ກອງທັບປະຊາຊົນລາວ
 
ວັນພະຫັດ, ວັນທີ 10 ກັນຍາ 2026

  

ໂຮງໝໍ ກອງພົນທີ 2 ສະຫຼຸບວຽກງານຮອບດ້ານ ປະຈໍາ 6 ເດືອນຕົ້ນປີ 2026 ແລະ ມອບການຍ້ອງຍໍຜົນງານ 5 ປີ
ເວລາອອກຂ່າວ: 2026-08-07 09:28:49 | ຜູ້ຂຽນ : admin2 | ຈຳນວນຄົນເຂົ້າຊົມ: 259 | ຄວາມນິຍົມ:



ວັນທີ 6 ສິງຫາ 2026 ນີ້, ໂຮງໝໍ ກອງພົນທີ 2 ໄດ້ສະຫຼຸບວຽກງານຮອບດ້ານ ປະຈໍາ 6 ເດືອນຕົ້ນປີ 2026 ແລະ ມອບການຍ້ອງຍໍຜົນງານ 5 ປີ, ໂດຍການເປັນປະທານ ຂອງສະຫາຍ ພັນໂທ ທອງຄູນ ຈັນສະຫວ່າງ ຫົວໜ້າພະແນກເສນາຮັກ ຫ້ອງພະລາທິການ ກອງພົນທີ 2, ມີຄະນະພັກ-ຄະນະອໍານວຍການໂຮງໝໍ ແລະ ພະນັກງານ-ນັກຮົບ ເຂົ້າຮ່ວມ. ສະຫາຍ ພັນໂທ ຄຳຕູ່ນ ທິບພະວົງ ຮອງຫົວໜ້າການທະຫານ ໂຮງໝໍ ກອງພົນທີ 2 ໄດ້ຜ່ານບົດສະຫຼຸບການຈັດຕັ້ງປະຕິບັດວຽກງານຮອບດ້ານ ໃນໄລຍະ 6 ເດືອນຕົ້ນປີຜ່ານມາ, ຄະນະພັກ-ຄະນະອໍານວຍການ ໄດ້ເອົາໃຈໃສ່ນໍາພາ-ຊີ້ນໍາ ເຮັດໃຫ້ສະພາບພາຍໃນກົມກອງມີຄວາມສະຫງົບ ໂດຍຖືເອົາວຽກງານສຶກສາອົບຮົມການເມືອງ-ນໍາພາແນວຄິດເປັນກົກ ເຮັດໃຫ້ພະນັກງານ-ນັກຮົບ ມີແນວຄິດຫຼັກໝັ້ນ ເຮັດສຳເລັດໜ້າທີ່ວິຊາສະເພາະຂອງຕົນ, ເອົາໃຈໃສ່ຍົກລະດັບຄວາມຮູ້ ຄວາມສາມາດ ຂອງພະນັກງານ-ແພດໝໍ ຢ່າງຕໍ່ເນື່ອງ ເພື່ອໃຫ້ມີຄວາມຊຳນິຊໍານານໃນການປະຕິບັດໜ້າທີ່ການເມືອງຂອງກົມກອງໄດ້ເປັນຢ່າງດີ ແລະ ມີຄວາມປອດໄພຕໍ່ຜູ້ມາໃຊ້ບໍລິການ, ໃນການປິ່ນປົວກວດສຸຂະພາບ ໃຫ້ນາຍ ແລະ ພົນທະຫານ ຕະຫຼອດຮອດປະຊາຊົນບັນດາເຜົ່າ ໂດຍໄດ້ເນັ້ນໜັກໃຫ້ພະນັກງານ-ແພດໝໍທຸກສະຫາຍ ປະຕິບັດວຽກງານ 5 ດີ 1 ພໍໃຈ ຂອງກະຊວງສາທາລະນະສຸກວາງອອກ, ມີຈັນຍາບັນ, ຈັນຍາທຳ, ສ້າງຄວາມເຊື່ອໝັ້ນ ແລະ ໄວ້ວາງໃຈ ຕໍ່ຜູ້ມາໃຊ້ບໍລິການ ນັບມື້ນັບດີຂຶ້ນເລື້ອຍໆ, ໃນ 6 ເດືອນຕົ້ນປີ ມີຄົນເຈັບມາໃຊ້ບໍລິການປິ່ນປົວທັງໝົດ 7.573 ເທື່ອຄົນ. ກອງປະຊຸມ ຍັງໄດ້ຜ່ານລັດຖະດຳລັດ ຂອງປະທານປະເທດ ວ່າດ້ວຍການປະດັບຫຼຽນໄຊແຮງງານ ແລະ ດຳລັດ ຂອງນາຍົກລັດຖະມົນຕີ ວ່າດ້ວຍການປະດັບຫຼຽນການແຮງງານ ແລະ ມອບໃບຍ້ອງຍໍລັດຖະບານ ໃຫ້ນາຍທະຫານຢູ່ຫ້ອງການເມືອງ ກອງພົນທີ 2 ທີ່ມີຜົນງານດີເດັ່ນ ປະກອບສ່ວນເຂົ້າໃນການປະຕິບັດໜ້າທີ່ເຮັດວຽກງານປ້ອງກັນຊາດ-ປ້ອງກັນຄວາມສະຫງົບ ຕະຫຼອດໄລຍະ 5 ປີ ຜ່ານມາ ເນື່ອງໃນໂອກາດສະເຫຼີມສະຫຼອງວັນສ້າງຕັ້ງກອງທັບປະຊາຊົນລາວ ຄົບຮອບ 75 ປີ ໃນນັ້ນ, ປະດັບຫຼຽນໄຊແຮງງານ ຊັ້ນ II ຈໍານວນ 2 ສະຫາຍ, ຊັ້ນ III ຈໍານວນ 15 ສະຫາຍ, ຫຼຽນກາແຮງງານ 40 ສະຫາຍ ແລະ ໃບຍ້ອງຍໍລັດຖະບານ 1 ສະຫາຍ. ໂດຍ: ສຸວັນໂນ ທະລັງສີ



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ