ກອງບັນຊາການທະຫານເມືອງສະໜາມໄຊ ສຳເລັດການປັກດຳນາປີ ຕາມລະດູການ ປະຈຳປີ 2026
ເວລາອອກຂ່າວ: 2026-08-05 08:50:43 | ຜູ້ຂຽນ : admin1 | ຈຳນວນຄົນເຂົ້າຊົມ: 121 | ຄວາມນິຍົມ: ![]()
ເພື່ອເປັນການຈັດຕັ້ງປະຕິບັດຕາມແນວທາງນະໂຍບາຍຂອງພັກ ໃນການສ້າງພະລາທິການກັບທີ່ ດ້ວຍທິດນຳ "ເພິ່ງຕົນເອງ, ກຸ້ມຕົນເອງ ແລະ ສ້າງຄວາມເຂັ້ມແຂງດ້ວຍຕົນເອງ", ໃນທ້າຍເດືອນກໍລະກົດ 2026 ນີ້, ກອງບັນຊາການທະຫານເມືອງສະໜາມໄຊ ໄດ້ສຳເລັດການປັກດຳນາປີ ຕາມລະດູການ ປະຈຳປີ 2026, ໂດຍການເຂົ້າຮ່ວມຢ່າງຫ້າວຫັນຈາກຄະນະພັກ-ຄະນະບັນຊາ ພ້ອມດ້ວຍອ້າຍນ້ອງພະນັກງານ-ນັກຮົບ ພາຍໃນກົມກອງ.
ສະຫາຍ ພັນຕີ ເພັດສະໄໝ ເຢດມີສິນ ໄດ້ໃຫ້ຮູ້ວ່າ: ຜົນສຳເລັດຂອງການປັກດຳນາປີໃນຄັ້ງນີ້ ແມ່ນເກີດຈາກຄວາມສາມັກຄີເປັນຈິດໜຶ່ງໃຈດຽວ ແລະ ຄວາມດຸໝັ່ນຂະຫຍັນພຽນຂອງອ້າຍນ້ອງນັກຮົບທຸກສະຫາຍ ທີ່ໄດ້ພ້ອມກັນສຸມທຸກກຳລັງແຮງງານເຂົ້າໃນການຜະລິດກະສິກຳ ບໍ່ພຽງແຕ່ເປັນການປະຕິບັດຕາມຄຳສັ່ງຂອງຂັ້ນເທິງເທົ່ານັ້ນ, ແຕ່ຍັງເປັນການຮັບປະກັນທາງດ້ານສະບຽງອາຫານທີ່ໝັ້ນຄົງໃຫ້ແກ່ກົມກອງອີກດ້ວຍ. ທັງນີ້ກໍເພື່ອເປັນການສ້າງເສດຖະກິດເພື່ອແກ້ໄຂຊີວິດການເປັນຢູ່ຂອງກົມກອງ ແມ່ນໜຶ່ງໃນໜ້າທີ່ການເມືອງທີ່ສຳຄັນ ຄຽງຄູ່ກັບການຝຶກແອບວິຊາສະເພາະ ແລະ ການກຽມພ້ອມເຮັດໜ້າທີ່ປົກປັກຮັກ
ສາຄວາມສະຫງົບຂອງຊາດ.
ໂດຍ: ພອນສຸກ ແສງອາລຸນ
news to day and hot news
ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ
ຂ່າວມື້ນີ້
ຂ່າວຍອດນິຍົມ
ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ















