ກອງພັນໃຫຍ່ 645 ສະຫຼຸບວຽກງານຮອບດ້ານ ປະຈຳ 6 ເດືອນຕົ້ນປີ 2026
ເວລາອອກຂ່າວ: 2026-08-07 09:31:13 | ຜູ້ຂຽນ : admin2 | ຈຳນວນຄົນເຂົ້າຊົມ: 259 | ຄວາມນິຍົມ: ![]()
ວັນທີ 5 ສິງຫາ 2026 ນີ້, ກອງພັນໃຫຍ່ 645 ໄດ້ສະຫຼຸບວຽກງານຮອບດ້ານ ປະຈຳ6 ເດືອນຕົ້ນປີ ແລະ ວາງທິດທາງແຜນການ ປະຈຳ 6 ເດືອນທ້າຍປີ 2026, ໂດຍການເປັນປະທານ ຂອງສະຫາຍ ພັນໂທ ສຸບິນ ດວງໂສພາ ຫົວໜ້າການເມືອງ ກອງພັນໃຫຍ່ 645, ມີຄະນະພັກ-ຄະນະບັນຊາ ພະແນກການ, ຂະແໜງການ, ກອງພັນ ແລະ ກອງຮ້ອຍ ເຂົ້າຮ່ວມ.
ສະຫາຍ ພັນໂທ ຄຳຜ່ອງ ອິນທາທິລາດ ຮອງຫົວໜ້າພະແນກບໍລິຫານ ກອງພັນໃຫຍ່ 645 ໄດ້ ຜ່ານບົດສະຫຼຸບວຽກງານຮອບດ້ານ ປະຈໍາ 6 ເດືອນຕົ້ນປີ ແລະ ທິດທາງແຜນການ 6 ເດືອນທ້າຍປີ 2026, ຍົກໃຫ້ເຫັນດ້ານດີ, ດ້ານອ່ອນຄົງຄ້າງ ແລະ ບົດຮຽນທີ່ຖອດຖອນໄດ້ ເຊິ່ງໃນໄລຍະ 6 ເດືອນຜ່ານມາ, ຄະນະພັກ-ຄະນະບັນຊາແຕ່ລະຂັ້ນ ໄດ້ເອົາໃຈໃສ່ສຶກສາອົບຮົມການເມືອງ-ນຳພາແນວຄິດເຮັດໃຫ້ພະນັກງານ-ນັກຮົບ ມີແນວຄິດອຸ່ນອຽນທຸ່ນທ່ຽງ, ມີສະຕິຕໍ່ການຈັດຕັ້ງ ແລະ ເປັນເຈົ້າການໃນການປະຕິບັດແນວທາງນະໂຍບາຍ ຂອງພັກ-ລັດ ນອກນັ້ນ, ຍັງໄດ້ສຸມໃສ່ວຽກງານກໍ່ສ້າງພື້ນຖານໂຄງລ່າງເປັນຕົ້ນແມ່ນເຮືອນນອນ ຫ້ອງການ, ສະໂມສອນຢູ່ກອງພັນ, ກອງຮ້ອຍ ສຳເລັດ 3 ຫຼັງ ເຮືອນນອນກອງຮ້ອຍສ້ອມແປງ, ເຮືອນນອນກອງຮ້ອຍ 687, ສະໂມສອນກອງຮ້ອຍ 158, ກໍ່ສ້າງອາຄານສຳລັບກິນເຂົ້າ ຂອງກອງພັນໃຫຍ່ 645 ສຳເລັດ 80%, ກໍ່ສ້າງຫ້ອງການພະລາທິການ ສຳເລັດ 80%, ກໍ່ສ້າງກຳແພງອ້ອມຄ້າຍກອງພັນ 609 ສຳເລັດ 50%, ກໍ່ສ້າງເຮືອນພັກກອງພັນໃຫຍ່ 645 ສຳເລັດ 90%, ກໍ່ສ້າງສາງອາວຸດສຳເລັດ 100% ແລະ ປົວແປງສະຖານທີ່ຕ່າງໆ ພາຍໃນກົມກອງ ປັດຈຸບັນກົມກອງ ມີສິ່ງປຸກສ້າງທັງໝົດ 161 ຫຼັງ, ເຮືອນຖາວອນ 121 ຫຼັງ ແລະ ເຮືອນຊົ່ວຄາວ 23 ຫຼັງ.
ໂດຍ: ມານັດ
news to day and hot news
ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ
ຂ່າວມື້ນີ້
ຂ່າວຍອດນິຍົມ
ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ















