ຫ້ອງການເມືອງທະຫານ ແຂວງຫຼວງພະບາງ ມອບຫຼຽນກາລະນຶກ 50 ປີ ວັນສະຖາປະນາ ສປປ ລາວ
ເວລາອອກຂ່າວ: 2026-08-05 08:54:49 | ຜູ້ຂຽນ : admin1 | ຈຳນວນຄົນເຂົ້າຊົມ: 122 | ຄວາມນິຍົມ: ![]()
ໃນວັນທີ 29 ກໍລະກົດ 2026 ນີ້, ຫ້ອງການເມືອງກອງບັນຊາການທະຫານ ແຂວງຫຼວງພະບາງໄດ້ມອບຫຼຽນກາລະນຶກ 50 ປີເນື່ອງໃນໂອກາດ ວັນສະຖາປະນາ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ, ໂດຍການເປັນປະທານຂອງສະຫາຍ ພັນເອກ ວິລະສິນ ມິດຕະພອນ ສະມາຊິກສະພາແຫ່ງຊາດ, ຮອງກອງບັນຊາການ, ຫົວໜ້າຫ້ອງການເມືອງທະຫານແຂວງຫຼວງພະບາງ, ມີຄະນະພັກ-ຄະນະບັນຊາ, ອົງການ, ກົມກອງອ້ອມຂ້າງ ແລະ ພະນັກງານ-ນັກຮົບ ພາຍໃນກົມກອງ ເຂົ້າຮ່ວມ.
ສະຫາຍ ພັນໂທ ບຸນເພັງ ພັນພວງເພັດ ຫົວໜ້າພະແນກນະໂຍບາຍ ຫ້ອງການເມືອງ ກອງບັນຊາການທະຫານ ແຂວງຫຼວງພະບາງໄດ້ຜ່ານລັດຖະດຳລັດ ຂອງປະທານປະເທດ, ວ່າດ້ວຍການມອບຫຼຽນກາລະນຶກ 50 ປີ ວັນສະຖາປະນາ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ, ໃຫ້ພະນັກງານ ຢູ່ຫ້ອງການເມືອງ ກອງບັນຊາການທະຫານ ແຂວງຫຼວງພະບາງ ຜູ້ທີ່ມີຜົນງານ, ຄຸນງາມຄວາມດີໃນພາລະກິດປົກປັກຮັກສາ ແລະ ສ້າງສາພັດທະນາປະເທດຊາດ ຕະຫຼອດໄລຍະຜ່ານມາ, ເຊິ່ງໃນນີ້ ຫ້ອງການເມືອງທະຫານແຂວງ ມີພະນັກງານ
ໄດ້ຮັບຫຼຽນກາລະນຶກ 50 ປີ ຈຳນວນ 86 ສະຫາຍ, ໃນພິທີຄະນະພັກ-ຄະນະບັນຊາຫ້ອງການເມືອງທະຫານແຂວງ ໄດ້ຜັດປ່ຽນກັນຂຶ້ນປະດັບຫຼຽນກາລະນຶກ
ໃຫ້ພະນັກງານ-ສະມາຊິກພັກຜູ້ທີ່ມີຜົນງານດີເດັ່ນຢ່າງສົມກຽດ.
ໂດຍ: ບຸນເພັງ ວົງແກ້ວມະນີ
news to day and hot news
ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ
ຂ່າວມື້ນີ້
ຂ່າວຍອດນິຍົມ
ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ















