ປະທານສະຫະພັນກິລາກະຕໍ້ ແຂວງຈຳປາສັກ ພໍໃຈຜົນງານ ຂອງນັກກິລາຊຸດເຂົ້າຮ່ວມຊີງແຊັມທົ່ວປະເທດ ຄັ້ງທີ I
ເວລາອອກຂ່າວ: 2026-08-07 09:20:12 | ຜູ້ຂຽນ : admin3 | ຈຳນວນຄົນເຂົ້າຊົມ: 286 | ຄວາມນິຍົມ: ![]()
ທ່ານ ໂອດານ ໄຊຍະລາດ ປະທານສະຫະພັນກິລາກະຕໍ້ແຂວງຈຳປາສັກ ໃຫ້ສຳພາດຫຼັງສຳເລັດການແຂ່ງຂັນວ່າ: ສຳລັບການເຂົ້າຮ່ວມການແຂ່ງຂັນກະຕໍ້ ຊີງແຊັມທົ່ວປະເທດ ຄັ້ງທີ I ຊີງຂັນທ່ານຮອງນາຍົກລັດຖະມົນຕີ, ລັດຖະມົນຕີ ກະຊວງປ້ອງກັນປະເທດ ປະຈຳປີ 2026 ທີ່ສະຫະພັນກິລາກະຕໍ້ແຫ່ງຊາດລາວ ຈັດຂຶ້ນຢູ່ທີ່ນະຄອນຫຼວງວຽງຈັນ ໃນເທື່ອນີ້, ສະຫະພັນກິລາກະຕໍ້ແຂວງຈຳປາສັກຂອງພວກເຮົາ ແມ່ນສົ່ງຄະນະນຳ, ຄູເຝິກ ແລະ ນັກກິລາເຂົ້າຮ່ວມທັງໝົດ 14 ຄົນ ໃນນັ້ນ, ແບ່ງເປັນຄະນະນຳ, ຄູເຝິກ ຈຳນວນ 2 ທ່ານ ແລະ ນັກກິລາຮຸ່ນທົ່ວໄປ ແລະ ນັກກິລາຮຸ່ນອາຍຸບໍ່ເກີນ 16 ປີ ຈຳນວນ 12 ຄົນ ໂດຍລົງແຂ່ງຂັນ 3 ລາຍການ ຄື: ປະເພດທີມດ່ຽວຊາຍ ຮຸ່ນທົ່ວໄປ, ທີມຊາຍ 4 ຄົນ ຮຸ່ນທົ່ວໄປ ແລະ ທີມດ່ຽວຊາຍ ຮຸ່ນອາຍຸບໍ່ເກີນ 16 ປີ. ເຊິ່ງກ່ອນເຂົ້າຮ່ວມແຂ່ງຂັນໄດ້ຕັ້ງເປົ້າຈະພະຍາຍາມສູ້ຊົນຍາດໃຫ້ໄດ້ແຊັມລາຍການໃດໜຶ່ງກັບບ້ານໃຫ້ໄດ້ ເພື່ອເປັນຂອງຝາກຂອງຕ້ອນໃຫ້ກັບພີ່ນ້ອງຊາວແຂວງຈຳປາສັກຂອງພວກເຮົາ.
ຜ່ານການແຂ່ງຂັນຕົວຈິງ ຜົນປະກົດວ່າ ທັບນັກກິລາກະຕໍ້ແຂວງຈຳປາສັກ ບໍ່ເຮັດໃຫ້ແຟນກິລາກະຕໍ້ພັນແທ້ແດນຈຳປາເສຍໃຈແມ່ນແຕ່ໜ້ອຍດຽວ ດັ່ງຄຳເວົ້າທີ່ວ່າ “ກະຕໍ້ຈຳປາສັກ ໃຫ້ບໍ່ໄດ້ແຕ່ຄວາມເສຍໃຈ” ສາມາດຍາມາດໄດ້ມາເຖິງ 2 ຫຼຽນຄຳ ແລະ 1 ຫຼຽນທອງ ໃນນີ້, 2 ຫຼຽນຄຳ ໄດ້ຈາກປະເພດທີມດ່ຽວ
ຊາຍ ຮຸ່ນທົ່ວໄປ ແລະ ທີມຊາຍ 4 ຄົນ ຮຸ່ນທົ່ວໄປ. ສ່ວນອີກ 1 ຫຼຽນທອງ ແມ່ນໄດ້ຈາກປະເພດທີມດ່ຽວຊາຍ ຮຸ່ນອາຍຸບໍ່ເກີນ 16 ປີ.
ປະທານສະຫະພັນກິລາກະຕໍ້ແຂວງຈຳປາສັກ ກ່າວອີກວ່າ: ຕໍ່ຜົນງານອັນຍອດຍິ່ງດັ່ງກ່າວ ຖືເປັນຄວາມສຳເລັດທີ່ໜ້າພາກພູມໃຈຫຼາຍຂອງຄະນະບໍລິຫານງານສະຫະພັນກິລາກະຕໍ້ແຂວງຈຳປາສັກຊຸດໃໝ່ ທີ່ສາມາດຍາດມາໄດ້ ແລະ ນີ້ຖືເປັນການປູພື້ນຖານໃຫ້ກັບນັກກິລາກະຕໍ້ທີມແຂວງຈຳປາສັກອີກດ້ວຍ ໂດຍສະເພາະແມ່ນຮຸ່ນເຍົາວະຊົນ ໃຫ້ໄດ້ມີໂອກາດຮ່ວມແຂ່ງຂັນລາຍການລະດັບຊາດ ເພື່ອແນໃສ່ເປັນການກຽມຄວາມພ້ອມໃຫ້ແກ່ 2 ງານໃຫຍ່ລະດັບຊາດ ທີ່ຈະມີຂຶ້ນໃນອີກ 2-3 ປີຂ້າງໜ້າເປັນຕົ້ນແມ່ນ ງານມະຫາກຳກິລານັກກິລາທົ່ວປະເທດ ຄັ້ງທີ VIII ທີ່ແຂວງເຊກອງ ເປັນເຈົ້າພາບໃນປີ 2027 ແລະ ງານມະຫາກຳກິລາແຫ່ງຊາດ ຄັ້ງທີ XIII ທີ່ແຂວງຈຳປາສັກ ເປັນເຈົ້າພາບ ໃນປີ 2028 ອີກດ້ວຍ.
news to day and hot news
ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ
ຂ່າວມື້ນີ້
ຂ່າວຍອດນິຍົມ
ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ















