ກອງທັບປະຊາຊົນລາວ
 
ວັນອັງຄານ, ວັນທີ 18 ສິງຫາ 2026

  

ເປີດຊຸດອົບຮົມ-ຫັດແອບການເມືອງ, ການທະຫານ ໃຫ້ກຳລັງກອງຫຼອນ-ປກສ ບ້ານ ທົ່ວເມືອງປາກຊ່ອງ
ເວລາອອກຂ່າວ: 2026-08-04 15:54:27 | ຜູ້ຂຽນ : admin2 | ຈຳນວນຄົນເຂົ້າຊົມ: 805 | ຄວາມນິຍົມ:



ວັນທີ 4 ສິງຫາ 2026 ນີ້, ກອງບັນຊາການທະຫານເມືອງປາກຊ່ອງ ແຂວງຈຳປາສັກ ໄດ້ເປີດຊຸດອົບຮົມ-ຫັດແອບການເມືອງ, ການທະຫານ ໃຫ້ກຳລັງກອງຫຼອນ-ປກສ ບ້ານ ໃນ 5 ຕາແສງ ທົ່ວ ເມືອງປະຊ່ອງ ໂດຍເປັນປະທານ ຂອງສະຫາຍ ພົນຈັດຕະວາ ວິລະຕູ່ ວໍລິຈິດ ຄະນະປະຈຳພັກແຂວງ,ຮອງປະທານຜູ້ປະຈຳການ ຄະນະກຳມະການ ປກຊ-ປກສ ແຂວງ, ຫົວໜ້າການເມືອງ ກອງບັນຊາການທະຫານແຂວງຈໍາປາສັກ, ມີ ສະຫາຍ ບຸນລິດ ເທບບຸນສູງ ກຳມະການພັກແຂວງ, ເລຂາພັກເມືອງ, ປະທານ ຄະນະກຳມະການ ປກຊ-ປກສ ເມືອງປາກຊ່ອງ, ມີຄະນະພັກ-ຄະນະບັນຊາ ກອງບັນຊາການ ປກຊ-ປກສ ແຂວງ, ຫ້ອງການ ຄະນະກຳມະການ ປກຊ-ປກສ ແຂວງ, ກອງບັນຊາການ ປກຊ-ປກສ ເມືອງ, ປະທານຄະນະກຳມະການປົກຄອງຕາແສງ, ຄູ-ອາຈານ ແລະ ກຳລັງກອງຫຼອນ-ປກສ ບ້ານ ທົ່ວເມືອງ ເຂົ້າຮ່ວມ. ສະຫາຍ ພັນໂທ ຄໍາຫຼ້າ ດວງມາລາ ຫົວໜ້າການທະຫານ ກອງບັນຊາການທະຫານເມືອງປາກຊ່ອງ ໄດ້ຜ່ານຂໍ້ຕົກລົງ ຂອງຫ້ອງເສນາທິການ ກອງບັນຊາການທະຫານແຂວງຈໍາປາສັກ ວ່າດ້ວຍການອະນຸມັດໃຫ້ກອງບັນຊາການທະຫານເມືອງປາກຊ່ອງ ເປີດຊຸດອົບຮົມ-ຫັດແອບ ການເມືອງ, ການທະຫານ ໃຫ້ກຳລັງຫຼອນ-ປກສ ບ້ານ ທົ່ວເມືອງປາກຊ່ອງ ປະຈຳປີ 2026. ພ້ອມທັງ, ຜ່ານແຜນການອົບຮົມ-ຫັດແອບ ເຊິ່ງມີກຳລັງກອງຫຼອນ-ປກສ ບ້ານ ເຂົ້າຮ່ວມທັງໝົດ 663 ສະຫາຍ, ກຳລັງ ປກສ ບ້ານ 176 ສະຫາຍ, ເອກະສານທີ່ນຳມາອົບຮົມປະກອບມີ: ພາກການເມືອງ, ພາກສິລະປະຍຸດ-ຍຸດທະວິທີ ທາງການທະຫານ ແລະ ອົບຮົມວິຊາ ປກສ ເມືອງ, ກຳນົດເວລາ 16 ວັນ ຈຶ່ງຈະສໍາເລັດ. ການອົບຮົມ-ຫັດແອບໃນຄັ້ງນີ້ ແນໃສ່ເຮັດໃຫ້ກຳລັງກອງຫຼອນ-ກຳລັງ ປກສ ບ້ານ ຮັບຮູ້ເຊື່ອມຊຶມ, ກຳແໜ້ນ ວຽກງານ ປກຊ-ປກສ ຂອງພັກ-ລັດ ໃນສະພາບການໃໝ່, ທັງເປັນການຍົກລະດັບຄວາມຮູ້ ຄວາມສາມາດ ທາງດ້ານສິລະປະຍຸດ-ຍຸດທະວິທີ ໃຫ້ມີຄວາມຊໍານິຊໍານານ, ຄ່ອງແຄ້ວ ໃນການນຳໃຊ້ອາວຸດຍຸດໂທປະກອນ, ຮູ້ໝູນໃຊ້ພູມີປະເທດຖືກຕ້ອງກັບສະພາບການຕົວຈິງ ນອກນີ້, ຍັງເປັນປູກຈິດສຳນຶກໃຫ້ກຳລັງກອງຫຼອນ-ປກສ ບ້ານ ມີນໍ້າໃຈຮັກຊາດ, ຮູ້ຫຼັກການຈັດຕັ້ງປະກອບ, ສິດ ແລະ ໜ້າທີ່ຂອງຕົນ ໃນການເຮັດໜ້າທີ່ຕົວຈິງ. ໂດຍ: ດາວົງ ບຸດຕະວົງ



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ