ກອງທັບປະຊາຊົນລາວ
 
ວັນອັງຄານ, ວັນທີ 18 ສິງຫາ 2026

  

ຫ້ອງການເມືອງ ກອງພົນທີ 2 ສະຫຼຸບການນໍາພາ ຂອງຄະນະພັກຮາກຖານ ປະຈໍາໄຕມາດ II ແລະ ມອບການຍ້ອງຍໍຜົນງານ 5 ປີ
ເວລາອອກຂ່າວ: 2026-08-04 15:45:38 | ຜູ້ຂຽນ : admin2 | ຈຳນວນຄົນເຂົ້າຊົມ: 793 | ຄວາມນິຍົມ:



ວັນທີ 4 ສິງຫາ 2026 ນີ້, ຫ້ອງການເມືອງ ກອງພົນທີ 2 ໄດ້ສະຫຼຸບການນໍາພາ ຂອງຄະນະພັກຮາກຖານ ປະຈໍາໄຕມາດ II ແລະ ວາງທິດທາງແຜນການ ປະຈໍາໄຕມາດ III ປີ 2026 ແລະ ມອບການຍ້ອງຍໍຜົນງານ 5 ປີ, ໂດຍການເປັນປະທານ ຂອງສະຫາຍ ພັນເອກ ບຸນເດີມ ດວງຈຳປາ ຄະນະປະຈຳພັກກອງພົນ, ຫົວໜ້າຫ້ອງການເມືອງ ກອງພົນທີ 2, ມີຄະນະຫ້ອງ, ພະແນກການ ແລະ ພະນັກງານ-ນັກຮົບ ເຂົ້າຮ່ວມ. ສະຫາຍ ພັນໂທ ສອນເພັດ ວັນນະໄຊ ຮອງຫົວໜ້າຫ້ອງການເມືອງ ກອງພົນທີ 2 ໄດ້ຜ່ານບົດສະຫຼຸບການນໍາພາ ຂອງຄະນະພັກຮາກຖານ ແລະ ວາງທິດທາງແຜນການໃນຕໍ່ໜ້າ, ເຊິ່ງໄດ້ຍົກໃຫ້ເຫັນການນໍາພາ-ຊີ້ນຳ ຂອງຄະນະພັກຮາກຖານ ສາມາດເຮັດໃຫ້ກົມກອງ ມີຄວາມສະຫງົບປອດໄພ,ພະນັກງານ-ສະມາຊິກພັກ, ນັກຮົບ ມີແນວຄິດເຊື່ອໝັ້ນຕໍ່ການນໍາພາຂອງພັກ, ມີຄວາມຮັບຜິດຊອບສູງຕໍ່ໜ້າທີ່ການເມືອງຂອງຕົນ. ກອງປະຊຸມ ໄດ້ຜ່ານລັດຖະດຳລັດ ຂອງປະທານປະເທດ ວ່າດ້ວຍການປະດັບຫຼຽນໄຊແຮງງານ ແລະ ດຳລັດ ຂອງນາຍົກລັດຖະມົນຕີ ວ່າດ້ວຍການປະດັບຫຼຽນການແຮງງານ ແລະ ມອບໃບຍ້ອງຍໍລັດຖະບານ ໃຫ້ນາຍທະຫານ ຢູ່ຫ້ອງການເມືອງ ກອງພົນທີ 2 ທີ່ມີຜົນງານດີເດັ່ນ ປະກອບສ່ວນເຂົ້າໃນການປະຕິບັດໜ້າທີ່ເຮັດວຽກງານປ້ອງກັນຊາດ-ປ້ອງກັນຄວາມສະຫງົບ ຕະຫຼອດໄລຍະ 5 ປີຜ່ານມາ ເນື່ອງໃນໂອກາດສະເຫຼີມສະຫຼອງວັນສ້າງຕັ້ງກອງທັບປະຊາຊົນລາວ ຄົບຮອບ 75 ປີ ໃນນັ້ນ, ປະດັບຫຼຽນໄຊແຮງງານ ຊັ້ນ II ຈໍານວນ 4 ສະຫາຍ, ຊັ້ນ III ຈໍານວນ 13 ສະຫາຍ, ຫຼຽນກາແຮງງານ 19 ສະຫາຍ ແລະ ມອບໃບຍ້ອງຍໍລັດຖະບານ 3 ສະຫາຍ. ພ້ອມນັ້ນ, ຍັງໄດ້ຜ່ານຂໍ້ຕົກລົງ ຂອງກະຊວງປ້ອງກັນປະເທດ ແລະ ຂໍ້ຕົກລົງ ຂອງກົມໃຫຍ່ການເມືອງກອງທັບ ວ່າດ້ວຍການແຕ່ງຕັ້ງຂັ້ນ ຮອງຫົວໜ້າຫ້ອງ ແລະ ພະແນກການ ຂຶ້ນກັບຫ້ອງການເມືອງ ກອງພົນທີ 2 ຕື່ມອີກ. ໂດຍ: ຄໍາຮັກ ໄຊວັນທອນ+ສຸວັນໂນ



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ