ມອບ-ຮັບໜ້າທີ່ຂັ້ນຄະນະຫ້ອງ ແລະ ພະແນກການ ທີ່ຂຶ້ນກັບຫ້ອງການເມືອງ ກອງພົນທີ 2
ເວລາອອກຂ່າວ: 2026-08-07 09:06:10 | ຜູ້ຂຽນ : admin1 | ຈຳນວນຄົນເຂົ້າຊົມ: 206 | ຄວາມນິຍົມ: ![]()
ໃນວັນທີ 5 ສິງຫາ 2026 ນີ້, ຫ້ອງການເມືອງ ກອງພົນທີ2, ໄດ້ຈັດພິທີມອບ-ຮັບໜ້າທີ່ຂັ້ນຮອງຫົວໜ້າຫ້ອງ ແລະ ພະແນກການ ໂດຍການເປັນປະທານຂອງ ສະຫາຍ ພັນເອກ ບຸນເດີມດວງຈຳປາ ຫົວໜ້າຫ້ອງການເມືອງກອງພົນທີ 2, ມີຄະນະຫ້ອງ ແລະ ພະແນກການທີ່ກ່ຽວຂ້ອງເຂົ້າຮ່ວມ.
ໃນພິທີ ແຕ່ລະສະຫາຍ ທີ່ໄດ້ຮັບໜ້າທີ່ໃໝ່ ໄດ້ຜ່ານບົດລາຍງານຫຍໍ້ ໃນການຈັດຕັ້ງປະຕິບັດວຽກງານໃນໄລຍະຜ່ານມາ ພ້ອມທັງໄດ້ກ່າວມອບຢ່າງເປັນທາງການ ໃນນັ້ນ ສະຫາຍ ພັນໂທ ສອນເພັດ ວັນນະໄຊ ຮອງຫົວໜ້າ
ຫ້ອງການເມືອງ(ຜູ້ເກົ່າ) ມອບໃຫ້ ສະຫາຍ ພັນໂທ ວົງສະໝອນ ອຸ່ນດາລາ ເປັນຮອງຫົວໜ້າຫ້ອງການເມືອງ (ຜູ້ໃໝ່), ສະຫາຍ ພັນໂທ ວົງສະໝອນ ອຸ່ນດາລາ ຫົວໜ້າພະແນກປ້ອງກັນພາຍໃນ (ຜູ້ເກົ່າ) ມອບໃຫ້ ສະຫາຍ ພັນຕີ ສຸການ ວິໄລສັກ ເປັນຫົວໜ້າພະແນກປ້ອງກັນພາຍໃນ (ຜູ້ໃໝ່) ສະຫາຍ ພັນໂທ ບຸນນ້ອຍ ພານິດ ຫົວໜ້າພະແນກບໍລິຫານ-ສັງລວມຫ້ອງການເມືອງ(ຜູ້ເກົ່າ) ມອບໃຫ້ ສະຫາຍ ພັນຕີ ວົງສຸຫວັນ ໂກສີສົມບູນ ເປັນຫົວໜ້າພະແນກບໍລິຫານ-ສັງລວມຫ້ອງການເມືອງ(ຜູ້ໃໝ່).
ໂອກາດນີ້ ສະຫາຍ ພັນເອກ ບຸນເດີມ ດວງຈຳປາ ໄດ້ຮຽກຮ້ອງ
ໃຫ້ບັນດາສະຫາຍທີ່ໄດ້ຮັບການມອບໝາຍໜ້າທີ່ໃໝ່ຈົ່ງຍົກສູງຄວາມຮັບຜິດຊອບຕໍ່ໜ້າທີ່ວຽກງານຂອງຕົນໃຫ້ສູງຂຶ້ນ, ມີແບບ ແຜນວິທີ ເຮັດວຽກຕາມຫຼັກການລວມສູນປະຊາທິປະໄຕ, ແບ່ງບຸກຄົນຮັບຜິດຊອບ, ເຝິກຝົນຫຼໍ່ຫຼອມຕົນເອງໃນທຸກດ້ານ, ເພື່ອແນ່ໃສ່ຮັບປະກັນການປະຕິບັດໜ້າທີ່ວຽກງານທີ່ໄດ້ຮັບການມອບໝາຍໃຫ້ມີຜົນສຳເລັດສູງ.
ໂດຍ: ຄຳຮັກ ໄຊວັນທອນ
news to day and hot news
ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ
ຂ່າວມື້ນີ້
ຂ່າວຍອດນິຍົມ
ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ















