ກອງທັບປະຊາຊົນລາວ
 
ວັນສຸກ, ວັນທີ 16 ຕຸລາ 2026

  

ນັກ​ກິລາ​ຕຳຫຼວດ​ລາວ ຄວ້າ​ແຊັມ ການ​ແຂ່ງຂັນ​ກັອບ​ຕຳຫຼວດ​ອາ​ຊຽນ ຄັ້ງ​ທີ II ທີ່ ​ສສ ຫວຽດນາມ
ເວລາອອກຂ່າວ: 2026-08-07 09:19:23 | ຜູ້ຂຽນ : admin3 | ຈຳນວນຄົນເຂົ້າຊົມ: 260 | ຄວາມນິຍົມ:



ຄະນະ​ນັກ​ກິລາ​ເຈົ້າ​ໜ້າທີ່​ຕຳຫຼວດ ຈາກ ​ສປປ ລາວ ສ້າງ​ຜົນງານ​ຢ່າງ​ໂດດ​ເດັ່ນ ດ້ວຍ​ການ​ຄວ້າ​ແຊັມ​ປະເພດ​ບຸກຄົນ ແລະ ອັນ​ດັບ​ທີ 3 ປະເພດ​ທີມ ໃນ​ການ​ແຂ່ງຂັນ​ກິລາ​ກັອບ​ຕຳຫຼວດ​ອາ​ຊຽນ ເປີດ​ກວ້າງ ປະຈຳ​ປີ 2026 (ASEAN Police Open Golf Tournament 2026) ຄັ້ງ​ທີ II ທີ່​ຈັດ​ຂຶ້ນ​ໃນ​ລະຫວ່າງ​ວັນ​ທີ 1-2 ສິງຫາ 2026 ຢູ່​ສະໜາມ Nova World Phan Thiet Golf Club, ແຂວງ​ລາມ​ດົງ, ສາທາລະນະ​ລັດ ສັງຄົມ​ນິຍົມ ຫວຽດນາມ. ຄະນະ​ນັກ​ກິລາ​ຕຳຫຼວດ​ລາວ ນຳພາ​ໂດຍ ​ທ່ານ ອາ​ນຸ​ສິນ ສັກ​ປະເສີດ ຫົວໜ້າ​ຄະນະ ພ້ອມ​ດ້ວຍ​ຄູ​ເຝິກ 1 ທ່ານ ຄື: ເພັດ​ສະໝອນ ສີ​ສົມ​ຫວັງ ແລະ ນັກ​ກິລາ 4 ທ່ານ ປະກອບ​ມີ: ທ່ານ ອາ​ນຸ​ສິນ ສັກ​ປະເສີດ, ທ່ານ ວັນ​ປະດິດ ຈັນທະ​ວົງ, ທ່ານ ສິນ​ໄຊ ພິລາ​ສຸກ ແລະ ທ່ານ ໄຊ​ຫຼ້າ ສຸ​ວົງ. ໃນ​ໂອກາດ​ເດີນທາງ​ເຂົ້າ​ຮ່ວມ​ການ​ແຂ່ງຂັນ, ຄະນະ​ນັກ​ກິລາ ກໍ​ໄດ້​ຮັບ​ການ​ຕ້ອນຮັບ​ຢ່າງ​ອົບ​ອຸ່ນ​ຈາກ ​ທ່ານ ຄອນ​ສີ ເນົາວະ​ລາດ ຫົວໜ້າ​ອົງການ​ຜູ້ຕາງໜ້າ ກະຊວງ​ປ້ອງ​ກັນ​ຄວາມ​ສະຫງົບ​ລາວ ປະຈຳ ​ສສ ຫວຽດນາມ. ພິທີ​ເປີດ​ການ​ແຂ່ງຂັນ​ໄດ້​ຈັດ​ຂຶ້ນ​ຢ່າງ​ສົມ​ກຽດ ໂດຍ​ການ​ເປັນ​ປະທານ​ຂອງ ສະຫາຍ ພົນ​ໂທ ເລ ວັນ ຕວ​​ຼຽນ ກຳມະການ​ສູນ​ກາງ​ພັກ, ຮອງ​ລັດຖະມົນຕີ ກະຊວງ​ປ້ອງ​ກັນ​ຄວາມ​ສະຫງົບ ​ສສ ຫວຽດນາມ. ການ​ແຂ່ງຂັນ​ຄັ້ງ​ນີ້ ຈັດ​ຂຶ້ນ​ເພື່ອ​ສົ່ງເສີມ​ການ​ແລກປ່ຽນ, ຮັດ​ແໜ້ນ​ການ​ຮ່ວມ​ມື ແລະ ເສີມ​ຂະຫຍາຍ​ສາຍ​ພົວພັນ​ມິດຕະພາບ ລະຫວ່າງ​ອົງການ​ບັງຄັບ​ໃຊ້​ກົດໝາຍ ໂດຍ​ມີ​ຄະນະ​ນັກ​ກິລາ​ຕຳຫຼວດ​ເຂົ້າ​ຮ່ວມ​ທັງ​ໝົດ​ຈາກ 14 ປະເທດ ແລະ ເຂດ​ແຄວ້ນ ໃນ​ນັ້ນ, ປະກອບ​ມີ 9 ປະເທດ​ສະມາຊິກ​ອາ​ຊຽນ ຄື: ມາ​ເລ​ເຊຍ, ໄທ, ລາວ, ກຳປູເຈຍ, ຫວຽດນາມ, ສິງກະໂປ, ບຣູ​ໄນ, ອິນ​ໂດ​ເນ​ເຊຍ, ຟີ​ລິບ​ປິນ ແລະ 5 ປະເທດ​ຮ່ວມ​ງານ​ສາກົນ ຄື: ອົດ​ສະ​ຕຣາ​ລີ, ໄຕ້​ຫວັນ, ນອກ​ແວ, ຮຸງ​ກາລີ ພ້ອມ​ດ້ວຍ ສາທາລະນະ​ລັດ ເຊັກ. ສຳລັບ​ຜົນ​ການ​ແຂ່ງຂັນ ຕະຫຼອດ​ໄລຍະ 2 ຮອບ ຜົນ​ປະກົດ​ວ່າ ປະເພດ​ທີມ ນັກ​ກິລາ​ຕຳຫຼວດ ​ສປປ ລາວ ສາມາດ​ເຮັດ​ຜົນງານ​ໄດ້​ຢ່າງ​ໂດດ​ເດັ່ນ ຄວ້າ​ອັນ​ດັບ​ທີ 3 ມາ​ຄອງ​ໄດ້​ຢ່າງ​ສົມ​ກຽດ ດ້ວຍ​ຄະແນນ​ລວມ 223 ຄະແນນ. ສ່ວນ​ປະເພດ​ບຸກຄົນ ທ່ານ ສິນ​ໄຊ ພິລາ​ສຸກ ສ້າງ​ຜົນງານ​ໄດ້​ຢ່າງ​ດີເລີດ ດ້ວຍ​ການ​ຄວ້າ​ແຊັມ​ມາ​ຄອງ ດ້ວຍ​ຄະແນນ 70 ສະ​ໂຕຣກ. ຜົນສຳເລັດ​ອັນ​ຈົບງາມ​ໃນ​ຄັ້ງ​ນີ້ ບໍ່​ພຽງ​ແຕ່​ເປັນ​ການ​ສ້າງ​ຊື່​ສຽງ ແລະ ກຽດ​ສັກ​ສີ​ທາງ​ດ້ານ​ກິລາ​ໃຫ້​ແກ່​ກຳລັງ​ປ້ອງ​ກັນ​ຄວາມ​ສະຫງົບ​ຂອງ​ລາວ ໃນ​ເວທີ​ສາກົນ​ເທົ່າ​ນັ້ນ, ແຕ່​ຍັງ​ເປັນ​ການ​ປະກອບສ່ວນ​ອັນ​ສຳຄັນເຂົ້າ​ໃນ​ການ​ສ້າງ​ເຄືອ​ຂ່າຍ, ຄວາມ​ໄວ້​ເນື້ອ​ເຊື່ອ​ໃຈ ແລະ ຄວາມ​ສາມັກຄີ​ອັນ​ແໜ້ນ​ແຟ້ນ ກັບ​ເຈົ້າ​ໜ້າທີ່​ຕຳຫຼວດ​ໃນ​ພາກ​ພື້ນ​ອາ​ຊຽນ ແລະ ສາກົນ ເພື່ອ​ເປັນ​ຮາກ​ຖານ​ໃຫ້​ແກ່​ການ​ປະສານ​ງານ​ຕ້ານ​ອາ​ຊະ​ຍາ​ກຳ​ຂ້າມ​ຊາດ​ຢ່າງ​ມີ​ປະ​ສິດທິ​ຜົນ​ໃນ​ອະນາຄົດ.



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ