ກອງບັນນາທິການ ໜັງສືພິມກອງທັບ ເຜີຍແຜ່ຜົນສຳເລັດກອງປະຊຸມວຽກງານສື່ມວນຊົນທົ່ວປະເທດຄັ້ງທີ I
ເວລາອອກຂ່າວ: 2026-08-05 08:59:22 | ຜູ້ຂຽນ : admin1 | ຈຳນວນຄົນເຂົ້າຊົມ: 166 | ຄວາມນິຍົມ: ![]()
ວັນທີ 4 ສິງຫາ 2026 ນີ້, ກອງບັນນາທິການ ໜັງສືພິມກອງທັບ ເຜີຍແຜ່ຜົນສຳເລັດກອງປະຊຸມ ວຽກງານສື່ມວນຊົນທົ່ວປະເທດ ຄັ້ງທີ I ພາຍໃຕ້ຄຳຂວັນທີ່ວ່າ: "ເພີ່ມທະວີບົດບາດການນຳພາຂອງພັກ, ພັດທະນາວຽກງານສື່ມວນຊົນ ໃຫ້ຫັນປ່ຽນສູ່ຄຸນນະພາບໃໝ່ ຢ່າງແຂງແຮງ" ໂດຍການເປັນປະທານຂອງສະຫາຍ ພັນເອກ ວັນເຮືອງ ສີວິໄລ ຫົວໜ້າກອງບັນນາທິການໜັງສືພິມກອງ
ທັບ, ມີຄະນະພັກ-ຄະນະບັນນາທິການ, ພະແນກການ ແລະ ພະນັກງານ-ນັກຮົບ ເຂົ້າຮ່ວມ.
ສະຫາຍ ພັນເອກ ວັນເຮືອງ ສີວິໄລ ຫົວໜ້າກອງບັນນາທິການ ໜັງສືພິມກອງທັບ ໄດ້ເຜີຍແຜ່ຜົນສຳເລັດ ກອງປະຊຸມວຽກງານສື່ມວນຊົນທົ່ວປະເທດ ຄັ້ງທີ I ໂດຍສະເພາະແມ່ນ ຄຳໂອ້ລົມຂອງ ສະຫາຍ ທອງລຸນ ສີສຸລິດ ເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກ, ປະທານປະ ເທດ ຕໍ່ກັບວຽກງານສື່ມວນຊົນທົ່ວປະເທດ ໄດ້ກ່າວວ່າ: ວຽກງານສື່ມວນຊົນ ເປັນວຽກງານໜຶ່ງທີ່ມີຄວາມສຳຄັນ ເປັນຜູ້ນຳເອົາບັນດານະໂຍບາຍຂອງພັກ-ກົດໝາຍຂອງລັດ, ເອກະສານນິຕິກຳຕ່າງໆ ນຳມາຈັດຕັ້ງມາເຜີຍແຜ່ເປັນບົດຂ່າວ, ບົດຄວາມ, ກາບກອນ ເພື່ອໂຄສະນາຜ່ານສືສິ່ງພິມ, ວິທະຍຸກະຈາຍສຽງ, ໂທລະພາບ ແລະ ສື່ອອນລາຍຕ່າງໆ ເພື່ອໃຫ້ຊັ້ນຄົນໃນສັງຄົມ ໄດ້ເຂົ້າເຖິງຂໍ້ມູນ, ຂ່າວສານທີ່
ເປັນຈິງ ລວມທັງການຕອບຕ້ານສື່ອື່ນ ທີ່ບິດເບື່ອນຄວາມຈິງ ເປັນ
ຕົ້ນແມ່ນ ຂ່າວປອມ ( Fake New ) ໃສ່ຮ້າຍປ້າຍສີ, ຍຸຍົງໃຫ້ເກີດຄວາມເຂົ້າໃຈຜິດ, ແຕກແຍກໃນສັງຄົມ ຫຼື ທຳລາຍຄວາມບໍ່ສະຫງົບ ແລະ ຄວາມເປັນລະ ບຽບຮຽບຮ້ອຍຂອງສັງຄົມ ສື່ມວນຊົນພວກເຮົາ ກໍໄດ້ເປັນກະ ບອກສຽງຕອບຕ້ານໄດ້ຢ່າງທັນການ; ດັ່ງຄຳວ່າທີ່ວ່າ: ສື່ມວນຊົນເປັນຜູ້ກ້າປາກອອກແສງ, ຜູ້ຮູ້ແທງຈິດໃຈ, ຜູ້ສະດຸ້ງໄວເມື່ອອ່ານ, ຜູ້ຮູ້ຜ່ານອຸປະສັກ, ຜູ້ທີ່ຮັກຄວາມຈິງ ແລະ ຜູ້ທີ່ຍິງຖືກເປົ້າ.
ຈາກນັ້ນ, ສະຫາຍ ພັນໂທ ອາໄພ ອະໄພຍະວົງ ຮອງຫົວໜ້າກອງບັນນາທິການໜັງສືພິມກອງທັບ ໄດ້ຜ່ານກົດໝາຍ ສື່ມວນຊົນ ແລະ ຈັນຍາບັນຂອງສື່ມວນຊົນລາວ, ເຊິ່ງເປັນກະບອກສຽງອັນແຫຼມຄົມ ໃຫ້ແກ່ພັກ ແລະ ລັດ ເປັນເຄື່ອງມືໃນການເຜີຍແຜ່ແນວທາງແຜນນະໂຍບາຍຂອງພັກ ແລະ ກົດໝາຍຂອງລັດ ການມີກົດໝາຍສື່ມ່ວນຊົນ ແລະ ບັນດາກົດໝາຍອື່ນໆ ໃນຕິກຳໃຕ້
ກົດໝາຍເພື່ອຮັບໃຊ້ການຄຸ້ມຄອງເຄື່ອນໄຫວວຽກງານສື່ມວນຊົນແມ່ນຄວາມຈຳເປັນຂອງລັດປະຊາທິປະໄຕ ປະຊາຊົນ ປົກຄອງດ້ວຍກົດໝາຍ. ຄວາມສຳຄັນຈັນຍາບັນສື່ມວນຊົນ ແມ່ນຫຼັກການສິນທຳເປັນຂໍ້ບັງຄັບ ແລະ ມາດຕະຖານຄວາມປະພຶດທີ່ຜູ້ປະກອບວິຊາຊີບສື່ມວນຊົນ(ນັກຂ່າວ, ບັນນາທິການຜູ້ຜະ ລິດລາຍການ ລວມເຖິງນັກສື່ອອນລາຍ) ຕ້ອງໄດ້ຍຶດຖື ແລະ ຕ້ອງປະຕິບັດຢ່າງເຄັ່ງຄັດ ເພື່ອຮັບປະກັນ ໃຫ້ການສະເໜີຂໍ້ມູນຂ່າວສານ ມີຄວາມຖືກຕ້ອງ, ເປັນ
ທຳ ແລະ ເປັນປະໂຫຍດຕໍ່ສັງຄົມ.
ໂດຍ: ພອນໄຊ
news to day and hot news
ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ
ຂ່າວມື້ນີ້
ຂ່າວຍອດນິຍົມ
ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ















