ກອງທັບປະຊາຊົນລາວ
 
ວັນພະຫັດ, ວັນທີ 10 ກັນຍາ 2026

  

ຫ້ອງເສນາທິການ ກອງບັນຊາການທະຫານແຂວງສາລະວັນ ສະຫຼຸບວຽກງານຮອບດ້ານ ປະຈໍາ 6 ເດືອນຕົ້ນປີ 2026
ເວລາອອກຂ່າວ: 2026-08-07 09:52:19 | ຜູ້ຂຽນ : admin2 | ຈຳນວນຄົນເຂົ້າຊົມ: 831 | ຄວາມນິຍົມ:



ວັນທີ 6 ສິງຫາ 2026 ນີ້, ຫ້ອງເສນາທິການ ກອງບັນຊາການທະຫານແຂວງສາລະວັນ ໄດ້ສະຫຼຸບວຽກງານຮອບດ້ານ ປະຈໍາ 6 ເດືອນຕົ້ນປີ ແລະ ວາງທິດທາງແຜນການ 6 ເດືອນທ້າຍປີ 2026, ໂດຍການເປັນປະທານ ຂອງສະຫາຍ ພັນໂທ ບຸນຖອງ ມູນມະຖັນ ຫົວໜ້າຫ້ອງເສນາທິການ ກອງບັນຊາການທະຫານແຂວງສາລະວັນ, ມີຄະນະພັກ-ຄະນະບັນຊາ ຫ້ອງ, ພະແນກການ ແລະ ພະນັກງານ-ນັກຮົບກອງຮ້ອຍ 243 ແລະ ກອງຮ້ອຍ 21 ເຂົ້າຮ່ວມ. ສະຫາຍ ຮ້ອຍເອກ ພຸດສະຫວັດ ສິງສົມບັດ ຫົວໜ້າພະແນກບໍລິຫານ-ສັງລວມ ຫ້ອງເສນາທິການກອງບັນຊາການທະຫານແຂວງສາລະວັນ ໄດ້ຜ່ານບົດສະຫຼຸບການຈັດຕັ້ງປະຕິບັດວຽກງານຮອບດ້ານ ປະຈໍາ 6 ເດືອນຕົ້ນປີ ແລະ ທິດທາງແຜນການ 6 ເດືອນທ້າຍປີ 2026 ເຊິ່ງໄດ້ຍົກໃຫ້ເຫັນຫຼາຍດ້ານທີ່ພົ້ນເດັ່ນ ເປັນຕົ້ນ ດ້ານການເມືອງ-ແນວຄິດ ພະນັກງານ-ສະມາຊິກພັກ ແລະ ນັກຮົບ ພາຍໃນຫ້ອງ ມີແນວຄິດອຸ່ນອຽນທຸ່ນທ່ຽງ ເຊື່ອໝັ້ນຕໍ່ການນຳພາ ຂອງພັກ-ລັດ, ຫ້າວຫັນເຮັດສຳເລັດໜ້າທີ່ວຽກງານທີ່ໄດ້ຮັບມອບໝາຍ. ກອງປະຊຸມ ຍັງໄດ້ຜ່ານລັດຖະດໍາລັດ ຂອງປະທານປະເທດ ແລະ ດຳລັດ ຂອງນາຍົກລັດຖະມົນຕີ ວ່າດ້ວຍການປະດັບ ຫຼຽນໄຊແຮງານ, ຫຼຽນກາແຮງງານ ແລະ ໃບຍ້ອງຍໍລັດຖະບານ ໃຫ້ຜູ້ທີ່ມີຜົນງານດີເດັ່ນ ປະກອບສ່ວນເຂົ້າໃນການປະຕິບັດໜ້າທີ່ເຮັດວຽກງານປ້ອງກັນຊາດ-ປ້ອງກັນຄວາມສະຫງົບ ຕະຫຼອດໄລຍະ 5 ປີ ຜ່ານມາ ເນື່ອງໃນໂອກາດສະເຫຼີມສະຫຼອງວັນສ້າງຕັ້ງກອງທັບປະຊາຊົນລາວ ຄົບຮອບ 75 ປີ ໃນນີ້, ປະດັບຫຼຽນໄຊແຮງານ ຊັ້ນ II ຈໍານວນ 2 ສະຫາຍ, ຫຼຽນໄຊແຮງງານ ຊັ້ນ III ຈໍານວນ 14 ສະຫາຍ, ຫຼຽນກາແຮງງານ 17 ສະຫາຍ ແລະ ມອບໃບຍ້ອງຍໍລັດຖະບານ 13 ສະຫາຍ. ໂດຍ: ສຸຂາວພອນ ສອນນາລີ ພາບໂດຍ: ລັງສັນ ພົມມະວິຫານ



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ