ສູນເຝິກກອງພົນທີ 5 ຍົກສູງວຽກງານການຮຽນ-ການສອນ ໃຫ້ມີຄຸນນະພາບອັນໃໝ່
ເວລາອອກຂ່າວ: 2026-08-05 09:04:48 | ຜູ້ຂຽນ : admin1 | ຈຳນວນຄົນເຂົ້າຊົມ: 170 | ຄວາມນິຍົມ: ![]()
ໂດຍປະຕິບັດຕາມທິດທາງແຜນການປັບປຸງກໍ່ສ້າງກຳລັງປະກອບອາວຸດ ໃຫ້ມີແບບແຜນ ແລະ ທັນສະໄໝ ຕາມແນວທາງຂອງພັກ, ອີງຕາມທິດຊີ້ນຳ ຂອງກະຊວງປ້ອງກັນປະເທດ ກໍຄື ມະ ຕິກອງປະຊຸມໃຫຍ່ ຄັ້ງທີ VII ຂອງອົງຄະນະພັກ ກອງພົນທີ 5 ວ່າດ້ວຍການປັບປຸງ-ກໍ່ສ້າງກຳລັງ ໃຫ້ໜັກແໜ້ນເຂັ້ມແຂງໃນທຸກດ້ານ, ສ້າງພະນັກງານ-ນັກຮົບ ໃຫ້ມີລະບຽບວິໄນເຂັ້ມງວດ ແລະ ສ້າງກອງວັດທະນະທຳ. ສູນ ເຝິກກອງພົນທີ 5 ພາຍໃຕ້ການ ຊີ້ນຳ-ນຳພາໂດຍກົງ ແລະ ຮອບດ້ານ ຈາກຄະນະພັກ-ຄະນະບັນຊາ ກອງພົນທີ 5 ໄດ້ຈັດຕັ້ງຜັນຂະ ຫຍາຍມະຕິ, ຄຳສັ່ງ ແລະ ທິດທາງແຜນການ ຢ່າງຕັ້ງໜ້າ ເພື່ອ ກໍ່ສ້າງ-ບຳລຸງ ພະນັກງານ-ນັກ ຮົບ ໃຫ້ມີແນວຄິດການເມືອງໜັກ ແໜ້ນ, ມີຄຸນສົມບັດສິນທຳປະຕິ ວັດ, ມີຄວາມຮູ້-ຄວາມສາມາດ ແລະ ລະດັບວິຊາສະເພາະ ພ້ອມທັງປະຕິບັດທຸກໜ້າທີ່ ທີ່ຂັ້ນເທິງມອບໝາຍໃຫ້.
ສະຫາຍ ພັນໂທ ຄຳພັດ ແສນຜາສົມພູ ຫົວໜ້າການທະ ຫານ ສູນເຝິກກອງພົນທີ 5 ໃຫ້ຮູ້ ວ່າ: ໄລຍະຜ່ານມາສູນເຝິກ ໄດ້ເອົາໃຈໃສ່ປະຕິບັດໜ້າທີ່ການ ເມືອງ ດ້ວຍຄວາມຮັບຜິດຊອບສູງ ແລະ ມີຜົນເລັດຫຼາຍດ້ານ, ພົ້ນເດັ່ນແມ່ນ ໄດ້ຈັດຕັ້ງປະຕິບັດແຜນການກໍ່ສ້າງ-ບຳລຸງ ໃນນີ້, ກໍ່ສ້າງນາຍສິບທະຫານຮາບ ລະ ບົບ 1 ປີ ໄດ້ 10 ຊຸດ, ມີຈຳນວນນັກຮຽນທັງໝົດ 1.000 ກວ່າສະຫາຍ, ຄຸນນະພາບສະເລ່ຍ 98,88%, ບຳລຸງພະນັກງານບັນ ຊາຂັ້ນກອງພັນ, ກອງຮ້ອຍລະ ບົບ 6 ເດືອນ ໄດ້ 4 ຊຸດ, ຈຳນວນນັກຮຽນ 120 ສະຫາຍ, ຄຸນນະພາບສະເລ່ຍ 95,7%, ບຳລຸງພະນັກງານການເມືອງ ຂັ້ນກອງ ພັນ-ກອງຮ້ອຍ ລະບົບ 6 ເດືອນ ໄດ້ 3 ຊຸດ, ມີຈຳນວນທັງໝົດ 90 ສະຫາຍ, ຄຸນນະພາບສະເລ່ຍ 93,33%, ປັດຈຸບັນກຳລັງກະ ກຽມເປີດຊຸດທີ 4 ມີ ນັກຮຽນທັງ ໝົດ 30 ສະຫາຍ. ອີງຕາມຄວາມ ຮຽກຮ້ອງຕ້ອງການຂອງໜ້າທີ່ວຽກງານ ໃນໄລຍະຜ່ານມາ ຄະ ນະພັກ-ຄະນະບັນຊາ ກອງພົນທີ 5 ຍັງໄດ້ເປີດຊຸດກໍ່ສ້າງວິຊາສະເພາະ ຮັບໃຊ້-ຮັບປະກັນ ທີ່ຈຳເປັນຕື່ມອີກ ເຊັ່ນ: ກໍ່ສ້າງແພດ ຊັ້ນຕົ້ນ 1 ຊຸດ ຈຳນວນ 60 ສະ ຫາຍ, ກໍ່ສ້າງອຸປະໂພກຊັ້ນຕົ້ນ 1 ຊຸດ ຈຳນວນ 60 ສະຫາຍ, ກໍ່ສ້າງປຸງແຕ່ງຊັ້ນຕົ້ນ 1 ຊຸດ ຈຳນວນ 60 ສະຫາຍ, ກໍ່ສ້າງຍຸດໂທຊັ້ນຕົ້ນ 1 ຊຸດ ຈຳນວນ 30 ສະຫາຍ, ກໍ່ສ້າງວິຊາສະເພາະນັກຂັບຂີ່ລົດການທະຫານ 1 ຊຸດ ຈຳນວນ 55 ສະຫາຍ. ຜ່ານການຈັດຕັ້ງປະຕິ ບັດ ແຜນການຮຽນ-ການສອນ ດັ່ງກ່າວສາມາດບັນລຸໄດ້ຕາມຈຸດ ປະສົງຄາດໝາຍ ແລະ ຮັບປະ ກັນຄວາມສະຫງົບປອດໄພ 100%.
ເພື່ອຍົກສູງຄຸນນະພາບການຮຽນ-ການສອນ ກ້າວເຂົ້າສູ່ຄຸນນະພາບອັນໃໝ່, ຄະນະພັກ-ຄະນະບັນຊາ ໄດ້ກຳນົດ 3 ວຽກງານ ດັ່ງນີ້: ວຽກງານການຄຸ້ມຄອງດ້ານລະບຽບແບບແຜນ ໄດ້ ຈັດຕັ້ງກວດກາລະບຽບລວມທົ່ວສູນເຝິກເປັນປະຈຳທຸກໆອາ ທິດ ໂດຍອີງໃສ່ ຂໍ້ກຳນົດ 7 ລະ ບອບ 18 ວຽກ ຂອງກອງທັບ, ກວດກາລະບຽບບຸກຄົນ ເຊັ່ນ: ການນຸ່ງຖືເຄື່ອງແບບ ແລະ ຕັດຜົມຂອງພະນັກງານ-ນັກຮົບເພດຊາຍ, ກວດກາລະບຽບສ່ວນ ລວມ ເຊັ່ນ: ການປະຕິບັດໂມງເວ ລາເຂົ້າການ-ເລີກການ, ກວດກາຈຳນວນພົນ, ແລະ ການຮັກສາຄວາມສະອາດສະຖານທີ່ ຫ້ອງ ການ, ສະໂມສອນ, ຫ້ອງຮຽນ, ເຮືອນນອນ, ເຮືອນຄົວ ແລະ ຫ້ອງນ້ຳ, ຈັດຕັ້ງສະຫຼຸບຖອດຖອນບົດຮຽນທຸກໆ ອາທິດ ເພື່ອ ຖອດຖອນບົດຮຽນດ້ານດີ ແລະ ແກ້ໄຂດ້ານອ່ອນ. ຜົນໄດ້ຮັບ ເຫັນວ່າ: ພະນັກງານ-ນັກຮົບ ມີການຫັນປ່ຽນດີຂຶ້ນຢ່າງຈະແຈ້ງ, ນຸ່ງຖືເປັນລະບຽບ ແລະ ປະຕິບັດໂມງເວລາຂຶ້ນ-ລົງຫ້ອງຮຽນ ຢ່າງເຂັ້ມງວດ. ວຽກງານການຄຸ້ມຄອງດ້ານການຮຽນ-ການສອນ ໄດ້ຄຸ້ມຄອງເອກະສານ ແລະ ຕຳລາການຮຽນ-ການສອນ ຕາມໂຄງການຫຼັກສູດທີ່ກົມໂຮງ ຮຽນກົມ ໃຫຍ່ເສນາທິການ ກອງ ທັບກຳນົດໄວ້ຢ່າງເຂັ້ມງວດ, ຊີ້ ນຳພະແນກເສນາ-ອົບຮົມເອົາ ໃຈໃສ່ຄົ້ນຄວ້າເອກະສານ ແລະ ແນະນຳຄູ-ອາຈານ ໃຫ້ແຕ່ງບົດ ສອນຖືກຕ້ອງຕາມເນື້ອໃນຕົ້ນ ຕໍ, ເນັ້ນຈຸດໜັກ-ຈຸດສຳຄັນ ແລະ ສອດຄ່ອງກັບສະ ພາບການຕົວຈິງ, ວຽກງານການຄຸ້ມຄອງນັກ ຮຽນອີງໃສ່ກົດລະບຽບຂອງກອງທັບ ແລະ ຂໍ້ກຳນົດຂອງສູນເຝິກ ເພື່ອສ້າງກົມກອງໃຫ້ມີລະບຽບແບບແຜນ, ຊີ້ນຳບັນດາພະແນກການ ແລະ ກົມກອງ ຕິດ ຕາມກວດກາການປະຕິບັດ 7 ລະ ບອບ 18 ວຽກ ຢ່າງໃກ້ຊິດ, ກຳ ແໜ້ນຊີວະປະຫວັດ, ສະພາບການ ເມືອງ-ແນວຄິດ,ຫຼັກໝັ້ນຊົນ ຊັ້ນ, ຈຳນວນພົນ, ການເຂົ້າການ-ເລີກ ການເປັນປະຈຳ. ຜ່ານການຈັດ ຕັ້ງປະຕິບັດກົມກອງມີຄວາມສະຫງົບປອດໄພ 100% ແລະ ສາມາດຕ້ານ, ສະກັດກັ້ນປະກົດການຫຍໍ້ ທໍ້ຕ່າງໆ ຢ່າງມີປະສິດທິຜົນ.
ສະຫາຍ ພັນໂທ ຄຳພັດ ແສນຜາສົມພູ ໃຫ້ຮູ້ຕື່ມວ່າ: ທິດທາງໃນຕໍ່ໜ້າ ຈະສືບຕໍ່ສຶກສາອົບຮົມພະນັກງານ-ນັກຮົບ, ພາລະກອນ ແລະ ນັກຮຽນທຸກສະຫາຍ ໃຫ້ເຊື່ອມຊຶມແນວທາງຂອງພັກ, ກົດໝາຍຂອງລັດ, ແລະ ປະຕິບັດ ຂໍ້ກຳນົດ ກົດລະບຽບຂອງກອງ ທັບ ໂດຍສະເພາະ 7 ລະບອບ 18 ວຽກຂອງກອງທັບ, ຈັດຕັ້ງ ປະຕິບັດໂຄງການຫຼັກສູດຢ່າງ ເຂັ້ມງວດ ພ້ອມທັງປັບປຸງບາງເນື້ອໃນໃຫ້ແທດເໝາະກັບສະ ພາບຕົວຈິງ ເພື່ອໃຫ້ນັກຮຽນກຳແໜ້ນທິດສະດີ-ຫຼັກການ ແລະ ນຳໄປຈັດຕັ້ງປະຕິບັດໄດ້ຢ່າງມີ ປະສິດທິຜົນ, ສືບຕໍ່ຍົກລະດັບຄວາມຮູ້-ຄວາມສາມາດວິຊາສະ ເພາະຂອງຄູ-ອາຈານ, ສູ້ຊົນສ້າງ ຄູສອນດີ-ສອນເກັ່ງ ແລະ ນັກ ຮຽນຮຽນດີ-ຮຽນເກັ່ງໃຫ້ບັນ ລຸ 90% ຂຶ້ນໄປ, ສືບຕໍ່ປັບປຸງພື້ນ ຖານໂຄງລ່າງ, ຄ້າຍຄູ ໃຫ້ແໜ້ນ ໜາ-ຖາວອນ, ສະອາດ, ສວຍງາມ; ເອົາໃຈໃສ່ຕິດຕາມກວດ ກາພະນັກງານ-ນັກຮົບ ຜູ້ທີ່ມີຜົນ ງານດີເດັ່ນ ແລະ ສຳເລັດໃນໜ້າທີ່ວຽກງານຕົວຈິງ ເພື່ອປະຕິບັດນະ ໂຍບາຍ ຕາມຄວາມເໝາະສົມ ແລະ ເຂັ້ມງວດເດັດຂາດ ຕໍ່ຜູ້ທີ່ລະເມີດ ແລະ ຝ່າຝືນຕໍ່ຂໍ້ກຳນົດ ກົດລະບຽບຂອງກອງທັບ ກໍຄື ຂອງສູນເຝິກວາງອອກ ດ້ວຍມາດຕະການຕ່າງໆ ຕາມກໍລະນີທີ່ກະທຳຜິດ.
news to day and hot news
ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ
ຂ່າວມື້ນີ້
ຂ່າວຍອດນິຍົມ
ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ















