ໜ່ວຍພັກ ຫ້ອງການເມືອງ ກມທ ຕີລາຄາແບ່ງປະເພດສະມາຊິກພັກ ປະຈຳປີ 2026
ເວລາອອກຂ່າວ: 2026-08-07 12:08:38 | ຜູ້ຂຽນ : admin2 | ຈຳນວນຄົນເຂົ້າຊົມ: 814 | ຄວາມນິຍົມ: ![]()
ວັນທີ 7 ສິງຫາ 2026 ນີ້, ໜ່ວຍພັກ ຫ້ອງການເມືອງ ກົມໃຫຍ່ການເມືອງກອງທັບ (ກມທ) ໄດ້ຕີລາຄາແບ່ງປະເພດສະມາຊິກພັກ, ໜ່ວຍພັກປອດໃສ ເຂັ້ມແຂງ ໜັກແໜ້ນ ປະຈຳປີ 2026, ໂດຍການເປັນປະທານ ຂອງສະຫາຍ ພົນຈັດຕະວາ ອຳພອນ ສຸກວິໄຊ ກຳມະການຄະນະພັກກົມໃຫຍ່, ເລຂາໜ່ວຍພັກຫ້ອງການເມືອງ ກມທ, ມີບັນດາຄະນະໜ່ວຍພັກ, ສະມາຊິກພັກສົມບູນ ແລະ ສຳຮອງ ເຂົ້າຮ່ວມ.
ສະຫາຍ ພັນເອກ ບຸນຄຳ ສຸນັນທາ ຮອງເລຂາໜ່ວຍພັກ ຫ້ອງການເມືອງ ກມທ ໄດ້ຜ່ານບົດສະຫຼຸບການກໍ່ສ້າງໜ່ວຍພັກປອດໃສ ເຂັ້ມແຂງ ໜັກແໜ້ນ ຂອງໜ່ວຍພັກຫ້ອງການເມືອງ ກມທ ປະຈຳປີ 2026 ແລະ ວາງທິດທາງແຜນການ ປະຈຳປີ 2027 ເຊິ່ງໃນໄລຍະ 1 ປີຜ່ານມາ ໂດຍໄດ້ຮັບການຊີ້ນຳໂດຍກົງ ຈາກຄະນະພັກກະຊວງປ້ອງກັນປະເທດ ກໍຄືອົງຄະນະພັກກົມໃຫຍ່ການເມືອງກອງທັບ ໄດ້ຖືເອົາວຽກງານສືກສາອົບຮົບການເມືອງ-ນໍາພາແນວຄິດເປັນກົກ, ນໍາເອົາມະຕິ, ຄໍາສັ່ງເອກະສານຕ່າງໆ ມາເຜີຍແຜ່, ຜັນຂະຫຍາຍ ແລະ ຈັດຕັ້ງປະຕິບັດຕົວຈິງ ເຮັດໃຫ້ພະນັກງານສະມາຊິກພັກ ມີຄວາມເຊື່ອໝັ້ນຕໍ່ການນໍາພາຂອງພັກ, ກົດໝາຍຂອງລັດ ເຮັດສໍາເລັດໜ້າທີ່ ທີ່ໄດ້ຮັບມອບໝາຍ. ເຊິ່ງໃນໄລຍະ 1 ປີຜ່ານມາ ສາມາດສ້າງໄດ້ສະມາຊິກພັກແຂງ ໄດ້ 43 ສະຫາຍ ກວມເອົາ 100%. ຈາກນັ້ນ, ຜູ້ເຂົ້າຮ່ວມ ຍັງໄດ້ປະກອບຄຳເຫັນຢ່າງກົງໄປກົງມາ ເພື່ອເຮັດໃຫ້ບົດສະຫຼຸບ ແລະ ທິດທາງແຜນການໃນຕໍ່ໜ້າໄດ້ຮັບການປັບປຸງດີຂຶ້ນ.
ພ້ອມນັ້ນ, ໃນພິທີ ຍັງໄດ້ຜ່ານລັດຖະດຳລັດ ຂອງປະທານປະເທດ ແລະ ດໍາລັດ ຂອງນາຍົກລັດຖະມົນຕີ ວ່າດ້ວຍການປະດັບຫຼຽນໄຊແຮງງານ, ຫຼຽນກາແຮງງານ ໃຫ້ນາຍ ແລະ ພົນທະຫານ ຢູ່ ຫ້ອງການ ກມທ ທີ່ມີຜົນງານປະກອບສ່ວນເຂົ້າໃນການປະຕິບັດໜ້າທີ່ວຽກງານປ້ອງກັນຊາດ-ປ້ອງກັນຄວາມສະຫງົບ ຕະຫຼອດໄລຍະ 5 ປີ (2019-2024), ເນື່ອງໃນໂອກາດສະເຫຼີມສະຫຼອງວັນສ້າງຕັ້ງກອງທັບປະຊາຊົນລາວ ຄົບຮອບ 75 ປີ ໃນນີ້, ມອບຫຼຽນໄຊແຮງງານ ຊັ້ນ II ຈໍານວນ 11 ສະຫາຍ, ຫຼຽນໄຊແຮງງານ ຊັ້ນ III ຈໍານວນ 5 ສະຫາຍ ແລະ ຫຼຽນກາແຮງງານ 11 ສະຫາຍ.
ໂອກາດນີ້, ສະຫາຍ ພົນຈັດຕະວາ ອຳພອນ ສຸກວິໄຊ ໄດ້ສະແດງຄວາມຍ້ອງຍໍຊົມເຊີຍຕໍ່ຜົນງານທີ່ສ້າງໄດ້ ພ້ອມທັງ, ເນັ້ນໜັກໃຫ້ຮັກສາມູນເຊື້ອການປະຕິວັດ, ສືບຕໍ່ປັບປຸງກໍ່ສ້າງພະນັກງານ-ນັກຮົບ, ສະມາຊິກພັກ ພາຍໃນກົມກອງຢ່າງເລິກເຊິ່ງ ແລະ ທົ່ວເຖິງ, ເອົາໃຈໃສ່ປັບປຸງແບບແຜນວິທີເຮັດວຽກ ປັບປຸງ-ກໍ່ສ້າງພະນັກງານໃຫ້ໜັກແໜ້ນ, ເຂັ້ມແຂງ ເອົາໃຈໃສ່ຕິດຕາມ, ຊີ້ນຳ ໂດຍຍຶດໝັ້ນ 5 ຫຼັກການ, 3 ທິດນຳ ຂອງພັກເປັນພື້ນຖານ ໃນການປັບປຸງກໍ່ສ້າງໜ່ວຍພັກປອດໃສ ເຂັ້ມແຂງ ໜັກແໜ້ນ ໃນຕໍ່ໜ້າ ໃຫ້ແທດເໝາະກັບສະພາບຕົວຈິງ ຂອງກົມກອງ ແລະ ຮັບປະກັນໃຫ້ມີປະສິດທິຜົນສູງສຸດ.
ໂດຍ: ລຸນທອງ ສີບຸນເຮືອງ.
news to day and hot news
ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ
ຂ່າວມື້ນີ້
ຂ່າວຍອດນິຍົມ
ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ















