ກອງທັບປະຊາຊົນລາວ
 
ວັນອາທິດ, ວັນທີ 16 ສິງຫາ 2026

  

ປະດັບຫຼຽນ ພັກ-ລັດຖະບານ ແຫ່ງ ສສ ຫວຽດນາມ ໃຫ້ກົມກອງ ແລະ ບຸກຄົນ ແຂວງໄຊຍະບູລີ
ເວລາອອກຂ່າວ: 2026-08-04 10:52:17 | ຜູ້ຂຽນ : admin2 | ຈຳນວນຄົນເຂົ້າຊົມ: 198 | ຄວາມນິຍົມ:



ວັນທີ 1 ສິງຫາ 2026 ນີ້, ທີ່ຫໍປະຊຸມແຂວງໄຊຍະບູລີ ໄດ້ຈັດພິທີ ປະດັບຫຼຽນ ພັກ-ລັດຖະບານ ແຫ່ງ ສສ ຫວຽດນາມ ໃຫ້ກົມກອງ ແລະ ບຸກຄົນ ແຂວງໄຊຍະບູລີ ໂດຍມີ ສະຫາຍ ເພັງນິລັນ ຄໍາພັນເພັງ ກໍາມະການສູນກາງພັກ, ເລຂາຄະນະບໍລິຫານງານພັກແຂວງ, ປະທານສະພາປະຊາຊົນແຂວງໄຊຍະບູລີ, ສະຫາຍ ຮວາງ ຢາງ ຮອງເລຂາພັກແຂວງ ຜູ້ປະຈໍາການ ປະທານສະພາປະຊາຊົນແຂວງລາວກ່າຍ ສສ ຫວຽດນາມ, ມີການນໍາ-ອະດີດການນໍາແຂວງໄຊຍະບູລີ, ແຂວງລາວກ່າຍ ສສ ຫວຽດນາມ ພ້ອມດ້ວຍພະນັກງານ-ລັດຖະກອນອ້ອມຂ້າງແຂວງ, ອົງການ, ກົມກອງ ແລະ ນັກຮຽນ-ນັກສຶກສາ ເຂົ້າຮ່ວມ. ສະຫາຍ ຟາມ ນາມ ຮົງ ຮອງຫົວໜ້າພະແນກການຕ່າງປະເທດ ແຂວງລາວກ່າຍ ໄດ້ຜ່ານລັດຖະດຳລັດ ຂອງປະທານປະເທດ ແຫ່ງ ສສ ຫວຽດນາມ ວ່າດ້ວຍການປະດັບຫຼຽນໃຫ້ແກ່ກົມກອງລວມໝູ່ ແລະ ບຸກຄົນ ທີ່ມີຜົນງານດີເດັ່ນໃນການສ້າງ, ປັບປຸງ ແລະ ພັດທະນາສາຍພົວພັນຮ່ວມມືມິດຕະພາບ ລະຫວ່າງ ແຂວງອຽນບາຍ (ກ່ອນການໂຮມ) ແລະ ແຂວງໄຊຍະບູລີ 2012-2022, ໃຫ້ ສອງພັກ, ສອງລັດ ແລະ ປະຊາຊົນ ສອງຊາດ ລາວ-ຫວຽດນາມ ກໍຄືແຂວງໄຊຍະບູລີ-ແຂວງລາວກ່າຍ. ຈາກນັ້ນ, ໄດ້ມອບຫຼຽນໄຊເອກະລາດ ຊັ້ນ II, ຊັ້ນ III, ຫຼຽນໄຊແຮງງານ ຊັ້ນ II ໃຫ້ກົມກອງລວມໝູ່, ບຸກຄົນ ແຂວງໄຊຍະບູລີ ຢ່າງສົມກຽດ. ໂອກາດນີ້, ສະຫາຍ ຮວາງ ຢາງ ພ້ອມດ້ວຍຄະນະ ຍັງໄດ້ທ່ຽວຊົມວັດສີບຸນເຮືອງບ້ານໃຫຍ່ ແລະ ຫໍຫຼັກເມືອງ ຕື່ມອີກ. ໂດຍ: ຄໍາໝັ້ນ



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ