ພະແນກການເມືອງ ກອງພັນໃຫຍ່ 941 ສະຫຼຸບວຽກງານພັກ-ວຽກງານການເມືອງ ປະຈຳ 6 ເດືອນຕົ້ນປີ 2026
ເວລາອອກຂ່າວ: 2026-08-07 09:15:52 | ຜູ້ຂຽນ : admin2 | ຈຳນວນຄົນເຂົ້າຊົມ: 239 | ຄວາມນິຍົມ: ![]()
ວັນທີ 5 ສິງຫາ 2026 ນີ້, ພະແນກການເມືອງ ກອງພັນໃຫຍ່ 941 ໄດ້ສະຫຼຸບວຽກງານພັກ-ວຽກງານການເມືອງ ປະຈຳ 6 ເດືອນຕົ້ນປີ ແລະ ວາງທິດທາງແຜນການ 6 ເດືອນທ້າຍປີ 2026, ໂດຍການເປັນປະທານ ຂອງສະຫາຍ ພັນເອກ ສຸດທິກອນ ພິມພັນ ຄະນະປະຈຳພັກກອງພັນໃຫຍ່, ຫົວໜ້າພະແນກການເມືອງ, ມີບັນດາຫົວໜ້າຂະແໜງການ ແລະ ພະນັກງານ-ນັກຮົບ ເຂົ້າຮ່ວມ.
ສະຫາຍ ພັນໂທ ຈາລະໄມ ສໍສິລິບຸນມາ ກໍາມະການຄະນະພັກ, ຮອງຫົວໜ້າພະແນກການເມືອງ ໄດ້ຜ່ານບົດສະຫຼຸບວຽກງານພັກ-ວຽກງານການເມືອງ ປະຈໍາ 6 ເດືອນຕົ້ນປີ ແລະ ວາງທິດທາງແຜນການ 6 ເດືອນທ້າຍປີ 2026, ຍົກໃຫ້ເຫັນສະພາບການພົ້ນເດັ່ນ ແລະ ການຈັດຕັ້ງປະຕິບັດວຽກງານຮອບດ້ານ ປະຈຳ 6 ເດືອນຜ່ານມາ ພະນັກງານ-ນັກຮົບ ແຕ່ລະສະຫາຍ ມີແນວຄິດອຸ່ນອຽນທຸ່ນທຽ່ງ, ຫ້າວຫັນປະກອບສວນເຂົ້າໃນໜ້າທີ່ວຽກງານ ເຊິ່ງສະແດງອອກແຕ່ລະສະຫາຍ ພ້ອມກັນຈັດຕັ້ງປະຕິບັດໜ້າທີ່ວຽກງານດ້ວຍຄວາມຮັບຜິດຊອບສູງ, ສາມາດເຮັດສຳເລັດຕາມການຈັດຕັ້ງຂັ້ນເທິງມອບໝາຍໃຫ້, ໄດ້ມີການສ້າງຂະບວນການຕ່າງໆ ເພື່ອຂໍ່ານັບຮັບຕ້ອນວັນສຳຄັນຕ່າງໆ ຂອງຊາດ, ຂອງພັກ ແລະ ຂອງກອງທັບຢ່າງເປັນຂະບວນການຟົດຟື້ນ ແລະ ຕໍ່ເນື່ອງ, ສືບຕໍ່ຈັດຕັ້ງກຳລັງລົງກໍ່ສ້າງຮາກຖານຕາມທິດວຽກງານ 3 ສ້າງ, ດຳເນີນຊີວິດການເມືອງພາຍໃນພັກເປັນປົກກະຕິ, ຈັດຕັ້ງປາຖະກະຖາມູນເຊື້ອຂອງຊາດ, ຂອງພັກ, ຂອງກອງທັບ, ເພື່ອປູກຈິດສຳນຶກໃຫ້ພະນັກງານ-ນັກຮົບ ມີຄວາມເຂົ້າໃຈຕໍ່ແນວທາງ ຂອງພັກ-ລັດ ຢ່າງເລິກເຊິ່ງ. ອີງໃສ່ບົນພື້ນຖານ 4 ໜ້າທີ່ໃຫຍ່ 26 ແຜນງານ ທີ່ຄະນະພັກກະຊວງປ້ອງກັນປະເທດວາງອອກ, ເຊິ່ງແຕ່ລະຂະແໜງການ ສາມາດເຮັດໄດ້ເກີນຄາດໝາຍຕາມທີ່ຂັ້ນເທິງວາງອອກ, ສືບຕໍ່ປັບປຸງແຕ່ລະຂະແໜງການ ໃຫ້ໄດ້ຕາມຄາດໝາຍສູ້ຊົນ ຕາມທິດທາງແຜນການ 6 ເດືອນທ້າຍປີ 2026, ກໍ່ສ້າງຮາກຖານ ໜ່ວຍພັກປອດໃສ ເຂັ້ມແຂງ ໜັກແໜ້ນ, ຕິດພັນກັບການສ້າງກົມກອງ 3 ປອດ, ກອງວັດທະນະທຳ ແລະ ນັກຮົບວັດທະນະທຳ, ອຳນວຍຄວາມສະດວກຊຸກຍູ້ຂະບວນການ ຊາວໜຸ່ມ-ແມ່ຍິງ ໃຫ້ເຄື່ອນໄຫວຕາມພາລະບົດບາດໜ້າທີ່ ຢ່າງເປັນຂະບວນການຟົດຟື້ນ ແລະ ໄດ້ຮັບຜົນສຳເລັດ.
ກອງປະຊຸມ ຍັງໄດ້ຄົ້ນຄວ້າ ປະກອບຄຳຄິດເຫັນ ໃສ່ຮ່າງບົດສະຫຼຸບ 6 ເດືອນຕົ້ນປີ ແລະ ທິດທາງແຜນການ 6 ເດືອນທ້າຍປີ 2026 ຢ່າງກົງໄປກົງມາ ເຮັດໃຫ້ມີເນື້ອໃນຄົບຖ້ວນສົມບູນ ແລະ ຮັບຟັງການໂອ້ລົມຈາກສະຫາຍປະທານ ຕື່ມອີກ.
ໂດຍ: ຂັນທະວີ ແກ້ວກາໃຈ
news to day and hot news
ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ
ຂ່າວມື້ນີ້
ຂ່າວຍອດນິຍົມ
ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ















