ກອງທັບປະຊາຊົນລາວ
 
ວັນພຸດ, ວັນທີ 19 ສິງຫາ 2026

  

ດ້ຽນ​ບຽນ ກຳນົດ​ຕົ້ນ​ກາເຟ​ມູນ​ຄ່າ​ສູງ ມຸ່ງ​ໄປ​ເຖິງ​ ການ​ສ້າງ​ກາ​ໝາຍ​ສິນຄ້າ ແລະ ສົ່ງ​ອອກ​ທົ່ວ​ໂລກ
ເວລາອອກຂ່າວ: 2026-08-05 09:24:35 | ຜູ້ຂຽນ : admin3 | ຈຳນວນຄົນເຂົ້າຊົມ: 174 | ຄວາມນິຍົມ:



ຕາມ​ແຫຼ່ງ​ຂ່າວ ຫວຽດ ນາມ (VOVWORLD), ດ້ຽນ​ບຽນ ມີ​ເງື່ອນໄຂ​ທຳ​ມະ​ຊາດ​ທີ່​ເອື້ອ​ອຳນວຍ​ເພື່ອ​ພັດທະນາ​ຕົ້ນ​ກາເຟ ອະ​ຣາ​ບີ​ກາ (Arabica). ພືດ​ອຸດສາຫະກຳ​ຊະນິດ​ນີ້ ປະກອບສ່ວນ​ສຳຄັນ​ຕໍ່​ການ​ພັດທະນາ​ເສດຖະກິດ​ກະສິກຳ, ຍົກ​ສູງ​ລາຍ​ຮັບ​ໃຫ້​ແກ່​ປະຊາຊົນ, ພິເສດ ແມ່ນ​ພໍ່​ແມ່​ປະຊາຊົນ​ບັນດາເຜົ່າ​ສ່ວນ​ໜ້ອຍ. ບໍ່​ພຽງ​ແຕ່​ຊ່ວຍ​ພໍ່​ແມ່​ປະຊາຊົນ​ບັນດາເຜົ່າ​ສ່ວນ​ໜ້ອຍ​ຫຼຸດ​ພົ້ນ​ອອກ​ຈາກ​ຄວາມທຸກ​ຍາກ, ຕົ້ນ​ກາເຟ ພວມ​ຢັ້ງຢືນ​ຖານະ​ບົດບາດ​ເປັນຕົ້ນ​ໄມ້​ອຸດສາຫະກຳ​ຫຼັກ​ ຂອງ​ແຂວງ ດ້ຽນ​ບຽນ ເທື່ອ​ລະ​ກ້າວ, ນຳ​ມາ​ເຊິ່ງ​ມູນ​ຄ່າ​ເສດ ຖະກິດ​ສູງ​ເມື່ອ​ທຽບໃສ່​ຕົ້ນໄມ້​ອຸດສາຫະກຳ​ຫຼາຍ​ຊະນິດ. ປັດຈຸບັນ, ແຂວງ​ພວມ​ມຸ່ງ​ໄປ​ເຖິງ​ເປົ້າ​ໝາຍ​ກາຍເປັນ​ໜຶ່ງ​ໃນ​ບັນດາ​ເຂດ​ປູກ​ຕົ້ນ​ກາເຟ​ໃຫຍ່​ຂອງ ຫວຽດນາມ, ພ້ອມ​ທັງ​ຍູ້​ແຮງ​ການ​ສ້າງ​ເຄື່ອງໝາຍ​ການ​ຄ້າ​ທີ່​ໝັ້ນ​ແກ່ນ ມຸ່ງ​ໄປ​ເຖິງ​ການ​ສົ່ງ​ອອກ​ຕະຫຼາດ​ສາກົນ​ຈຸດ​ສຸມ. ຕາມ​ການ​ສະຖິຕິ​ຂອງ​ແຂວງ ປີ 2025, ລາຄາ​ກາເຟ​ສະເລ່ຍ​ໃນ​ເນື້ອທີ່ 1 ເຮັກຕາ ແມ່ນ​ປະມານ 300 ລ້ານ​ດົ່ງ. ສິ່ງ​ເປັນ​ໜ້າ​ເອົາໃຈໃສ່​ນັ້ນ​ແມ່ນ, ໃນ 1 ປີ, ສະມາຊິກ​ສະຫະກອນ ຟາ​ດິນ ຜູ້​ໜຶ່ງ (ຕາແສງ ຕວນ​ຢາວ) ສາມາດ​ສ້າງ​ລາຍ​ຮັບ​ໄດ້​ເກືອບ 5 ຕື້​ດົ່ງ (ປະມານ 190.255 ໂດ​ລາ) ໃນ​ເນື້ອທີ່​ປູກ​ກາເຟ 6-7 ເຮັກຕາ. ທ່ານ ຫງວ​​ຽນ​ແອັງ​ຫວຽດ ປະທານ​ສະພາ​ບໍລິຫານ​ບໍລິສັດ​ຫຸ້ນ​ສ່ວນ​ກາເຟ ຮົ່ງ​ກີ ສາກົນ ໃຫ້​ຮູ້​ວ່າ:“ສ່ວນ​ຫຼາຍ​ແມ່ນ​ພໍ່​ແມ່​ປະ ຊາຊົນ​ເຜົ່າ​ມົ້ງ ພວມ​ປູກ ແລະ ບົວລະບັດ​ຕົ້ນ​ກາເຟ. ຢູ່​ເຂດ​ພື້ນ​ທີ່​ຕ່ຳ​ຈຳນວນ​ໜຶ່ງ​ຊາວ​ເຜົ່າ​ຜູ້ໄທ ກໍ​ພວມ​ພັດທະນາ​ຕົ້ນ​ກາເຟ. ບໍລິສັດ​ມຸ່ງ​ໄປ​ເຖິງ​ຕົ້ນ​ກາເຟ​ທີ່​ເປັນ​ພະ​ລິດ​ຕະ​ພັນ​ພິເສດ​ເປັນຕົ້ນ ແລະ ນັ້ນ​ແມ່ນ ກາເຟ Arabica. ກາເຟ​ຢູ່​ທີ່​ນີ້ ມີ​ລະດັບ​ສານ​ສະກັດ​ຕ່າງ​ກັບ​ກາເຟ​ຢູ່​ບ່ອນ​ອື່ນ. ເຮົາ​ຈະ​ມຸ່ງ​ໄປ​ເຖິງ​ການ​ເຮັດ​ແນວໃດ​ເພື່ອ​ໃຫ້​ລົດ​ຊາດ​ກາເຟ​ຂອງ ຕວັນ​ຢາວ ມີ​ຄວາມ​ແຕກ​ຕ່າງ​ກັບ​ກາເຟ​ທີ່​ປູກ​ຢູ່​ເຂດ​ອື່ນໆ”. ກາເຟ Arabica ພວມ​ພັດທະ ນາ​ແບບ​ລວມ​ສູນ​ຢູ່​ບັນດາ​ເຂດ​ທີ່​ມີ​ດິນ​ຟ້າ​ອາກາດ ແລະ ດິນ​ປູກຝັງ​ທີ່​ເໝາະ​ສົມ​ຄື: ເມື່ອງ​ອ້າງ, ກວ່າຍ​ເຕີ, ຕວັນ​ຢາວ. ໃນ​ນັ້ນ, ເມື່ອງ​ອ໋າງ ໄດ້​ຮັບ​ການ​ຢັ້ງຢືນ​ຈົດ​ທະບຽນ​ບົ່ງ​ຊີ້​ທາງ​ພູມ​ສາດ​ໃຫ້​ຜະລິດ​ຕະ​ພັນ​ກາເຟ​ພິເສດ ດ້ຽນ​ບຽນ. ໃນ​ເມື່ອ​ກ່ອນ, ສ່ວນ​ຫຼາຍ​ກາເຟ​ໄດ້​ນຳໄປ​ຂາຍ​ໃຫ້​ບັນດາ​ບໍລິສັດ​ສົ່ງ​ອອກ​ຢູ່​ນອກ​ແຂວງ ພາຍ​ໃຕ້​ຮູບ​ແບບ​ກາເຟ​ປຸງ​ແຕ່ງ​ເບື້ອງ​ຕົ້ນ. ເຖິງ​ຢ່າງໃດ​ກໍ​ຕາມ, ປັດຈຸບັນ, ບັນດາ​ຮາກ​ຖານ​ພວມ​ຫັນ​ໄປ​ສູ່​ການ​ປຸງ​ແຕ່ງ​ເລິກ​ດ້ວຍ​ຜະລິດ​ຕະ​ພັນ​ກາເຟ​ຫຼາຍ​ຊະນິດ​ທີ່​ມີ​ຫຼາຍ​ຮູບ​ຫຼາຍ​ແບບ, ພ້ອມ​ທັງ​ລົງທຶນ​ກໍ່ສ້າງ​ເຄື່ອງໝາຍ​ການ​ຄ້າ​ຍົກ​ສູງ​ມູນ​ຄ່າ​ກາເຟ. ມາ​ຮອດ​ປັດຈຸບັນ, ດ້ຽນ​ບຽນ ມີ​ຜະລິດ​ຕະ​ພັນ​ກາເຟ 5 ຊະນິດ​ໄດ້​ຮັບ​ໃບຢັ້ງຢືນ​ວ່າ ໜຶ່ງ​ຕາແສງ ໜຶ່ງ​ຜະລິດ​ຕະ​ພັນ (OCOP). ທ່ານ ນາງ ເຈິ່ນ​ທິ​ທູ​ຫ໋າຍ ບໍລິສັດ ຫ໋າຍ​ອານ ຈຳກັດ, ຫົວໜ່ວຍ​ທີ່​ມີ​ຜະລິດ​ຕະ​ພັນ​ກາເຟ​ເກືອ ໄດ້​ຮັບ​ໃບຢັ້ງຢືນ OCOP 3 ດາວ ໃຫ້​ຮູ້​ວ່າ:“ກາເຟ Arabica ມີ​ລົດ​ຊາດ​ພິເສດ​ແມ່ນ​ສົ້ມ, ກົມ​ກ່ອມ​ນົວ, ຫວານ. ຜະລິດ​ຕະ​ພັນ ​ເພື່ອ​ນຳ​ເຂົ້າ​ຕະຫຼາດ​ຈຳໜ່າຍ​ຂອງ​ພວກ​ຂ້າພະເຈົ້າ​ແມ່ນ ກາເຟ​ເມັດ ເພື່ອ​ຊົງ​ດ້ວຍ​ເຄື່ອງ​ຈັກ, ກາເຟ​ຜົງ​ຊົງ​ດ້ວຍ​ເຄື່ອງ​ຕອງ ແລະ ກາເຟ​ເກືອ ເພື່ອ​ໃຫ້​ລູກ​ຄ້າ​ສາມາດ​ໄດ້​ດື່ມ​ຢູ່​ກັບ​ທີ່ ແລະ ຊື້​ເປັນ​ຂອງຕ້ອນ. ຕະຫຼາດ​ຈຳໜ່າຍ​ໃນ​ປັດຈຸບັນ​ຂອງ​ພວກ​ຂ້າພະເຈົ້າ​ແມ່ນ​ຢູ່​ໃນ​ແຂວງ ແລະ ນອກ​ແຂວງ ຄື: ຮ່າ​ໂນ້ຍ, ກວ໋າງ​ຫງາຍ ຫຼື ໄຊ​ງ່ອນ, ຝູ​ກວັກ”. ການ​ພັດທະນາ​ຫຼັງ​ຈາກ ໄຕ​ຫງວຽນ, ເຊີນ​ລາ, ດ້ຽນ​ບຽນ ໄດ້​ກຳນົດ​ພັດທະນາ​ກາເຟ ເປັນ​ພືດ​ຫຼັກ​ເທື່ອ​ລະ​ກ້າວ​ ແຕ່​ໝັ້ນ​ຄົງ. ນັບ​ແຕ່​ຕົ້ນ​ປີ​ມາ​ຮອດ​ປັດຈຸບັນ, ດ້ຽນ​ບຽນ ໄດ້​ປູກ​ໃໝ່​ຕົ້ນ​ກາເຟ​ໃນ​ເນື້ອທີ່​ກວ່າ 607 ເຮັກຕາ ແລະ ພວມ​ມຸ່ງ​ໄປ​ເຖິງ​ປີ 2030 ຈະ​ປູກ​ໃນ​ເນື້ອ​ທີ​ກວ່າ 20.000 ເຮັກຕາ. ເປົ້າ​ໝາຍ​ແມ່ນ​ເພື່ອໃຫ້ກາຍເປັນ​ແຂວງ​ທີ່​ມີ​ເນື້ອທີ່​ປູກ​ກາເຟ​ໃຫຍ່​ລະດັບປະເທດ ຫວຽດນາມ. ແຂວງ​ດ້ຽນ​ບຽນ ພວມ​ພັດທະນາ​ເສດຖະກິດ​ກະສິກຳ “ສີຂຽວ, ອັດ​ສະ​ລິ​ຍະ, ຍືນ​ຍົງ” ດ້ວຍ​ບັນດາ​ຄຳ​ໝັ້ນ​ສັນຍາ​ສາກົນ​ມຸ່ງ​ໄປ​ເຖິງ​ການ​ສົ່ງ​ອອກ​ກາເຟ​ເປັນ​ປົກກະຕິ. ຕົ້ນ​ກາເຟ ຈະ​ໄດ້​ຮັບ​ການ​ຄວບ​ຄຸມ​ຢ່າງ​ເຄັ່ງ​ຄັດ ນັບ​ແຕ່​ການຄັດເລືອກແນວ​ພັນ ຕະຫຼອດ​ຮອດ​ການ​ຕິດ​ລະຫັດ ຄິວອາ QR ເຂດ​ປູກ​ເພື່ອ​ຄວາມ​ໂປ່ງ​ໃສ​ນັບ​ແຕ່​ການ​ໂຄສະນາ​ ຕະ ຫຼອດ​ຮອດ​ການ​ສົ່ງ​ອອກ​ສູ່ໂລກ. ທ່ານ ນາງ ລໍ່​ຫ໋າຍ​ຢິງ ຮອງ​ຫົວໜ້າກົມ​ກະສິກຳ​ສາຂາ​ແຂວງ ດ້ຽນ​ບຽນ ໃຫ້​ຮູ້​ວ່າ:“ທາງ​ແຂວງ​ກໍ​ສຸມ​ໃສ່​ພັດທະນາ​ບັນດາ​ລະບົບ​ເຊື່ອມ​ຕໍ່​ລະຫວ່າງ​ປະຊາຊົນ, ສະຫະກອນ ແລະ ວິ​ສາ​ຫະ​ກິດ. ພ້ອມທັງ​ເພີ່ມ​ທະວີ​ການ​ໝູນ​ໃຊ້​ບັນດາ​ມາດຕະຖານ​ຜະລິດ​ແບບ​ຍືນ​ຍົງ, ປະຕິບັດ​ການ​ຄົ້ນ​ຫາ​ຕົ້ນ​ກຳເນີດ, ຕອບ​ສະໜອງ​ຄຳ​ຮຽກຮ້ອງ​ຂອງ​ບັນດາ​ຕະຫຼາດ​ສົ່ງ​ອອກ, ພິເສດ​ແມ່ນ​ບັນດາ​ຂໍ້​ກຳນົດ​ໃໝ່​ຂອງ​ສະຫະພາບ ເອີ​ຣົບ ກ່ຽວ​ກັບ​ການ​ຕ້ານ​ການ​ທຳລາຍ​ປ່າ (ENDR). ໄປ​ຄຽງ​ຄູ່​ກັນ​ນັ້ນ, ທາງ​ແຂວງ​ຈະ​ສືບຕໍ່​ດຶງ​ດູດ​ວິ​ສາ​ຫະ​ກິດ​ລົງທຶນ​ເຂົ້າ​ໃນ​ການ​ປຸງ​ແຕ່ງ​ທາງ​ເລິກ, ສ້າງ​ລະບົບ​ເຊື່ອມ​ຕໍ່​ນັບ​ແຕ່​ການ​ຜະລິດ ເຖິງ​ການຈຳໜ່າຍ, ພັດທະນາ​ເຄື່ອງໝາຍ​ກາເຟ ດ້ຽນ​ບຽນ ຕິດ​ພັນ​ກັບ​ການ​ບົ່ງ​ຊີ້​ທາງ​ພູມ​ສາດ ແລະ ສົ່ງເສີມ​ການ​ຄ້າ​ຢູ່​ພາຍ​ໃນ​ປະເທດ ແລະ ສາກົນ”. ການ​ກຳນົດ​ທິດ​ທາງ​ທີ່​ຖືກ ຕ້ອງ ແລະ ຍຸດ​ທະ​ສາດ​ທີ່​ມີ​ແບບ​ມີ​ແຜນ ບໍ່​ພຽງ​ແຕ່​ຊ່ວຍ​ແຂວງ​ດ້ຽນ​ບຽນ ຍົກ​ສູງ​ມູນ​ຄ່າ​ຕົ້ນ​ປູກ​ທີ່​ເປັນຕົ້ນ​ຕໍ​ເທົ່າ​ນັ້ນ ຫາກ​ຍັງ​ຄ່ອຍໆ​ຢັ້ງຢືນ​ເຄື່ອງໝາຍ​ກາເຟ ດ້ຽນ​ບຽນ ໃນ​ແຜນທີ່​ກາເຟ​ພາຍໃນປະເທດຫວຽດນາມ ແລະ ສູ່ສາຍຕາສາກົນ ອີກ​ດ້ວຍ.



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ