ຍົກສູງປະສິດທິຜົນຂອງການປະສານສົມທົບ ລະຫວ່າງ 3 ກະຊວງ
ເວລາອອກຂ່າວ: 2026-08-05 09:26:40 | ຜູ້ຂຽນ : admin3 | ຈຳນວນຄົນເຂົ້າຊົມ: 205 | ຄວາມນິຍົມ: ![]()
ຕາມຂ່າວຫວຽດນາມອອນລາຍ (VOVWORLD), ຢູ່ກອງປະຊຸມ, ລັດຖະມົນຕີສາມທ່ານ ໄດ້ຢັ້ງຢືນວ່າ ການປ້ອງກັນຊາດ, ປ້ອງກັນຄວາມສະຫງົບ, ການຕ່າງປະເທດ ມີການພົວພັນຢ່າງສະໜິດແໜ້ນໃນພາລະກິດແຫ່ງການປະຕິວັດຂອງປະເທດຊາດ.
ວັນທີ 3 ສິງຫາ, ຢູ່ຮ່າໂນ້ຍ, ໃນຂອບເຂດກອງປະຊຸມການທູດ ຄັ້ງທີ 33, ກະຊວງການຕ່າງປະເທດ, ກະຊວງປ້ອງກັນປະເທດ ແລະ ກະຊວງຕຳຫຼວດ ຫວຽດນາມ ໄດ້ປະສານສົມທົບຈັດກອງປະຊຸມ ລະຫວ່າງ ສາມກະຊວງດ້ວຍຫົວຂໍ້ “ ເສີມຂະຫຍາຍບົດບາດນຳພາ ແລະ ປະຕິບັດໜ້າທີ່ຈຸດສຸມ, ເປັນປະຈຳ ຂອງວຽກງານພົວພັນຕ່າງປະເທດ ຫວຽດນາມ ໃນສັງກາດໃໝ່”. ກອງປະຊຸມໂດຍມີ ທ່ານ ພົນເອກ ຟານວັນຢາງ ຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງປ້ອງກັນປະເທດ, ທ່ານ ເລືອງຕາມກວາງ ລັດຖະມົນຕີກະຊວງຕຳຫຼວດ, ທ່ານ ເລຮວ່າຍ ຈຸງ ລັດຖະມົນຕີກະຊວງການຕ່າງປະເທດ ເປັນປະທານຮ່ວມ.
ຢູ່ກອງປະຊຸມ, ລັດຖະມົນຕີສາມທ່ານ ໄດ້ຢັ້ງຢືນວ່າ: ການປ້ອງກັນຊາດ, ປ້ອງກັນຄວາມສະຫງົບ, ການຕ່າງປະເທດ ມີການພົວພັນຢ່າງສະໜິດແໜ້ນໃນພາລະກິດແຫ່ງການປະຕິວັດຂອງປະເທດຊາດ; ການປະສານສົມທົບລະຫວ່າງສາມກະຊວງຢ່າງລະອຽດ ແມ່ນການຫັນທັດສະນະຂອງພັກກອມມູນິດ ຫວຽດນາມ ກ່ຽວກັບຄວາມສະໜິດຕິດພັນຢ່າງແໜ້ນແຟ້ນລະຫວ່າງ ການພັດທະນາເສດ ຖະກິດ-ສັງຄົມ ກັບການປ້ອງກັນຊາດ, ປ້ອງກັນຄວາມສະ ຫງົບ, ການຕ່າງປະເທດ. ຕາມລັດຖະມົນຕີສາມທ່ານແລ້ວ, ໂດຍຢືນຢູ່ຕໍ່ໜ້າຄວາມຮຽກຮ້ອງຕ້ອງການສູງກ່ຽວກັບການພັດ ທະນາປະເທດຊາດໂດຍໄວ, ຍືນຍົງ ແລະ ການປົກປັກຮັກສາປະເທດຊາດຈາກໄກໂດຍໄວໃນສະພາບການໂລກປັດຈຸບັນ, ການເພີ່ມທະວີການປະສານສົມທົບລະຫວ່າງ 3 ກະຊວງໃຫ້ນັບມື້ນັບມີຄວາມຈຳເປັນຫຼາຍຂຶ້ນ.
news to day and hot news
ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ
ຂ່າວມື້ນີ້
ຂ່າວຍອດນິຍົມ
ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ















