ຫົວໜ້າຫ້ອງການກຳມະບານກອງທັບ ເຄື່ອນໄຫວຊຸກຍູ້ວຽກງານ ສູນອົງຄະທຽມ 686
ເວລາອອກຂ່າວ: 2026-08-07 12:13:21 | ຜູ້ຂຽນ : admin2 | ຈຳນວນຄົນເຂົ້າຊົມ: 842 | ຄວາມນິຍົມ: ![]()
ວັນທີ 7 ສິງຫາ 2026 ນີ້, ສະຫາຍ ພັນເອກ ສຸວັນນີ ດວງປະເສີດ ຫົວໜ້າຫ້ອງການກຳມະບານກອງທັບ ພ້ອມດ້ວຍຄະນະ ໄດ້ເຄື່ອນໄຫວຊຸກຍູ້ວຽກງານ ຢູ່ສູນອົງຄະທຽມ 686, ໂດຍການຕ້ອນຮັບ ຂອງ ສະຫາຍ ພັນໂທ ດວງໃຈ ສີສົງຄາມ ຫົວໜ້າການເມືອງ ສູນອົງຄະທຽມ 686, ມີຄະນະພັກ-ຄະນະບັນຊາ, ພະນັກງານ-ນັກຮົບ ແລະ ສະມາຊິກກຳມະບານ ເຂົ້າຮ່ວມ.
ຈຸດປະສົງໃນການເຄື່ອນໄຫວຄັ້ງນີ້ ເພື່ອຊຸກຍູ້ ຕິດຕາມເກັບກຳສະພາບການເຄື່ອນໄຫວຈັດຕັ້ງປະຕິບັດວຽກງານກຳມະບານ ຢູ່ພາຍໃນສູນອົງຄະທຽມ 686 ໃນໄລຍະຜ່ານມາ ໃຫ້ມີຄວາມຮັດກຸມ ແລະ ຕໍ່ເນື່ອງ; ສ້າງຂວັນກຳລັງໃຈ ເປັນການຢ້ຽມຢາມຖາມຂ່າວຄາວ ແລະ ມອບເຄື່ອງອຸປະໂພກ-ບໍລິໂພກ ໃຫ້ແກ່ພະນັກງານ ແລະ ຜູ້ທີ່ກຳລັງປິ່ນປົວ-ຟື້ນຟູສະມັດຕະພາບ ຢູ່ພາຍໃນສູນ ພ້ອມທັງ ຮັບຟັງຂໍ້ສະເໜີ, ຂໍ້ດວກ, ຂໍ້ຫຍຸ້ງຍາກຕ່າງໆ ຂອງສະມາຊິກກຳມະບານ ເພື່ອຊອກຫາທາງຊ່ວຍເຫຼືອ ແລະ ປັບປຸງຊີວິດການເປັນຢູ່ ໃຫ້ດີຂຶ້ນ.
ໃນໂອກາດນີ້, ສະຫາຍ ພັນເອກ ສຸວັນນີ ດວງປະເສີດ ໄດ້ເນັ້ນໜັກໃຫ້ຄະນະຮັບຜິດຊອບສູນ ກໍຄືສະມາຊິກກຳມະບານ ເອົາໃຈໃສ່ຍົກສູງຄວາມຮັບຜິດຊອບ, ສືບຕໍ່ປະຕິບັດໜ້າທີ່ຊ່ວຍປວງຊົນ, ເບິ່ງແຍງປິ່ນປົວຜູ້ເຂົ້າຮັບການຟື້ນຟູຢ່າງມີຄຸນນະພາບ, ພ້ອມທັງເສີມຂະຫຍາຍມູນເຊື້ອຄວາມສາມັກຄີພາຍໃນໃຫ້ແໜ້ນແຟ້ນຍິ່ງໆ ຂຶ້ນ.
ໂດຍ: ໄພລິນ ບຸນຍັງ
news to day and hot news
ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ
ຂ່າວມື້ນີ້
ຂ່າວຍອດນິຍົມ
ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ















