ກອງທັບປະຊາຊົນລາວ
 
ວັນສຸກ, ວັນທີ 07 ສິງຫາ 2026

  

ຫ້ອງ​ເສນາ​ທິ​ການ ທະຫານ​ແຂວງ​ອຸດົມ​ໄຊ ຈັດ​ພິທີ​ຮັບ​ສະມາຊິກ​ພັກ​ໃໝ່
ເວລາອອກຂ່າວ: 2026-08-05 08:51:56 | ຜູ້ຂຽນ : admin1 | ຈຳນວນຄົນເຂົ້າຊົມ: 124 | ຄວາມນິຍົມ:



ວັນ​ທີ 28 ກໍລະກົດ 2026, ໜ່ວຍ​ພັກ​ຫ້ອງ​ເສນາ​ທິ​ການ ກອງ​ບັນຊາ​ການ​ທະຫານ​ແຂວງ​ອຸດົມ​ໄຊ ໄດ້​ຈັດ​ພິທີ ຮັບ​ສະມາຊິກ​ພັກ​ສະໄໝ​ສຳຮອງ​ຂຶ້ນ​ເປັນ​ສະມາຊິກ​ພັກ​ສົມບູນ ແລະ ຮັບ​ມະຫາຊົນ​ຜູ້​ທີ່​ກ້າວໜ້າ​ເຂົ້າ​ເປັນ​ສະມາຊິກ​ພັກ​ສະໄໝ​ສຳຮອງ, ໂດຍ​ການ​ເປັນ​ປະທານ​ຂອງ ສະຫາຍ ພັນ​ເອກ ຄຳ​ຜາຍ ໄຊ​ປັນຍາ ກຳມະການ​ຄະນະ​ພັກ​ກອງ​ບັນຊາ​ການ, ຫົວໜ້າ​ຫ້ອງ​ເສນາ​ທິ​ການ ກອງ​ບັນຊາ​ການ​ທະຫານ​ແຂວງ​ອຸດົມ ໄຊ, ມີ​ສະຫາຍ ພັນ​ໂທ ບຸນ​ທຳ ໄຊ​ຍະ​ຫຼວງ ກຳມະການ​ຄະນະ​ພັກ​ກອງ​ບັນຊາ​ການ, ຮອງ​ຫົວໜ້າ​ຫ້ອງ​ເສນາ​ທິ​ການ​ກອງ​ບັນຊາ​ການ​ທະຫານ​ແຂວງ​ອຸດົມ​ໄຊ, ມີ​ຄະນະ​ພັກ-ຄະນະ​ບັນຊາ ຕະຫຼອດ​ຮອດ ພະນັກງານ​ສະມາຊິກ​ພັກ​ສະໄໝ​ສຳຮອງ-ສະມາຊິກ​ພັກ​ສົມບູນ ເຂົ້າ​ຮ່ວມ. ສະຫາຍ ພັນ​ໂທ ຍວມ​ມະນີ ແສນ​ຄຳ​ຮັກ ກຳມະການ​ຄະນະ​ໜ່ວຍ​ພັກ ຫ້ອງ​ເສນາ​ທິ​ການ ກອງ​ບັນຊາ​ການ​ທະຫານ​ແຂວງ​ອຸດົມ​ໄຊ ໄດ້​ຜ່ານ​ມະຕິ​ຕົກລົງ​ຂອງ​ຄະນະ​ປະຈຳ​ພັກ​ກອງ​ບັນຊາ​ການ​ທະຫານ​ແຂວງ​ອຸດົມ​ໄຊ ວ່າ​ດ້ວຍ​ການ ອະນຸມັດ​ຮັບ​ເອົາ​ມະຫາຊົນ​ກ້າວໜ້າ​ເຂົ້າ​ເປັນ​ສະມາຊິກ​ພັກ​ສະໄໝ​ສຳຮອງ ແລະ ເລື່ອນ​ສະມາຊິກ​ພັກ​ສະໄໝ​ສຳຮອງ​ຂຶ້ນ​ເປັນ​ສະມາຊິກ​ພັກ​ສົມບູນ; ອີງ​ຕາມ​ກົດ​ລະບຽບ​ຂອງ​ພັກ​ປະຊາຊົນ​ປະຕິວັດ​ລາວ​ສະໄໝ​ທີ XI ວ່າ​ດ້ວຍ​ການ​ພິຈາລະນາ​ເລື່ອນ​ສະມາຊິກ​ພັກ​ສະໄໝ​ສຳຮອງ​ຂຶ້ນ​ມາ​ເປັນ​ສະມາຊິກ​ພັກ​ສົມບູນ ຈຳນວນ 2 ສະຫາຍ ແລະ ຮັບ​ເອົາ​ມະຫາຊົນ​ກ້າວໜ້າ​ເຂົ້າ​ເປັນ​ສະມາຊິກ​ພັກ​ສະໄໝ​ສຳຮອງ ຈຳນວນ 6 ສະຫາຍ. ສະຫາຍ ພັນ​ເອກ ຄຳ​ຜາຍ ໄຊ​ປັນຍາ ໄດ້​ເນັ້ນ​ໜັກ​ໃຫ້ ບັນດາ​ສະມາຊິກ​ພັກ​ສະໄໝ​ສຳຮອງ-ສະມາຊິກ​ພັກ​ສົມບູນ ໃໝ່ ຈົ່ງ​ເຝິກຝົນ​ຫຼໍ່​ຫຼອມ​ຕົນ​ເອງ, ປະຕິບັດ​ກົດ​ລະບຽບ​ຂອງ​ພັກ​ໃຫ້​ເຂັ້ມ​ງວດ, ຍົກ​ສູງ​ຄຸນ​ທາດ​ການເມືອງ, ຄຸນສົມບັດ​ສິນ​ທຳ​ປະຕິວັດ, ເພີ່ມ​ທະວີ​ຄວາມ​ສາມັກຄີ​ໃຫ້​ແໜ້ນ​ແຟ້ນ, ພ້ອມ​ກັນ​ເຮັດ​ສຳເລັດ​ໜ້າທີ່ ທີ່​ພັກ-ລັດ​ຂັ້ນ​ເທິງ​ມອບ​ໝາຍ​ໃຫ້. ໂດຍ: ນາງ ວິໄລ​ພອນ



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ