ກອງຮ້ອຍຜະລິດ ນ້ຳໝອກ ສຳເລັດການປັກດຳເຂົ້ານາປີ
ເວລາອອກຂ່າວ: 2026-08-07 09:12:51 | ຜູ້ຂຽນ : admin1 | ຈຳນວນຄົນເຂົ້າຊົມ: 198 | ຄວາມນິຍົມ: ![]()
ປະຕິບັດຕາມທິດນຳ ເພິ່ງຕົນເອງ, ກຸ້ມຕົນເອງ ແລະ ສ້າງຄວາມເຂັ້ມແຂງດ້ວຍຕົນເອງ ທີ່ກົມໃຫຍ່ພະລາທິການກອງທັບວາງອອກ. ໃນໄລຍະທ້າຍເດືອນກໍລະກົດຜ່ານມາ, ກອງຮ້ອຍຜະ ລິດ ນ້ຳໝອກ ຂຶ້ນກັບຫ້ອງພະລາ ທິການ ກອງບັນຊາການທະຫານແຂວງວຽງຈັນ ໄດ້ສຳເລັດການປັກດຳເຂົ້ານາປີ, ໂດຍການຊີ້ນຳຂອງຄະນະພັກ-ຄະນະບັນຊາກົມກອງ.
ສຳລັບປີນີ້ ກົມກອງມີເນື້ອ ທີ່ນາທັງໝົດ 13 ເຮັດຕາ, ປັດຈຸ ບັນການປັກດຳເຂົ້ານາປີ ແມ່ນສຳເລັດ 100%. ທັງນີ້, ກໍເພື່ອປະຕິບັດຕາມທິດຊີ້ນຳຂອງກົມ ໃຫຍ່ພະລາທິການກອງທັບ ກໍຄື ຫ້ອງພະລາທິການ ກອງບັນຊາການທະຫານແຂວງວຽງຈັນວາງອອກ ຕາມເງື່ອນໄຂເພິ່ງຕົນເອງ, ກຸ້ມຕົນເອງ ແລະ ສ້າງຄວາມເຂັ້ມແຂງດ້ວຍຕົນເອງ ກໍຄື ຕາມທິດນຳ 4 ປູກ 4 ລ້ຽງ ຕາມທ່າແຮງບົ່ມຊ້ອນຂອງກົມກອງ, ເຊິ່ງຄະນະພັກ-ຄະນະບັນຊາ ໄດ້ຖືເອົາວຽກງານປູກ ຝັງ-ລ້ຽງສັດ ເປັນບັນຫາສຳຄັນ ໃນການປັບປຸງແກ້ໄຂຊີວິດການເປັນຢູ່ຂອງກົມກອງ ໃຫ້ດີຂຶ້ນເທື່ອລະກ້າວ.
ໂດຍ: ສາຍຄຳ ພອນມະນີ
news to day and hot news
ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ
ຂ່າວມື້ນີ້
ຂ່າວຍອດນິຍົມ
ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ















