ກອງທັບປະຊາຊົນລາວ
 
ວັນພະຫັດ, ວັນທີ 10 ກັນຍາ 2026

  

ຄະນະພັກ ວິທະຍາຄານການແພດກອງທັບ ສະຫຼຸຸບການສ້າງໜ່ວຍພັກປອດໃສ ເຂັ້ມແຂງ ໜັກແໜ້ນ ປະຈໍາປີ 2026
ເວລາອອກຂ່າວ: 2026-08-07 13:21:48 | ຜູ້ຂຽນ : admin2 | ຈຳນວນຄົນເຂົ້າຊົມ: 826 | ຄວາມນິຍົມ:



ວັນທີ 7 ສິງຫາ 2026 ນີ້ ຄະນະພັກ ວິທະຍາຄານການແພດກອງທັບ ໄດ້ສະຫຼຸບການສ້າງໜ່ວຍພັກປອດໃສ ເຂັ້ມແຂງ ໜັກແໜ້ນ ປະຈໍາປີ 2026 ແລະ ວາງທິດທາງແຜນການ ປະຈໍາປີ 2027, ໂດຍການເປັນປະທານ ຂອງສະຫາຍ ພົນຈັດຕະວາ ຮສ ປອ ຈັນສະໝອນ ມະຫາວົງ ຄະນະປະຈໍາພັກ, ຮອງເລຂາຄະນະພັກ, ຫົວໜ້າການທະຫານ ວິທະຍາຄານການແພດກອງທັບ, ມີຄະນະພັກ, ໜ່ວຍພັກ ແລະ ສະມາຊິກພັກ ເຂົ້າຮ່ວມ. ສະຫາຍ ພັນໂທ ເອກສະໝອນ ຈັນດາວົງ ກຳມະການຄະນະພັກ, ປະທານກວດກາພັກ, ຫົວໜ້າຫ້ອງການເມືອງ ວິທະຍາຄານການແພດກອງທັບ ໄດ້ຜ່ານບົດສະຫຼຸບການກໍ່ສ້າງໜ່ວຍພັກປອດໃສ ເຂັ້ມແຂງ ໜັກແໜ້ນ ປະຈໍາປີ 2026 ແລະ ທິດທາງແຜນການ ປະຈໍາປີ 2027. ໃນໄລຍະຜ່ານມາ, ໂດຍໄດ້ຮັບການນໍາພາ-ຊີ້ນໍາ ໂດຍກົງ ຂອງຄະນະພັກກະຊວງປ້ອງກັນປະເທດ ກໍຄືຄະນະພັກວິທະຍາຄານການແພດກອງທັບ ທີ່ໃກ້ຊິດຕິດແທດ, ນອກຈາກການສ້າງບຸກຄະລາກອນທາງການແພດໃຫ້ກະຊວງປ້ອງກັນປະເທດ ຍັງໄດ້ຖືເອົາວຽກງານສຶກສາອົບຮົບການເມືອງ-ນໍາພາແນວຄິດເປັນກົກ, ນໍາເອົາມະຕິ, ຄໍາສັ່ງເອກະສານແຈ້ງການຕ່າງໆ ມາເຜີຍແຜ່, ຜັນຂະຫຍາຍ ແລະ ຈັດຕັ້ງປະຕິບັດ ຫັນເອົາການສ້າງສະມາຊິກພັກ ທີ່ມີຄຸນນະພາບ, ໜ່ວຍພັກປອດໃສ ເຂັ້ມແຂງ ໜັກແໜ້ນ ເຂົ້າເປັນວຽກງານໜຶ່ງໃນໜ້າທີ່ວຽກງານ ເຮັດໃຫ້ສະມາຊິກພັກມີຄວາມເຊື່ອໝັ້ນຕໍ່ການນໍາພາຂອງພັກ, ກົດໝາຍຂອງລັດ ເຮັດສໍາເລັດໜ້າທີ່ ທີ່ໄດ້ຮັບມອບໝາຍ ກາຍເປັນແບບຢ່າງໃຫ້ໜ່ວຍພັກ ແລະ ຫຼາຍກົມກອງ. ໃນປີ 2026 ຜ່ານການປະເມີນ ແລະ ກວດກາສາມາດຢັ້ງຢືນໄດ້ ໜ່ວຍພັກປອດໃສ ເຂັ້ມແຂງ ໜັກແໜ້ນ ປະເພດແຂງ 12 ໜ່ວຍພັກ, ປະເພດກາງ 2 ໜ່ວຍພັກ. ຈາກນັ້ນ, ໄດ້ມອບໃບຢັ້ງຢືນໃຫ້ບັນດາໜ່ວຍພັກທີ່ໄດ້ຮັບການຢັ້ງຢືນຮັບຮອງເປັນໜ່ວຍພັກປອດໃສ ເຂັ້ມແຂງ ໜັກແໜ້ນ ປະຈໍາປີ 2026. ພ້ອມນັ້ນ, ຍັງໄດ້ຜ່ານລັດຖະດໍາລັດ ຂອງປະທານປະເທດ ແລະ ດໍາລັດ ຂອງນາຍົກລັດຖະມົນຕີ ວ່າດ້ວຍການປະດັບຫຼຽນໄຊແຮງງານ, ຫຼຽນກາແຮງງານ ແລະ ໃບຍ້ອງຍໍລັດຖະບານ ໃຫ້ນາຍ ແລະ ພົນທະຫານ ຢູ່ ວິທະຍາຄານການແພດກອງທັບ ທີ່ມີຜົນງານປະກອບສ່ວນເຂົ້າໃນການປະຕິບັດໜ້າທີ່ວຽກງານປ້ອງກັນຊາດ-ປ້ອງກັນຄວາມສະຫງົບ ຕະຫຼອດໄລຍະ 5 ປີ (2019-2024), ເນື່ອງໃນໂອກາດສະເຫຼີມສະຫຼອງວັນສ້າງຕັ້ງກອງທັບປະຊາຊົນລາວ ຄົບຮອບ 75 ປີ ໃນນີ້, ມອບຫຼຽນໄຊແຮງງານ ຊັ້ນ II ຈໍານວນ 5 ສະຫາຍ, ຫຼຽນໄຊແຮງງານ ຊັ້ນ III ຈໍານວນ 19 ສະຫາຍ, ຫຼຽນກາແຮງງານ ຈໍານວນ 23 ສະຫາຍ ແລະ ໃບຍ້ອງຍໍລັດຖະບານ 30 ສະຫາຍ. ໂອກາດນີ້, ສະຫາຍ ພົນຈັດຕະວາ ຮສ ປອ ຈັນສະໝອນ ມະຫາວົງ ໄດ້ເນັ້ນໜັກຫຼາຍບັນຫາສໍາຄັນ ຕື່ມອີກ. ໂດຍ: ພຸດທະພອນ ລັດດານາວ



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ