ຫ້ອງການຄະນະກຳມະການ ປກຊ-ປກສ ສູນກາງເຊື່ອມຊຶມມະຕິກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດ ຄັ້ງທີ XII ຂອງພັກ
ເວລາອອກຂ່າວ: 2026-08-07 12:42:22 | ຜູ້ຂຽນ : admin2 | ຈຳນວນຄົນເຂົ້າຊົມ: 980 | ຄວາມນິຍົມ: ![]()
ວັນທີ 7 ສິງຫາ 2026 ນີ້, ຫ້ອງການຄະນະກຳມະການ ປກຊ-ປກສ ສູນກາງ ໄດ້ເຜີຍແຜ່ເຊື່ອມຊຶມມະຕິກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດ ຄັ້ງທີ XII ຂອງພັກ ແລະ ມອບໃບຢັ້ງຢືນໜ່ວຍພັກປອດໃສ ເຂັ້ມແຂງ ໜັກແໜ້ນ, ໂດຍການເປັນປະທານ ຂອງສະຫາຍ ພົນຈັດຕະວາ ບົວວັນ ອາດຖະໜາໄຊ ເລຂາຄະນະພັກຮາກຖານ, ຫົວໜ້າຫ້ອງການຄະນະກຳມະການ ປກຊ-ປກສ ສູນກາງ, ມີຄະນະພັກ-ຄະນະບັນຊາ, ພະແນກການ ແລະ ສະມາຊິກພັກ ເຂົ້າຮ່ວມ.
ສະຫາຍ ພົນຈັດຕະວາ ຈິດຖະໜອມ ບຸນເລີດ ກຳມະການຄະນະພັກຮາກຖານ, ຮອງຫົວໜ້າ ຫ້ອງການຄະນະກຳມະການ ປກຊ-ປກສ ສູນກາງ ໄດ້ເຜີຍແຜ່ມະຕິກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດ ຄັ້ງທີ XII ຂອງພັກປະຊາຊົນປະຕິວັດລາວ; ຈາກນັ້ນ, ສະຫາຍ ພັນໂທ ນາງ ແສງສຸລີ ແກ້ວປະເສີດ ກຳມະການຄະນະພັກຮາກຖານ ເລຂາໜ່ວຍພັກ ຫົວໜ້າພະແນກແຜນການ-ສັງລວມ ຫ້ອງການຄະນະກຳມະການ ປກຊ-ປກສ ສູນກາງ ໄດ້ຜ່ານບົດສະຫຼຸບການກໍ່ສ້າງ ໜ່ວຍພັກປອດໃສ ເຂັ້ມແຂງ ໜັກແໜ້ນ ປະຈຳປີ 2025 ແລະ ວາງທິດທາງແຜນການ ປະຈໍາປີ 2026 ຍົກໃຫ້ເຫັນດ້ານດີ, ດ້ານອ່ອນ ແລະ ບາງບົດຮຽນທີ່ຖອດຖອນໄດ້ໃນໄລຍະ 1 ປີຜ່ານມາ, ຄະນະພັກຮາກຖານ, ຄະນະໜ່ວຍພັກ ໄດ້ເອົາໃຈໃສ່ໃນການສຶກສາອົບຮົມໃຫ້ພະນັກງານ, ສະມາຊິກພັກ ມີສະຕິເຄົາລົບການຈັດຕັ້ງປະຕິບັດກົດລະບຽບຂອງພັກ, ກົດໝາຍຂອງລັດ, ຂໍ້ກຳນົດ, ກົດລະບຽບຂອງກອງທັບ ແລະ ກຳລັງ ປກສ; ຍຶດໝັ້ນ ແລະ ປະຕິບັດຢ່າງເຂັ້ມງວດ 5 ຫຼັກການ 3 ທິດນໍາໃນການກໍ່ສ້າງ ແລະ ປັບປຸງພັກ ເປັນຕົ້ນ ເອົາໃຈໃສ່ຈັດຕັ້ງດໍາເນີນຊີວິດການເມືອງພາຍໃນພັກເປັນປົກກະຕິ, ທັງສາມາດຮັບປະກັນ ແລະ ເສີມຂະຫຍາຍໄດ້ລັກສະນະນໍາພາ, ລັກສະນະສຶກສາອົບຮົມ ແລະ ລັກສະນະຕໍ່ສູ້ຢູ່ພາຍໃນໜ່ວຍພັກ; ຖືສໍາຄັນໃນການເຜີຍແຜ່, ກວດກາ, ຕິດຕາມ, ປຸກລະດົມຊຸກຍູ້ ແລະ ນໍາພາ-ຊີ້ນໍາການຈັດຕັ້ງປະຕິບັດບັນດາວຽກງານ ຢ່າງແທດເຖິງກັບຕົວຈິງ; ຍົກສູງໄດ້ບົດບາດນໍາໜ້າ, ເປັນແບບຢ່າງທີ່ດີ ຂອງສະມາຊິກພັກໃນການເຄື່ອນໄຫວປະຕິບັດ ໜ້າທີ່ວຽກງານ, ດຳລົງຊີວິດດ້ວຍຄວາມປອດໃສ, ເຮັດໃຫ້ພາຍໃນພັກມີຄວາມໂປ່ງໃສ; ຖືສໍາຄັນໃນການຄຸ້ມຄອງ, ຕີລາຄາຄຸນນະພາບຂອງສະມາຊິກພັກ, ໜ່ວຍພັກ, ຄະນະພັກຮາກຖານຢ່າງເປັນປົກກະຕິ; ເອົາໃຈໃສ່ຮັກສາມູນເຊື້ອ ກອງເຂັ້ມແຂງ-ຄະນະພັກຮາກຖານຮູ້ນໍາພາຮອບດ້ານ; ໜ່ວຍພັກປອດໃສ ເຂັ້ມແຂງ ໜັກແໜ້ນ ເຊິ່ງສະແດງອອກຄື: ສາມາດຮັກສາມູນເຊື້ອກອງເຂັ້ມແຂງ-ຄະນະພັກຮາກຖານຮູ້ນໍາພາຮອບດ້ານ 11 ປີຕິດຕໍ່ກັນ, ພ້ອມທັງ ມີ 4 ໜ່ວຍພັກທີ່ໄດ້ການຮັບຮອງເປັນໜ່ວຍພັກປອດໃສ ເຂັ້ມແຂງ ໜັກແໜ້ນ 6 ຄັ້ງຕິດຕໍ່ກັນ (ປະຈຳປີ 2019-2024) ແລະ ຜ່ານມະຕິຕົກລົງ ຂອງຄະນະພັກກະຊວງປ້ອງກັນປະເທດ ວ່າດ້ວຍການມອບໃບຢັ້ງຢືນໜ່ວຍພັກປອດໃສ ເຂັ້ມແຂງ ໜັກແໜ້ນ ໃຫ້ໜ່ວຍພັກທີ່ຂຶ້ນກັບຄະນະພັກຮາກຖານ ຫ້ອງການຄະນະກຳມະການ ປກຊ-ປກສ ສູນກາງ ປະຈໍາປີ 2025 ຈໍານວນ 4 ໜ່ວຍພັກ.
ໂດຍ: ອານຸສອນ ສິມວົງສາ
news to day and hot news
ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ
ຂ່າວມື້ນີ້
ຂ່າວຍອດນິຍົມ
ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ















