ປຶກສາຫາລືວຽກງານສົ່ງເສີມການບໍລິການຈັດຫາງານພາຍໃນ ແລະ ການແກ້ໄຂບັນຫາຂາດແຄນແຮງງານພາຍໃນແຂວງຄໍາມ່ວນ
ເວລາອອກຂ່າວ: 2026-08-07 09:07:26 | ຜູ້ຂຽນ : admin2 | ຈຳນວນຄົນເຂົ້າຊົມ: 232 | ຄວາມນິຍົມ: ![]()
ວັນທີ 5 ສິງຫາ 2026 ນີ້, ພະແນກແຮງງານ ແລະ ສະຫວັດດີການສັງຄົມແຂວງຄໍາມ່ວນ ຮ່ວມກັບຄູ່ຮ່ວມງານ ແລະ ພາກສ່ວນກ່ຽວຂ້ອງພາຍໃນແຂວງ ໄດ້ຈັດກອງປະຊຸມປຶກສາຫາລືວຽກງານສົ່ງເສີມການບໍລິການຈັດຫາງານພາຍໃນ ແລະ ການແກ້ໄຂບັນຫາຂາດແຄນແຮງງານພາຍໃນແຂວງ ໂດຍການເປັນປະທານ ຂອງທ່ານ ນາງ ມີເພັດ ແກ້ວດວງດີ ຮອງຫົວໜ້າພະແນກແຮງງານ ແລະ ສະຫວັດດີການສັງຄົມແຂວງ, ມີຕາງໜ້າຈາກພະແນກສຶກສາທິການ ແລະ ກິລາແຂວງ, ພະແນກອຸດສາຫະກໍາ ແລະ ການຄ້າແຂວງ, ຄະນະບໍລິຫານງານຊາວໜຸ່ມແຂວງ, ສະຫະພັນແມ່ຍິງແຂວງ, ສະຫະພັນກໍາມະບານແຂວງ, ວິທະຍາໄລເຕັກນິກວິຊາຊີບແຂວງ, ໂຮງຮຽນສາທາລະນະສຸກແຂວງ, ສະພາການຄ້າ ແລະ ອຸດສາຫະກໍາແຂວງ, ຫ້ອງການແຮງງານ ແລະ ສະຫວັດດີການສັງຄົມເມືອງທ່າແຂກ, ບັນດາຫົວໜ່ວຍແຮງງານ ແລະ ສະຖານປະກອບການພາຍໃນແຂວງ ເຂົ້າຮ່ວມ.
ກອງປະຊຸມ ໄດ້ຮັບຟັງການນໍາສະເໜີເອກະສານຕ່າງໆ ທີ່ກ່ຽວຂ້ອງກັບວຽກບໍລິການຈັດຫາງານຈາກຜູ້ຮັບຜິດຊອບຈຸດບໍລິການຈັດຫາງານຂັ້ນແຂວງ ເປັນຕົ້ນແມ່ນ ສະພາບການຈັດຕັ້ງປະຕິບັດວຽກງານຈຸດບໍລິການຈັດຫາງານໃນໄລຍະຜ່ານມາ ແລະ ຜ່ານບົດບັນທຶກປຶກສາຫາລືກ່ຽວກັບວຽກງານສົ່ງເສີມການບໍລິການຈັດຫາງານພາຍໃນ ແລະ ການແກ້ໄຂບັນຫາຂາດແຄນແຮງງານພາຍໃນແຂວງໃນໄລຍະປີຜ່ານມາ. ຫຼັງຈາກນັ້ນ, ປະທານກອງປະຊຸມ ໄດ້ມີຄໍາເຫັນຊີ້ນໍາ ແລະ ສະເໜີບັນດາຜູ້ທີ່ເຂົ້າຮ່ວມ ພ້ອມກັນປຶກສາຫາລືປະກອບຄໍາຄິດເຫັນ ເພື່ອແລກປ່ຽນ ແລະ ຄົ້ນຄວ້າການຈັດຕັ້ງປະຕິບັດ. ຜ່ານການຄົ້ນຄວ້າປຶກສາຫາລືພາຍໃນກອງປະຊຸມ ໄດ້ຕົກລົງເຫັນດີເປັນເອກະພາບໃຫ້ພະແນກແຮງງານ ແລະ ສະຫວັດດີການສັງຄົມແຂວງ ເພີ່ມທະວີເອົາໃຈໃສ່ການເປັນຂົວຕໍ່ໃນການຈັດຫາແຮງງານໃຫ້ໄດ້ເຂົ້າເຮັດວຽກຕາມຄວາມຕ້ອງການແຮງງານ ຂອງບັນດາຫົວໜ່ວຍແຮງງານ ເພື່ອແກ້ໄຂບັນຫາການຂາດແຄນແຮງງານ ດ້ວຍການປະສານສົມທົບຢ່າງໃກ້ຊິດກັບບັນດາຫົວໜ່ວຍແຮງງານ, ສະຖານປະກອບການ, ໂຄງການລົງທຶນພາຍໃນ ແລະ ຕ່າງປະເທດຢູ່ພາຍໃນແຂວງ ແລະ ຕ່າງແຂວງ ເກັບກໍາໄດ້ຂໍ້ມູນບັນດາຕໍາແໜ່ງງານວ່າງ ຫຼື ແຜນຄວາມຕ້ອງການດ້ານແຮງງານໃນແຕ່ລະໄລຍະ, ສົມທົບກັບພະແນກສຶກສາທິການ ແລະ ກິລາແຂວງ, ວິທະຍາໄລເຕັກນິກວິຊາຊີບຂອງແຂວງ ແລະ ພາກສ່ວນທີ່ກ່ຽວຂ້ອງ ຈັດຕັ້ງປະຕິບັດການເຝິກສີມືແຮງງານໃນແຕ່ລະສາຂາວິຊາຊີບໃຫ້ກັບແຮງງານທີ່ບໍ່ມີສີມື ເພື່ອເປັນການຍົກລະດັບສີມືແຮງງານໃຫ້ເຂົາເຈົ້າຕິດພັນກັບການຍົກລະດັບເງິນເດືອນ ຫຼື ຄ່າແຮງໃຫ້ສູງຂຶ້ນຢູ່ບັນດາຫົວໜ່ວຍແຮງງານຂະໜາດໃຫຍ່, ກາງ, ນ້ອຍ. ພ້ອມກັນນັ້ນ, ພະແນກສຶກສາທິການ ແລະ ກິລາແຂວງ, ວິທະຍາໄລເຕັກນິກວິຊາຊີບຂອງແຂວງ, ຄະນະບໍລິຫານງານຊາວໜຸ່ມແຂວງ, ສະຫະພັນແມ່ຍິງແຂວງ, ໂຮງຮຽນສາທາລະນະສຸກແຂວງ, ຕ້ອງສະໜອງຕົວເລກນັກຮຽນ, ນັກສຶກສາ ທີ່ກຳລັງຈະຮຽນຈົບ ຫຼື ຮຽນຈົບແລ້ວໃນແຕ່ລະສາຂາ, ບັນດາຊາວໜຸ່ມ, ແມ່ຍິງ ຜູ້ທີ່ວາງງານທີ່ຢູ່ໃນຄວາມຮັບຜິດຊອບຕົນ ແລະ ລາຍງານໃຫ້ພະແນກແຮງງານ ແລະ ສະຫວັດດີການສັງຄົມແຂວງຢ່າງເປັນປົກກະຕິ ເພື່ອເປັນການຕິດຕາມຂໍ້ມູນການວ່າງານພາຍໃນແຂວງ. ພ້ອມທັງຈັດຕັ້ງການຂຶ້ນທະບຽນເປັນຜູ້ວ່າງງານ ເພື່ອຕອບສະໜອງກັບຄວາມຕ້ອງແຮງງານ ຂອງບັນດາຫົວໜ່ວຍແຮງງານ ແລະ ພະແນກແຮງງານ ແລະ ສະຫວັດດີການສັງຄົມແຂວງ ຕ້ອງສະໜອງຂໍ້ມູນຕຳແໜ່ງງານວ່າງ ຫຼື ແຜນຄວາມຕ້ອງການແຮງງານແຕ່ລະໄລຍະໃຫ້ວິທະຍາໄລເຕັກນິກວິຊາຊີບ ແລະ ພາກສ່ວນອື່ນທີ່ກ່ຽວຂ້ອງ ເພື່ອເປັນໂຄສະນາອີກຊ່ອງທາງໜຶ່ງໃຫ້ນັກຮຽນ, ນັກສຶກສາ ທີ່ກຳລັງຈະຮຽນຈົບ ຫຼື ຮຽນຈົບແລ້ວ, ບັນດາຊາວໜຸ່ມ, ແມ່ຍິງຜູ້ທີ່ວ່າງງານ ເພື່ອໃຫ້ຮັບຮູ້ຂໍ້ມູນຂ່າວສານ ແລະ ຂຶ້ນທະບຽນຮັັບສະໝັກງານຕາມຄວາມຕ້ອງການແຮງງານ. ສໍາລັບພະແນກອຸດສາຫະກຳ ແລະ ການຄ້າແຂວງ, ສະພາການຄ້າ ແລະ ອຸດສາຫະກຳແຂວງ ແລະ ພາກສ່ວນອື່ນໆ ທີ່ກ່ຽວຂ້ອງ ຊ່ວຍຊຸກຍູ້ບັນດາໂຄງການລົງທຶນຕ່າງໆ, ຫົວໜ່ວຍແຮງງານ ແລະ ສະຖານປະກອບການ ທີ່ຂຶ້ນກັບຄວາມຮັບຜິດຊອບຕົນ ໃຫ້ສະໜອງຂໍ້ມູນກ່ຽວກັບຕຳແໜ່ງງານວ່າງ ຫຼື ແຜນຄວາມຕ້ອງການແຮງງານ ລາຍງານມາຍັງພະແນກແຮງງານ ແລະ ສະຫວັດດີການສັງຄົມແຂວງ ຢ່າງເປັນປົກກະຕິ ເພື່ອພະແນກແຮງງານ ແລະ ສະຫວັດດີການ ສັງຄົມແຂວງ ຈະໄດ້ມີການປະສານສົມທົບກັບພາກສ່ວນທີ່ກ່ຽວພາຍໃນແຂວງ ດຳເນີນການຂຶ້ນທະບຽນຜູ້ວ່າງງານ ແລະ ຈັດສົ່ງແຮງງານໃຫ້ໄດ້ເຂົ້າເຮັດວຽກຕາມຄວາມຕ້ອງການ ຂອງບັນດາຫົວໜ່ວຍແຮງງານ.
ສໍາລັບ ການຈັດກອງປະຊຸມປຶກສາຫາລືດ້ານວິຊາການ ກ່ຽວກັບວຽກງານບໍລິການ-ຈັດຫາງານພາຍໃນ ແລະ ການແກ້ໄຂບັນຫາຂາດແຄນແຮງງານພາຍໃນແຂວງ ຈະດຳເນີນຈັດຂຶ້ນ ຄັ້ງທີ 2 ພາຍໃນເດືອນ ທັນວາ 2026.
ໂດຍ: ແດງສະຫວັດ
news to day and hot news
ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ
ຂ່າວມື້ນີ້
ຂ່າວຍອດນິຍົມ
ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ















