ກອງບັນຊາການທະຫານນະຄອນຫຼວງວຽງຈັນ ປາຖະກະຖາວັນສ້າງຕັ້ງຂະແໜງພະລາທິການກອງທັບ ຄົບຮອບ 70 ປີ
ເວລາອອກຂ່າວ: 2026-08-04 11:41:06 | ຜູ້ຂຽນ : admin2 | ຈຳນວນຄົນເຂົ້າຊົມ: 212 | ຄວາມນິຍົມ: ![]()
ວັນທີ 4 ສິງຫາ 2026 ນີ້, ກອງບັນຊາການທະຫານນະຄອນຫຼວງວຽງຈັນ ໄດ້ປາຖະກະຖາ ວັນສ້າງຕັ້ງຂະແໜງພະລາທິການກອງທັບ ຄົບຮອບ 70 ປີ (5 ສິງຫາ 1956-5 ສິງຫາ 2026) ໂດຍການເປັນປະທານ ແລະ ປາຖະກະຖາ ຂອງສະຫາຍ ພັນເອກ ບຸນທັນ ໄຊມຸງຄຸນ ຫົວໜ້າການທະຫານ ກອງບັນຊາການທະຫານນະຄອນຫຼວງວຽງຈັນ, ມີຄະນະພັກ-ຄະນະບັນຊາ ອົງການ 5 ຫ້ອງ, ກົມກອງ ພ້ອມດ້ວຍພະນັກງານວິຊາການທີ່ເຮັດວຽກງານພະລາທິການທົ່ວ ກອງບັນຊາການທະຫານນະຄອນຫຼວງວຽງຈັນ ເຂົ້າຮ່ວມ.
ສະຫາຍ ພັນເອກ ບຸນທັນ ໄຊມຸງຄຸນ ໄດ້ເລົ່າຄືນເຖິງໄລຍະຕໍ່ສູ້ກູ້ຊາດອັນລະອິດລະອ້ຽວ ທີ່ຂະແໜງພະລາທິການໄດ້ຜ່ານຜ່າທຸກອຸປະສັກ ຮັບໃຊ້ສະໜາມຮົບໃນໄລຍະນັ້ນ ໂດຍໃຕ້ນຳພາຊີ້ນຳອັນສ່ອງໃສ ຂອງພັກປະຊາຊົນປະຕິວັດລາວ ໃນການຈັດຕັ້ງການປຸກລະດົມ, ຂົນຂວາຍ ແລະ ສົ່ງສະບຽງອາຫານ, ເຂົ້າສານ, ເກືອ, ແລະ ເຄື່ອງນຸ່ງຫົ່ມໃຫ້ກຳລັງຫຼັກແຫຼ່ງ ຢູ່ສະໜາມຮົບຢ່າງທັນການ ແລະ ບໍ່ຂາດສາຍ, ໄດ້ຈັດຕັ້ງຕາໜ່າງການແພດສະໜາມຮົບ, ປິ່ນປົວ ແລະ ບົວລະບັດພະນັກງານ, ນາຍ ແລະ ພົນທະຫານທີ່ໄດ້ຮັບບາດເຈັບໃຫ້ຫາຍດີ ແລະ ກັບຄືນສູ້ຮົບໄດ້ໄວ ພ້ອມທັງ ເບິ່ງແຍງສຸຂະພາບປະຊາຊົນຢູ່ເຂດປົດປ່ອຍ, ເປັນເຈົ້າການບຸກເບີກເສັ້ນທາງ, ຂົນສົ່ງອາວຸດຍຸດໂທປະກອນແລະເຄື່ອງກຳລັງບຳລຸງຜ່ານປ່າດົງພູເຂົາ ພາຍໃຕ້ການຖິ້ມລະເບີດຂອງສັດຕູຢ່າງຕໍ່ເນື່ອງ, ໄດ້ປະສານສົມທົບ ແລະ ອີງໃສ່ກຳລັງແຮງ ຂອງປະຊາຊົນບັນດາເຜົ່າໃນການຊອກຫາ ແລະ ຂົນສົ່ງເຄື່ອງປັດໄຈໃຫ້ແກ່ກອງທັບ ໂດຍຖືເອົາ “ທົ່ວປວງຊົນຮອບດ້ານເຮັດວຽກງານພະລາທິການ”.
ຕະຫຼອດໄລຍະ 70 ປີ ຂະແໜງພະລາທິການກອງທັບ ໄດ້ເຕີບໃຫຍ່ຂະຫຍາຍຕົວຢ່າງຮອບດ້ານ ໂດຍສະເພາະວຽກງານການຈັດຕັ້ງ ແລະ ກຳລັງພົນ ຈາກກຸ່ມນ້ອຍໃນອະດີດກາຍເປັນລະບົບຄົບຊຸດ ແຕ່ຂັ້ນກົມໃຫຍ່ຮອດຮາກຖານທີ່ມີວິຊາສະເພາະສູງ, ດ້ານຮູບແບບການຮັບປະກັນໄດ້ຫັນປ່ຽນຈາກການເຄື່ອນໄຫວແບບປະຖົມປະຖານໃນໄລຍະສົງຄາມມາສູ່ການຄຸ້ມຄອງດ້ວຍລະບົບວິທະຍາສາດທີ່ທັນສະໄໝ. ພື້ນຖານວັດຖຸ ແລະ ເຕັກນິກຄ້າຍຄູທະຫານ ໄດ້ຮັບການກໍ່ສ້າງຢ່າງຖາວອນ, ສະອາດ, ສະຫວ່າງ, ສີຂຽວ, ງາມຕາ ແລະ ມີພາຫະນະເຕັກນິກພ້ອມຮັບໃຊ້ໜ້າທີ່ໃນທຸກເງື່ອນໄຂ, ເປັນເຈົ້າການເພີ່ມພູນຜົນຜະລິດ, ປູກຝັງ-ລ້ຽງສັດເປັນຟາມຂະໜາດໃຫຍ່ ສາມາດກຸ້ມຕົນເອງ ດ້ານສະບຽງອາຫານໄດ້ 100% ການຫັນປ່ຽນຢ່າງຕັ້ງໜ້າ ແລະ ຮອບດ້ານຕາມທິດທາງທັນສະໄໝ ຫັນເປັນດີຈີຕອນ ຫັນປ່ຽນຈາກການບັນທຶກ ແລະ ຄຸ້ມຄອງດ້ວຍເຈ້ຍ ມາເປັນການນຳໃຊ້ລະບົບຖານຂໍ້ມູນ ແລະ ຊັອບແວ ເຂົ້າໃນການບໍລິຫານງານສາງຄັງ, ອາວຸດຍຸດໂທປະກອນ ແລະ ງົບປະມານ, ນຳໃຊ້ເຕັກໂນໂລຊີ ເຂົ້າໃນການຕິດຕາມ ແລະ ຈັດສັນພາຫະນະຂົນສົ່ງກຳລັງບຳລຸງ ໃຫ້ມີຄວາມວ່ອງໄວ, ຊັດເຈນ ແລະ ທັນເວລາ ຫຼາຍຂຶ້ນ, ລະບົບພະລັງງານຫຼາຍກົມກອງໄດ້ເລີ່ມນຳໃຊ້ພະລັງງານທົດແທນ ແລະ ຕິດຕັ້ງລະບົບ ກັ່ນຕອງນ້ຳສະອາດ ທີ່ທັນສະໄໝເພື່ອຮັບໃຊ້ຊີວິດການເປັນຢູ່ ຂອງນາຍ ແລະ ພົນທະຫານ, ອຸປະກອນການແພດທີ່ທັນສະໄໝໂຮງໝໍ ແລະ ເສນາຮັກກອງທັບໄດ້ຮັບການຕິດຕັ້ງເຄື່ອງມືແພດ ທີ່ທັນສະໄໝ ຫຼາຍຂຶ້ນ, ຍົກສູງຄວາມສາມາດໃນການກວດ, ປິ່ນປົວ ແລະ ຜ່າຕັດ ພ້ອມທັງ ມີການເຊື່ອມໂຍງກັບສາກົນມີການຮ່ວມມື ແລະ ແລກປ່ຽນບົດຮຽນດ້ານການແພດທະຫານ ກັບຕ່າງປະເທດຢ່າງກວ້າງຂວາງ ເພື່ອຍົກລະດັບຄວາມຮູ້ ໃຫ້ແກ່ແພດໝໍຂອງກອງທັບ.
ໂດຍ: ສຸລິຍາ
news to day and hot news
ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ
ຂ່າວມື້ນີ້
ຂ່າວຍອດນິຍົມ
ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ















