ກອງທັບປະຊາຊົນລາວ
 
ວັນສຸກ, ວັນທີ 07 ສິງຫາ 2026

  

ຂະແໜງ​ຊາວ​ໜຸ່ມ​ກອງພັນ​ໃຫຍ່ 643 ປະ​ເມີນ​ຜົນ​ການຈັດຕັ້ງ​ປະຕິບັດ​ຂໍ້​ແຂ່ງຂັນ 4 ບຸກ
ເວລາອອກຂ່າວ: 2026-08-05 08:53:12 | ຜູ້ຂຽນ : admin1 | ຈຳນວນຄົນເຂົ້າຊົມ: 122 | ຄວາມນິຍົມ:



ໃນ​ວັນ​ທີ 29 ກໍລະກົດ 2026 ນີ້, ຂະແໜງ​ຊາວ​ໜຸ່ມ​ກອງພັນ​ໃຫຍ່ 643 ໄດ້​ສະຫຼຸບ​ປະ​ເມີນ​ຜົນ​ການຈັດຕັ້ງ​ປະຕິບັດ​ຂໍ້​ແຂ່ງຂັນ 4 ບຸກ ແລະ ມອບ​ໃບຢັ້ງຢືນ​ນາມ ມະຍົດ 4 ບຸກ​ໃຫ້​ການຈັດຕັ້ງ​ຊາວ​ໜຸ່ມ ແລະ ສະມາຊິກ​ຊາວ​ໜຸ່ມ ສົກ​ປີ 2022-2025, ໂດຍ​ການ​ເປັນ​ປະທານ​ຂອງ​ ສະຫາຍ ພັນ​ໂທ ອາ​ນຸ​ລັກ ມີ​ລິດ ຮອງ​ພະແນກການ​ເມືອງ, ຜູ້​ຊີ້​ນຳ​ວຽກ​ງານ​ອົງ​ການຈັດຕັ້ງ​ມະຫາຊົນ​ຂັ້ນ​ກອງພັນ​ໃຫຍ່, ມີ​ຊາວ​ໜຸ່ມ, ສະຫະພັນ​ແມ່ຍິງ, ພະແນກການ ແລະ ພາກສ່ວນ​ກ່ຽວຂ້ອງ​ເຂົ້າ​ຮ່ວມ. ສະຫາຍ ພັນ​ໂທ ພູ​ເງິນ ເທບ​ພອນ​ໄຊ ຫົວໜ້າ​ຂະແໜງ​ຊາວ​ໜຸ່ມ ໄດ້​ຜ່ານ​ບົດ​ສະຫຼຸບ​ປະ​ເມີນ​ຜົນ​ການຈັດຕັ້ງ​ປະຕິບັດ​ຂໍ້​ແຂງ​ຂັນ 4 ບຸກ ແລະ ຄັດ​ເລືອກ​ຊາວ​ໜຸ່ມ​ນຳ​ໜ້າ 4 ບຸກ ປະຈຳ​ປີ 2025 ເຊິ່ງ​ໄດ້​ຍົກ​ໃຫ້​ເຫັນ​ຜົນງານ​ດ້ານ​ພົ້ນ​ເດັ່ນ​ໃນ​ການຈັດຕັ້ງ​ຜັນ​ຂະຫຍາຍ​ເນື້ອ​ໃນ​ຂໍ້​ແຂ່ງຂັນ 4 ບຸກ ໃນ​ໄລຍະ 1 ປີ ທີ່​ຜ່ານ​ມາ, ທົ່ວ​ກົມ​ກອງ ໄດ້​ຮັບ​ການຈັດຕັ້ງ​ປະຕິບັດ​ຢ່າງ​ກວ້າງຂວາງ ແລະ ຕໍ່​ເນື່ອງ, ສະມາຊິກ​ຊາວ​ໜຸ່ມ​ທຸກ​ສະຫາຍ​ໄດ້​ປະກອບສ່ວນ​ດ້ານ​ເຫື່ອແຮງ ແລະ ສະຕິ​ປັນຍາ ເຂົ້າ​ໃນ​ທຸກ​ຂົງເຂດ​ວຽກ​ງານ​ຂະ​ບວນ​ການ​ຂອງ​ກົມ​ກອງ​ໂດຍ​ຕິດ​ພັນ​ກັບ​ການ​ສ້າງ​ໜ່ວຍ​ພັກ ປອດ​ໃສ, ເຂັ້ມແຂງ ແລະ ໜັກ​ແໜ້ນ ຢ່າງ​ຕັ້ງໜ້າ, ເສີມ​ຂະຫຍາຍ​ທ່າແຮງ​ຫົວຄິດ​ປະດິດ​ສ້າງ​ຂອງ​ສະມາຊິກ​ຊາວ​ໜຸ່ມ ແລະ ປຸກລະດົມ​ຊຸກຍູ້​ຂະ​ບວນ​ການ 4 ບຸກ ພາຍ​ໃນ​ກົມ​ກອງ​ໃຫ້​ມີ​ບັນຍາກາດ​ຟົດຟື້ນ ແລະ ຕໍ່​ເນື່ອງ. ໃນ​ພິທີ, ສະຫາຍ ພັນ​ຕີ ກອງ​ແດງ ໄຊ​ຍະ​ລາດ ຊ່ວຍ​ວຽກ​ຂະແໜງ​ຊາວ​ໜຸ່ມໄດ້​ຜ່ານ ​ຂໍ້​ຕົກລົງ ວ່າ​ດ້ວຍ​ອະນຸມັດ​ໃບ ຢັ້ງຢືນ​ນາມມະຍົດ 4 ບຸກ ໃຫ້​ການຈັດຕັ້ງ​ຊາວ​ໜຸ່ມ ແລະ ສະມາຊິກ​ຊາວ​ໜຸ່ມ​ໃນ​ກຳລັງ​ຫຼວງ​ທົ່ວ​ກອງທັບ. ໃນ​ນີ້, ການຈັດຕັ້ງ​ຊາວ​ໜຸ່ມ​ກອງພັນ​ໃຫຍ່ 643 ໄດ້​ຮັບ​ໃບຢັ້ງຢືນ​ນາມມະຍົດ 4 ບຸກ ຈຳນວນ 17 ຄະນະ ແລະ ໃບຢັ້ງຢືນ​ນາມມະຍົດ ສະມາຊິກ​ຊາວ​ໜຸ່ມ 4 ບຸກ ຈຳນວນ 363 ສະຫາຍ. ຂ່າວ: ທອນ ແສງ​ດວງ​ຕາ ພາບ: ພູ​ວອນ ໄຊ​ຍະ​ແສງ



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ