ໂຮງຮຽນເຫຼົ່າຮົບກົດລັບ 307 ສຸມໃສ່ສ້າງນາຍທະຫານກົດລັບ ໃຫ້ມີຄຸນນະພາບ
ເວລາອອກຂ່າວ: 2026-08-07 09:14:12 | ຜູ້ຂຽນ : admin1 | ຈຳນວນຄົນເຂົ້າຊົມ: 205 | ຄວາມນິຍົມ: ![]()
ສະຫາຍ ພັນເອກ ບຸນສະຫຼອງ ວິໄລຫານ ຫົວໜ້າການທະຫານ ໂຮງຮຽນເຫຼົ່າຮົບກົດລັບ 307 ໃຫ້ຮູ້ວ່າ: ໂຮງຮຽນເຫຼົ່າຮົບກົດ ລັບ 307 ແມ່ນຫົວໜ່ວຍການ ຈັດຕັ້ງໜຶ່ງໃນບັນດາໂຮງຮຽນເຫຼົ່າຮົບ ທີ່ນອນຢູ່ໃນໂຄງປະກອບກອງທັບປະຊາຊົນລາວ, ພາຍໃຕ້ການຊີ້ນຳ-ບັນຊາໂດຍກົງ ແລະ ຮອບດ້ານຂອງ ກົມໃຫຍ່ເສນາທິການກອງທັບ, ເຮັດໜ້າທີ່ກໍ່ສ້າງນາຍທະຫານວິຊາສະເພາະເຕັກ ນິກກົດລັບໃນລະບົບກໍ່ສ້າງຊັ້ນກາງ ລະບົບ 2 ປີ, ກໍ່ສ້າງເລັ່ງລັດຊັ້ນກາງລະບົບ 1 ປີ ແລະ ກໍ່ສ້າງຊັ້ນຕົ້ນລະບົບ 1 ປີເພື່ອສະໜອງໃຫ້ກຳລັງຫຼວງ-ກຳລັງທ້ອງຖິ່ນ ແລະ ກຳລັງປ້ອງກັນຄວາມສະ ຫງົບ.
ເວົ້າສະເພາະໃນສົກຮຽນ 2025-2026 ນີ້, ການຈັດຕັ້ງປະ ຕິບັດວຽກງານການຮຽນ-ການ ສອນຂອງໂຮງຮຽນເຫຼົ່າຮົບກົດລັບ 307 ແມ່ນມີຜົນສຳເລັດໃນ ການກໍ່ສ້າງນັກຮຽນເຕັກນິກກົດ ລັບລະບົບຊັ້ນກາງ ຊຸດທີ 9, ນັກຮຽນກໍ່ສ້າງເລັ່ງລັດເຕັກນິກກົດລັບລະບົບຊັ້ນກາງ ຊຸດທີ 6 ແລະ ນັກຮຽນກໍ່ສ້າງເຕັກນິກກົດລັບລະບົບຊັ້ນຕົ້ນຊຸດທີ 27 ອັນເນື່ອງມາຈາກ ຄະນະພັກ-ຄະນະອຳນວຍການໂຮງຮຽນເຫຼົ່າຮົບ 307 ຂອງພວກເຮົາໄດ້ຮັບການຊີ້ນຳຢ່າງໃກ້ຊິດຕິດແທດຈາກຄະນະພັກຂັ້ນເທິງຢ່າງເປັນປົກກະຕິ, ມີການຈັດຕັ້ງນຳພາ-ບັນຊາເປັນລະບົບຄົບຊຸດ, ມີພື້ນ ຖານໂຄງລ່າງ, ງົບປະມານການເງິນ, ພາຫະນະວັດຖຸຈຳນວນໜຶ່ງ ສາມາດຮັບປະກັນເຮັດໃຫ້ການດຳເນີນໂຄງການຫຼັກສູດການຮຽນ-ການສອນສຳເລັດຕາມແຜນການ. ສຳລັບຫຼັກສູດການກໍ່ສ້າງນັກ ຮຽນເຕັກນິກກົດລັບລະບົບຊັ້ນກາງ ຊຸດທີ 9 ຈຳນວນ 50 ສະ ຫາຍ ກຳນົດເວລາ 2 ປີ ເທົ່າກັບ 730 ວັນ 5.110 ຊົ່ວໂມງ ເວລາຮຽນຕົວຈິງ 430 ວັນ ເທົ່າກັບ 3.010 ຊົ່ວໂມງ ຜົນໄດ້ຮັບໃນການຮ່ຳຮຽນປະເພດດີເລີດມີ 1 ສະຫາຍ ເທົ່າກັບ 2.00%, ດີຫຼາຍ 46 ສະຫາຍ ເທົ່າກັບ 92.00%, ດີ 3 ສະຫາຍ ເທົ່າກັບ 6.00%; ສຳລັບຫຼັກສູດກໍ່ສ້າງ ນັກຮຽນເລັ່ງລັດເຕັກນິກກົດລັບລະບົບຊັ້ນກາງ ຊຸດທີ 6 ຈຳນວນ 49 ສະຫາຍ ກຳນົດເວລາຮຽນໄລຍະ 1 ປີ ມີ 365 ວັນ ເທົ່າກັບ 2.555 ຊົ່ວໂມງ ວັນເວລາຮຽນ ຕົວຈິງ 205 ວັນ ເທົ່າກັບ 1.435 ຊົ່ວໂມງ ຜົນໄດ້ຮັບໃນການຮ່ຳ ຮຽນປະເພດດີເລີດ 2 ສະຫາຍ ເທົ່າກັບ 4.08%, ດີຫຼາຍ 43 ສະຫາຍ ເທົ່າກັບ 87.76%, ດີ 4 ສະຫາຍ ເທົ່າກັບ 8.16% ແລະ ສຳລັບຫຼັກສູດການກໍ່ສ້າງນັກ ຮຽນເຕັກນິກກົດລັບລະບົບຊັ້ນຕົ້ນ ຊຸດທີ 27 ມີຈຳນວນ 40 ສະຫາຍ ກຳນົດເວລາຮຽນ 1 ປີ ມີ 365 ວັນ ເທົ່າກັບ 2.555 ຊົ່ວໂມງ ວັນເວລາຮຽນຕົວຈິງ 205 ວັນ ເທົ່າກັບ 1.435 ຊົ່ວໂມງ ຜົນໄດ້ຮັບໃນການຈຮຽນປະເພດ ດີຫຼາຍມີ 21 ສະຫາຍ ເທົ່າກັບ 52.50%, ດີ 19 ສະຫາຍ ເທົ່າກັບ 47.50%.
ສະຫາຍ ພັນເອກ ບຸນສະຫຼອງ ວິໄລຫານ ຍັງໄດ້ກ່າວຕື່ມອີກວ່າ: ຈາກຜົນສຳເລັດໃນການກໍ່ສ້າງນາຍທະຫານກົດລັບຊັ້ນກາງ ແລະ ຊັ້ນຕົ້ນ ທີ່ກ່າວມານັ້ນ, ກໍຍ້ອນໄດ້ຮັບການຊີ້ນຳຢ່າງໃກ້ຊິດຈາກກົມກົດລັບ ກົມໃຫຍ່ເສນາທິການກອງທັບ ບວກກັບຄະນະພັກ-ຄະນະອຳນວຍການ ແລະ ຄະນະບັນຊາທຸກຂັ້ນ ຈຶ່ງເຮັດໃຫ້ການກໍ່ສ້າງນາຍທະຫານກົດລັບອອກຮັບໃຊ້ກຳລັງຫຼວງ-ກຳ ລັງທ້ອງຖິ່ນ ແລະ ກຳລັງປ້ອງກັນ ຄວາມສະຫງົບ ມີຄຸນນະພາບ; ສະເພາະໃນສົກຮຽນຕໍ່ໜ້າແມ່ນຈະສືບຕໍ່ເຮັດວຽກງານສຶກສາອົບຮົມການເມືອງ-ນຳພາແນວຄິດໃຫ້ພະນັກງານ, ຄູ-ອາຈານ, ນັກຮຽນຢ່າງຕໍ່ເນື່ອງ ແລະ ຊີ້ນຳຄູ-ອາຈານ ໃນການຄົ້ນຄວ້າ, ຍົກສູງວຽກງານວິຊາສະເພາະຂອງຕົນໃນການແຕ່ງບົດສອນເພື່ອຖ່າຍທອດຄວາມຮູ້ໃຫ້ນັກຮຽນ, ສ່ວນນັກຮຽນກໍຕ້ອງຕັ້ງໃຈນຳເອົາຄວາມຮູ້, ຄວາມສາມາດທີ່ ຄູ-ອາຈານສິດສອນໃຫ້ເພື່ອໄປ ໝູນໃຊ້ເຂົ້າໃນໜ້າທີ່ວຽກງານວິຊາສະເພາະກົດລັບໃຫ້ມີບາດ ກ້າວອັນໃໝ່ ແລະ ມີຄວາມຮັບປະ ກັນປິດລັບ.
ໂດຍ: ວັນໄຊ ໄຊສະຫວັດ
news to day and hot news
ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ
ຂ່າວມື້ນີ້
ຂ່າວຍອດນິຍົມ
ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ















