ກອງທັບປະຊາຊົນລາວ
 
ວັນພຸດ, ວັນທີ 09 ກັນຍາ 2026

  

ບໍລິສັດ ຄຳມ່ວນ ການລົງທຶນ ຈຳກັດຜູ້ດຽວ ປະກອບສ່ວນຊຸກຍູ້ຍານພາຫະນະ ໃຫ້ສະພາປະຊາຊົນແຂວງຄຳມ່ວນ
ເວລາອອກຂ່າວ: 2026-08-07 09:00:17 | ຜູ້ຂຽນ : admin2 | ຈຳນວນຄົນເຂົ້າຊົມ: 257 | ຄວາມນິຍົມ:



ວັນທີ 6 ສິງຫາ 2026 ນີ້, ທີ່ນະຄອນຫຼວງວຽງຈັນ, ໄດ້ຈັດພິທີ ມອບ-ຮັບ ຍານພາຫະນະ (ລົດ) ລະຫວ່າງ ບໍລິສັດ ຄຳມ່ວນ ການລົງທຶນ ຈຳກັດຜູ້ດຽວ ແລະ ສະພາປະຊາຊົນແຂວງຄຳມ່ວນ; ກ່າວມອບໂດຍ ທ່ານ ບຸນປະກອບ ພົນຫາລາດ ຕາງໜ້າບໍລິສັດ ຄຳມ່ວນ ການລົງທຶນ ຈຳກັດຜູ້ດຽວ ແລະ ກ່າວຮັບໂດຍ ທ່ານ ປອ ແກ້ວອຸດອນ ບຸດສິງຂອນ ກຳມະການປະຈຳພັກແຂວງ, ຮອງປະທານຄະນະສະມາຊິກສະພາແຫ່ງຊາດ ປະຈຳເຂດເລືອກຕັ້ງທີ 12 ແຂວງຄຳມ່ວນ, ຮອງປະທານສະພາປະຊາຊົນຂັ້ນແຂວງ (ຜູ້ປະຈຳການ). ລົດທີ່ນໍາມາມອບໃນຄັ້ງນີ້ ແມ່ນລົດກະບະ ຍີ່ຫໍ້ TOYOTA HILUX REVO ຈໍານວນ 1 ຄັນ ລວມມູນຄ່າ 45.000 ໂດລາສະຫະລັດ. ໂອກາດນີ້, ທ່ານ ປອ ແກ້ວອຸດອນ ບຸດສິງຂອນ ຕາງໜ້າໃຫ້ສະພາປະຊາຊົນແຂວງຄຳມ່ວນໄດ້ສະແດງຄວາມຂອບໃຈເປັນຢ່າງສູງ ມາຍັງ ບໍລິສັດ ຄຳມ່ວນ ການລົງທຶນ ຈຳກັດຜູ້ດຽວ ທີ່ໄດ້ໃຫ້ການອຸປະຖໍາຊ່ວຍເຫຼືອມາໃນຄັ້ງນີ້ ເຊິ່ງຈະໄດ້ນໍາເອົາລົດດັ່ງກ່າວ ໄປຮັບໃຊ້ເຂົ້າໃນການຈັດຕັ້ງປະຕິບັດວຽກງານວິຊາສະເພາະ ໃຫ້ເກີດປະໂຫຍດສູງສຸດ ແລະ ສາມາດນຳໃຊ້ໃຫ້ໄດ້ຢ່າງຍາວນານ. ໃນໄລຍະຜ່ານມາ, ບໍລິສັດ ຄຳມ່ວນ ການລົງທຶນ ຈຳກັດຜູ້ດຽວ ຍາມໃດກໍໃຫ້ຄວາມສໍາຄັນປະກອບສ່ວນຊ່ວຍເຫຼືອສັງຄົມ, ປະກອບສ່ວນເຂົ້າໃນວຽກງານ ຂອງແຂວງຄໍາມ່ວນ ຢ່າງຕັ້ງໜ້າ ເປັນຕົ້ນແມ່ນວຽກງານແກ້ໄຂຄວາມທຸກຍາກ ຂອງປະຊາຊົນ ໃນນັ້ນ ໄດ້ສົມທົບທຶນສ້າງເຮືອນໃຫ້ປະຊາຊົນຢູ່ ບ້ານມະກາ, ເມືອງນາກາຍ, ບ້ານຕະລົວ, ເມືອງບົວລະພາ ແລະ ປະກອບສ່ວນເຂົ້າໃນວຽກງານອື່ນໆ ທີ່ສຳຄັນຂອງແຂວງ ແລະ ເມືອງ. ໂດຍ: ແດງສະຫວັດ



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ