ກອງທັບປະຊາຊົນລາວ
 
ວັນພະຫັດ, ວັນທີ 10 ກັນຍາ 2026

  

ມອບ-ຮັບໜ້າທີ່ກອງປະຕິບັດງານ 203 ຈຸດສຸມບ້ານນ້ຳຂອງນ້ອຍ ຕາແສງນ້ຳຟ້າ ເມືອງວຽງພູຄາ ແຂວງຫຼວງນ້ຳທາ
ເວລາອອກຂ່າວ: 2026-08-07 09:10:10 | ຜູ້ຂຽນ : admin1 | ຈຳນວນຄົນເຂົ້າຊົມ: 208 | ຄວາມນິຍົມ:



ເມື່ອບໍ່ດົນມານີ້ ທີ່ສະໂມ ສອນເມືອງວຽງພູຄາ ແຂວງຫຼວງ ນໍ້າທາ ໄດ້ຈັດພິທີມອບ-ຮັບໜ້າ ທີ່ກອງປະຕິບັດງານ 203 ຢູ່ ຈຸດສູມບ້ານນ້ຳຂອງນ້ອຍ ຕາ ແສງນ້ຳຟ້າ ເມືອງວຽງພູຄາ ແຂວງຫຼວງນ້ຳທາ, ໂດຍການ ເປັນປະທານຮ່ວມຂອງ ສະຫາຍ ບຸນຊົງ ວາໄຊຢີ ຜູ້ຊີ້ນຳວຽກງານ ປກສ-ປກຊ ເມືອງວຽງພູຄາ, ສະຫາຍ ພັນເອກ ຄອນວິໄລ ທຳມະວົງສາ ຮອງຫົວໜ້າກົມກໍ່ ສ້າງຮາກຖານກົມໃຫຍ່ການ ເມືອງກອງທັບ, ມີຄະນະພັກ-ຄະນະບັນຊາ ກອງບັນຊາການ ທະ ຫານແຂວງຫຼວງນ້ຳທາ, ຄະ ນະກອງບັນຊາການທະຫານ ເມືອງ ແລະ ປກສ ເມືອງ, ບັນດາ ຄະນະກຳມະການປົກຄອງຕາ ແສງນ້ຳຟ້າ, ຫົວໜ້າ-ຮອງຫົວ ໜ້າຫ້ອງການອ້ອມຂ້າງເມືອງ, ນາຍ ແລະ ພົນທະຫານກອງປະ ຕິບັດງານ 203 ຕະຫຼອດຮອດ ອໍານາດການປົກຄອງບ້ານທີ່ກ່ຽວ ຂອງເຂົ້າຮ່ວມ. ສະຫາຍ ໜານຄຳແພງ ແສງທິລາ ປະທານຄະນະກຳມະ ການປົກຄອງຕາແສງນ້ຳຟ້າ ໄດ້ຂຶ້ນລາຍງານຫຍໍ້ໃນການຈັດ ຕັ້ງປະຕິບັດຢູ່ຮາກຖານຕາແສງ; ຕາແສງນ້ຳຟ້າກວມ 19 ບ້ານທີ່ຂື້ນກັບໃນນັ້ນເຂດຈຸດສຸມນ້ຳຂອງນ້ອຍກວມ 5 ບ້ານເປົ້າໝາຍ ຄື: ບ້ານນ້ຳຂອງນ້ອຍ, ບ້ານນ້ຳ ຈຣີ, ບ້ານນ້ໍາແພ, ບ້ານພູລັນ ໃຕ້ ແລະ ບ້ານດອນໃໝ່. ສະຫາຍ ພັນໂທ ສີສະຫວັນ ນັ້ນທະວົງສາ ໄດ້ຂຶ້ນຜ່ານຂໍຕົກລົງວ່າດ້ວຍ ການຍົກຍ້າຍກອງ 203 ຈາກກຸ່ມ ບ້ານຫີນໂງນ ເມືອງກາສີ ແຂວງ ວຽງຈັນຍົກຍ້າຍມາປະຈຳຢູ່ຈຸດ ສຸມ ບ້ານນ້ຳຂອງນ້ອຍ ພ້ອມທັງ ຜ່ານຂໍຕົກລົງແຕ່ງຕັ້ງ ພະນັກງານ ຮາກຖານ ແລະ ຄະນະກອງ 203 ເຂດບ້ານນ້ໍາຂອງນ້ອຍ. ເມືອງ ວຽງພູຄາ ແຂວງຫຼວງນ້ໍາທາ ພ້ອມນັ້ນ ສະຫາຍ ພັນເອກ ຄອນວິໄລ ທໍາມະວົງສາ ຮອງ ຫົວໜ້າກົມກໍ່ສ້າງຮາກຖານ ກົມ ໃຫຍ່ການເມືອງກອງທັບ ໄດ້ມີຄຳເຫັນກ່າວມອບກຳລັງພະນັກງານກົມກໍ່ສ້າງຮາກຖານກອງ 203 ເພື່ອໃຫ້ປະຕິບັດໜ້າທີ່ວຽກງານເປັນກໍາລັງປ້ອງກັນຊາດຢູ່ ບ່ອນໃໝ່ ເຮັດໜ້າທີ່ການເມືອງລົງສຶກສາອົບຮົມວຽກງານແນວຄິດ ແລະ ເປັນພາກສ່ວນທີ່ສຳຄັນໃນການປ້ອງກັນຄວາມສະຫງົບ ໃນຂອບເຂດຈຸດສູມນ້ຳຂອງນ້ອຍ. ຈາກນັ້ນສະຫາຍ ບຸນມີໄຊປະເສີດ ໄດ້ກ່າວມີຄຳເຫັນຮັບເອົາພະນັກງານນາຍທະຫານທີ່ລົງກໍ່ສ້າງ ຮາກຖານການເມືອງຢູ່ຈຸດສຸມ ເຂດນ້ຳຂອງນ້ອຍ ແລະ ພ້ອມທັງ ຮຽກຮອງນາຍທະຫານທີ່ຖືກ ແຕ່ງຕັ້ງຈົ່ງພ້ອມກັນສຸມໃສ່ໜ້າທີ່ ທີ່ຖືກມອບໝາຍອັ້ນໃຫຍ່ຫຼວງ ໃນການປ້ອງກັນຄວາມສະຫງົບ ພ້ອມທັງສຶກສາອົບຮົມປະຊາຊົນໃຫ້ມີແນວຄິດຫຼັກໝັ້ນເຊື່ອໝັ້ນຕໍ່ ການນຳພາຂອງພັກ-ລັດ ແລະ ປະ ຕິບັດຕາມແນວທາງທີ່ຖືກຕ້ອງ. ຂ່າວ: ແສງທອນ



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ