ຮົງກົງ ແລະ ມາເລເຊຍ ຄອງຂັນຊະນະເລີດທີມຄູ່ປະສົມ ການແຂ່ງຂັນປິ່ງປ່ອງຊາວໜຸ່ມໂລກ 2026
ເວລາອອກຂ່າວ: 2026-08-05 09:37:23 | ຜູ້ຂຽນ : admin3 | ຈຳນວນຄົນເຂົ້າຊົມ: 287 | ຄວາມນິຍົມ: ![]()
ການແຂ່ງຂັນກິລາປິ່ງປ່ອງ ຮອບຊີງຊະນະເລີດ ແລະ ມອບຂັນລາງວັນ ໃຫ້ແກ່ນັກກິລາໃນປະເພດຄູ່ປະສົມ ຍິງ-ຊາຍ ຮຸ່ນອາຍຸ 19 ປີ ແລະ 15 ປີ ໄດ້ຈັດຂື້ນທີ່ ສູນການຄ້າໄອເຕັກມໍ ນະຄອນຫຼວງວຽງຈັນ ລາຍການ "WTT Youth Contender" ຄັ້ງທີ 4 ແລະ "WTT Feeder Series" ຄັ້ງທີ 2 ປະຈຳປີ 2026 ການແຂ່ງຂັນດັ່ງກ່າວ ແມ່ນໄດ້ເລີ່ມຂຶ້ນແຕ່ວັນທີ 30 ກໍລະກົດ 2026 ຜ່ານມາ, ໂດຍໃຫ້ກຽດເຂົ້າຮ່ວມຊົມ ແລະ ມອບຂັນລາງວັນຂອງ ທ່ານ ປອ ສຳລານ ພັນຄະວົງ ປະທານສະຫະພັນກິລາປິ່ງປ່ອງແຫ່ງຊາດລາວ, ທ່ານ ເສີນ ຫຼົງຮຸຍ ຫົວໜ້າພະແນກ ທະນາຄານແຫ່ງ ປະເທດຈີນ ສາຂານະຄອນຫຼວງວຽງຈັນ, ທ່ານ ນາງ ວຽງເງິນ ໄຂຄຳພິທູນ ປະທານທີ່ປຶກສາກິຕິມະສັກສະຫະພັນໝາກແລ້ລາວ, ທ່ານ ວູຫຼິງ ຜູ້ອຳນວຍການບໍລິສັດ ວູຫຼິງ ຈຳກັດ, ມີຄະນະບໍລິຫານງານສະຫະພັນກິລາປິ່ງປ່ອງແຫ່ງຊາດລາວ ແລະ ບັນດາແຂກເຂົ້າຮ່ວມຊົມດ້ວຍບັດຍາກາດຟົດຟື້ນ.
ສຳລັບຜົນການແຂ່ງຂັນຮອບຊີງຊະນະເລີດ ຮຸ່ນຄູ່ປະສົມ U-19 ທ້າວ ຫວ່ອງວັນໄຮ່ (Wong wan hai) ແລະ ນາງ ມາກມິງຊຳ ( Mak Ming Shum ) ທີມເຂດປົກຄອງພິເສດຮົງກົງ (ຈີນ), ເອົາຊະນະ ທ້າວ ຫວັງເພ່ຍຢູ (HUANG Pei-You) ແລະ ນາງ ຫຼິນຮວນທິງ ( LIN Huan Ting ) ຈາກໄຕ້ຫວັນ 3-0 ເຊັດ. ສ່ວນຮຸ່ນຄູ່ປະສົມ U-15 ທ້າວ ມູຮຳມັດ ຟາອິດ ( Muhammad Faiz ) ແລະ ນາງ ໂມດ ດາເນຍ (Mohd Dania) ທີມມາເລເຊຍ ເອົາຊະນະ ທ້າວ ລູ່ຊື້ຢວນ (LU Shih-Yuan) ແລະ ນາງ ເຊ່ຍຈື້ເສິນ ( SIE Jhih Chen ) ຈາກໄຕ້ຫວັນ 3-2 ເຊັດ.
ໃນການແຂ່ງຂັນກິລາປິ່ງປ່ອງຊາວໜຸ່ມເຍົາວະຊົນໂລກປີນີ້ ມີນັກກິລາຈາກ ຈຳນວນ 403 ຄົນ ຈາກ 22 ປະເທດເຂົ້າຮ່ວມ. ໃນນັ້ນ, ເປັນລາຍການເຍົາວະຊົນ 276 ຄົນ ແລະ ຮຸ່ນທົ່ວໄປ 197 ຄົນ. ຂະນະທີ່ ເຈົ້າພາບລາວເຮົາສົ່ງນັກກິລາ ແລະ ຄູເຝິກເຂົ້າຮ່ວມທັງໝົດ 70 ຄົນ ອາຍຸ 9-19 ປີ, ສຳລັບຮຸ່ນເຍົາວະຊົນ ແລະ ຮຸ່ນທົ່ວໄປ ມີ 16 ຄົນ ແຂ່ງຂັນກັນທັງປະເພດດ່ຽວ ແລະ ປະເພດຄູ່ປະສົມ ອາຍຸບໍ່ເກີນ 11 ປີ, 13 ປີ, 15 ປີ, 17 ປີ ແລະ 19 ປີ ແລະ ຮຸ່ນທົ່ວ
ໄປ ຊີງໄຊທັງໝົດ 32 ລາຍການ.
news to day and hot news
ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ
ຂ່າວມື້ນີ້
ຂ່າວຍອດນິຍົມ
ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ















