ກອງທັບປະຊາຊົນລາວ
 
ວັນພຸດ, ວັນທີ 09 ກັນຍາ 2026

  

ຫົວໜ້າກົມໃຫຍ່ການເມືອງ ກອງທັບປະຊາຊົນຫວຽດນາມ ເຄື່ອນໄຫວຢ້ຽມຢາມ ໂຮງຮຽນທິດສະດີການເມືອງ ກອງທັບປະຊາຊົນລາວ
ເວລາອອກຂ່າວ: 2026-08-07 08:47:50 | ຜູ້ຂຽນ : admin2 | ຈຳນວນຄົນເຂົ້າຊົມ: 304 | ຄວາມນິຍົມ:



ວັນທີ 6 ສິງຫາ 2026 ນີ້, ສະຫາຍ ພົນເອກ ຫງວຽນ ຈ໋ອງ ເຫງ້ຍ ກຳມະການກົມການເມືອງສູນກາງພັກກອມມູນິດຫວຽດນາມ, ຫົວໜ້າກົມໃຫຍ່ການເມືອງ ກອງທັບປະຊາຊົນຫວຽດນາມ ພ້ອມດ້ວຍຄະນະ ໄດ້ເຄື່ອນໄຫວຢ້ຽມຢາມ ໂຮງຮຽນທິດສະດີການເມືອງ ກອງທັບປະຊາຊົນລາວ ໃນໂອກາດທີ່ເດີນທາງມາຢ້ຽມຢາມ ແລະ ເຮັດວຽກຢູ່ ສປປ ລາວ, ໂດຍການຕ້ອນຮັບ ຂອງສະຫາຍ ພັນເອກ ປອ ທິມສາວ ດວງຈໍາປາ ຫົວໜ້າການເມືອງ ໂຮງຮຽນທິດສະດີການເມືອງກອງທັບ ພ້ອມດ້ວຍຄະນະ. ໂອກາດນີ້, ສະຫາຍ ພັນເອກ ປອ ທິມສາວ ດວງຈໍາປາ ໄດ້ລາຍງານການປະຕິບັດໜ້າທີ່ວຽກງານ ຂອງໂຮງຮຽນທິດສະດີ ການເມືອງກອງທັບ ໃນໄລຍະຜ່ານມາ ໂດຍສະເພາະແມ່ນທີ່ຕັ້ງ, ພາລະບົດບາດ, ໂຄງປະກອບການຈັດຕັ້ງ, ໂຄງການຫຼັດສູດ ການຮຽນ-ການສອນ, ເປົ້າໝາຍການບໍາລຸງ-ກໍ່ສ້າງພະນັກງານ. ໃນຊຸມປີຜ່ານມາ ນອກຈາກໄດ້ຮັບການຊ່ວຍເຫຼືອກໍ່ສ້າງພື້ນຖານໂຄງລ່າງ ຈາກ ສສ ຫວຽດນາມແລ້ວ, ຍັງມີຄະນະຊ່ຽວຊານມາຊ່ວຍເຫຼືອສ້າງໂຄງການຫຼັກສູດ ແລະ ເອກະສານຕ່າງໆ ຮັບໃຊ້ການຮຽນ-ການສອນ ຕື່ມອີກ. ຕໍ່ຜົນງານດັ່ງກ່າວ, ຕາງໜ້າໃຫ້ຄະນະພັກ-ຄະນະອໍານວຍການ ໂຮງຮຽນທິດສະດີການເມືອງ ກອງທັບປະຊາຊົນລາວ ຂໍສະແດງຄວາມຮູ້ບຸນຄຸນຕໍ່ພັກ, ລັດຖະບານ ແລະ ກອງທັບປະຊາຊົນຫວຽດນາມ ຢ່າງຈິງໃຈ. ປັດຈຸບັນ, ຄະນະພັກ-ຄະນະອໍານວຍການ ໂຮງຮຽນ ໄດ້ສະເໜີຕໍ່ກະຊວງປ້ອງກັນປະເທດ, ກະຊວງສຶກສາທິການ ແລະ ກິລາ ແລະ ລັດຖະບານ ເພື່ອຍົກລະດັບເປັນວິທະຍາຄານ, ເມື່ອຍົກຖານະຂຶ້ນເປັນວິທະຍາຄານແລ້ວ ຕ້ອງພົບສິ່ງທ້າທາຍຫຼາຍດ້ານ ເປັນຕົ້ນແມ່ນ ວິຊາການ, ຕໍາລາການຮຽນ-ການສອນ ແລະ ອື່ນໆ ຫວັງຢ່າງຍິ່ງວ່າ ກອງທັບປະຊາຊົນຫວຽດນາມ ຈະສືບຕໍ່ໃຫ້ການສະໜັບສະໜູນ ແລະ ໃຫ້ການຊ່ວຍເຫຼືອຕະຫຼອດໄປ. ໂອກາດດັ່ງກ່າວ, ສະຫາຍ ພົນເອກ ຫງວຽນ ຈ໋ອງ ເຫງ້ຍ ໄດ້ສະແດງຄວາມຂອບໃຈ ຕໍ່ສະຫາຍ ພັນເອກ ທີມສາວ ດວງຈຳປາ ພ້ອມດ້ວຍຄະນະ ທີ່ໃຫ້ການຕ້ອນຮັບດ້ວຍນ້ຳໃຈໄມຕີຈິດ ມິດຕະພາບ, ພ້ອມທັງຊົມເຊີຍທີ່ຄະນະພັກ-ຄະນະອໍານວຍການ ໂຮງຮຽນ ມີແນວຄິດພັດທະນາກົມກອງຂອງຕົນ ໂດຍສະເພາະແມ່ນການສະເໜີຕໍ່ພາກສ່ວນທີ່ກ່ຽວຂ້ອງຂັ້ນຕ່າງໆ ເພື່ອໃຫ້ກ້າວຂຶ້ນເປັນວິທະຍາຄານ ແລະ ໃຫ້ຄຳສັນຍາວ່າ ຈະສືບຕໍ່ຊ່ວຍເຫຼືອ ທາງດ້ານການກໍ່ສ້າງບຸກຄະລາກອນ, ວັດຖຸອຸປະກອນຕ່າງໆ ເພື່ອພັດທະນາໂຮງຮຽນແຫ່ງນີ້ ໃຫ້ເຕີບໃຫຍ່ເຂັ້ມແຂງຍິ່ງໆຂຶ້ນ. ໂດຍ: ແສງເດືອນ



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ