວງຄຳມ່ວນ, ມີພະແນການທີ່ກ່ຽວຂ້ອງ ຂອງກອງບັນຊາການ, ຄະນະພັກ-ຄະນະບັນຊາ ກອງພັນ 299 ແລະ ພະນັກງານ-ນັກຮົບ ເຂົ້າຮ່ວມ. ສະຫາຍ ພັນຕີ ສອນເພັດ ວັນມະນີ ຊ່ວຍວຽກພະແນກພະນັກງານ ແລະ ສະຫາຍ ພັນຕີ ຄໍາໃໝ່ ເທບພະລິດ ຊ່ວຍວຽກພະແນກຈັດຕັ້ງພັກ ກອງບັນຊາການທະຫານແຂວງຄຳມ່ວນ ໄດ້ພັດປ່ຽນກັນຂຶ້ນຜ່ານຂໍ້ຕົກລົງ ແລະ ມະຕິຕົກລົງ ຂອງຄະນະປະຈໍາພັກ ກອງບັນຊາການທະຫານແຂວງຄໍາມ່ວນ ວ່າດ້ວຍການບົ່ງຕົວ-ແຕ່ງຕັ້ງ ສະຫາຍ ພັນຕີ ບຸນສູງ ສີນວນສຸກ ເປັນຮັກສາການ ຮອງຫົວໜ້າການທະຫານ ທັງເປັນກຳມະການຄະນະພັກຮາກຖານ ກອງພັນ 299. ໂດຍ: ນາງ ຄໍາພູວາ ຈັນທະປານີ



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ