ກົມໃຫຍ່ພະລາທິການກອງທັບ ສ້າງຂະບວນການ ແຂ່ງຂັນກິລາຍິງປືນ
ເວລາອອກຂ່າວ: 2026-08-04 11:54:59 | ຜູ້ຂຽນ : admin2 | ຈຳນວນຄົນເຂົ້າຊົມ: 237 | ຄວາມນິຍົມ: ![]()
ວັນທີ 3 ສິງຫາ 2026 ນີ້, ກົມໃຫຍ່ພະລາທິການກອງທັບ ໄດ້ສ້າງຂະບວນການແຂ່ງຂັນ ກິລາຍິງປືນ ເພື່ອຂໍ່ານັບຮັບຕ້ອນວັນສ້າງຕັ້ງກົມໃຫຍ່ພະລາທິການກອງທັບ ຄົບຮອບ 70 ປີ (5 ສິງຫາ 1956-5 ສິງຫາ 2026), ໂດຍການເປັນປະທານ ຂອງສະຫາຍ ພົນຕີ ຈັນດີ ສຸລີວົງສັກ ຫົວໜ້າກົມໃຫຍ່ພະລາທິການກອງທັບ, ມີຄະນະນໍາກົມໃຫຍ່, ຄະນະພັກ-ຄະນະບັນຊາ ກົມກອງ, ຫ້ອງການ, ແຂກຖືກເຊີນ, ຄະນະຮັບຜິດຊອບ ແລະ ນັກກິລາ ເຂົ້າຮ່ວມ.
ສະຫາຍ ພົນຕີ ຈັນດີ ສຸລິວົງສັກ ໄດ້ກ່າວ ວ່າ: ການສ້າງຂະບວນການແຂ່ງຂັນກິລາຍິງປືນ ຄັ້ງນີ້, ເປັນການສ້າງຂະບວນການດ້ານຕ່າງໆ ເພື່ອຂໍ່ານັບຮັບຕ້ອນວັນສ້າງຕັ້ງກົມໃຫຍ່ພະລາທິການກອງທັບຄົບຮອບ 70 ປີ ທີ່ຈະມາເຖິງນີ້ ໃຫ້ເຕັມໄປດ້ວຍຄວາມໝາຍສໍາຄັນອັນເລິກເຊິ່ງ ແລະ ສ້າງໃຫ້ບັນຍາກາດເບີກບານມ່ວນຊື່ນ ໃນທົ່ວກົມໃຫຍ່ພະລາທິການກອງທັບ, ທັງເປັນການຍົກລະດັບຄວາມຮູ້, ຄວາມສາມາດດ້ານສິລະປະຍຸດ-ຍຸດທະວິທີ ໃຫ້ນາຍ ແລະ ພົນທະຫານ ຢູ່ອົງການກົມໃຫຍ່ ແລະ ບັນດາກົມກອງ ທີ່ຂຶ້ນກັບກົມໃຫຍ່ພະລາທິການກອງທັບ ໄດ້ເຊື່ອມຊຶມ, ກໍາແໜ້ນບັນດາເນື້ອໃນ, ທິດສະດີ, ຫຼັກການ ແລະ ພາກປະຕິບັດຕົວຈິງ ໃຫ້ມີໄຫວພິກຄ່ອງແຄ້ວ ຮັບປະກັນກຽມພ້ອມສູ້ຮົບ ແລະ ສູ້ຮົບມີໄຊ, ທັງເປັນການເຝິກຝົນກໍາລັງແຮງກາຍ ໃຫ້ມີສຸຂະພາບແຂງແຮງ, ທົນທານແຂງແກ່ນ ເພື່ອກຽມພ້ອມຜ່ານຜ່າອຸປະສັກໃນທຸກໆສະພາບເງື່ອນໄຂ ທີ່ຈະເກີດຂຶ້ນພາຍໃນປະເທດ ຂອງພວກເຮົາ. ພ້ອມທັງ ຮຽກຮ້ອງໃຫ້ນັກກິລາທຸກສະຫາຍ ທີ່ເຂົ້າຮ່ວມການແຂ່ງຂັນ ຈົ່ງເອົາໃຈໃສ່ປະຕິບັດຂໍ້ກໍານົດ, ກົດລະບຽບຕ່າງໆ ຂອງພາກສະໜາມວາງອອກຢ່າງເຂັ້ມງວດ ຮັບປະກັນໄດ້ຄວາມປອດໄພ 100%.
ໂດຍ: ຄໍາປະສົງ ລາດຊະວົງ
news to day and hot news
ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ
ຂ່າວມື້ນີ້
ຂ່າວຍອດນິຍົມ
ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ















