ກອງທັບປະຊາຊົນລາວ
 
ວັນພະຫັດ, ວັນທີ 10 ກັນຍາ 2026

  

ຫ້ອງການຊາວໜຸ່ມກອງທັບ ສະຫຼຸບວຽກງານຮອບດ້ານ ປະຈຳ 6 ເດືອນຕົ້ນປີ 2026
ເວລາອອກຂ່າວ: 2026-08-07 14:11:38 | ຜູ້ຂຽນ : admin2 | ຈຳນວນຄົນເຂົ້າຊົມ: 907 | ຄວາມນິຍົມ:



ວັນທີ 7 ສິງຫາ 2026 ນີ້, ຫ້ອງການຊາວໜຸ່ມກອງທັບ ໄດ້ສະຫຼຸບວຽກງານຮອບດ້ານ ປະຈຳ 6 ເດືອນຕົ້ນປີ ແລະ ວາງທິດທາງແຜນການ 6 ເດືອນທ້າຍປີ 2026, ໂດຍການເປັນປະທານ ຂອງສະຫາຍ ພັນເອກ ຫົງທອງ ສີຊານົນ ຫົວໜ້າຫ້ອງການຊາວໜຸ່ມກອງທັບ, ມີຄະນະຫ້ອງການຊາວໜຸ່ມ, ຫົວໜ້າ-ຮອງຫົວໜ້າພະແນກ, ແຂກຖືກເຊີນ ແລະ ພະນັກງານ-ນັກຮົບ ເຂົ້າຮ່ວມ. ສະຫາຍ ພັນໂທ ສຸລິບັນ ສໍພາບປັນຍາ ຮອງຫົວໜ້າຫ້ອງການຊາວໜຸ່ມກອງທັບ ໄດ້ຜ່ານບົດສະຫຼຸບການເຄື່ອນໄຫວວຽກງານປະຈຳ 6 ເດືອນຕົ້ນປີ ໃຫ້ຮູ້ວ່າ: ຜ່ານມາ, ຄະນະຫ້ອງການຊາວໜຸ່ມເອົາໃຈໃສ່ເຮັດວຽກງານສຶກສາອົບຮົມການເມືອງ-ນໍາພາແນວຄິດໃຫ້ພະນັກງານ-ສະມາຊິກພັກ ມີຄວາມອຸ່ນອຽນທຸ່ນທ່ຽງ ຜ່ານຜ່າຂໍ້ຫຍຸ້ງຍາກ ເພື່ອເຮັດສຳເລັດໜ້າທີ່, ຍົກສູງສະຕິລະວັງຕົວ ແລະ ຄວາມຮັບຜິດຊອບການເມືອງ ໂດຍສະເພາະແມ່ນ ຊີ້ນໍາພະນັກງານ-ສະມາຊິກພັກພາຍໃນຫ້ອງການຊາວໜຸ່ມກອງທັບ ຄົ້ນຄວ້າເຊື່ອມຊຶມ ກຳແໜ້ນແນວທາງນະໂຍບາຍຂອງພັກ-ລັດ, ຂໍ້ກຳນົດ, ກົດລະບຽບຂອງກອງທັບ ແລະ ຂອງຊາວໜຸ່ມ ພ້ອມທັງ ຈັດຕັ້ງຜັນຂະຫຍາຍເຂົ້າໃນວຽກງານໃຫ້ສອດຄ່ອງ ແລະ ແທດເໝາະກັບເງື່ອນໄຂຕົວຈິງ. ໜ່ວຍພັກ ໄດ້ເອົາໃຈໃສ່ປະຕິບັດວຽກງານປັບປຸງກໍ່ສ້າງພັກ ຕາມ 5 ຫຼັກການ ແລະ 3 ທິດນໍາຂອງພັກ, ໄດ້ຊີ້ນໍາຄະນະຊາວໜຸ່ມກົມກອງຮາກຖານ ຈັດຕັ້ງຂະບວນການຕ່າງໆ ເພື່ອຂໍ່ານັບຮັບຕ້ອນ ບັນດາວັນສໍາຄັນຂອງຊາດ, ຂອງພັກ ແລະ ຂອງກອງທັບ ໂດຍສະເພາະແມ່ນການຈັດຕັ້ງສະເຫຼີມສະຫຼອງ 3 ວັນປະຫວັດສາດ ແລະ ວັນ ສ້າງຕັ້ງ ຄະນະຊາວໜຸ່ມປະຊາຊົນປະຕິວັດລາວ ຄົບຮອບ 71 ປີ, ສໍາເລັດການປັບປຸງຂໍ້ກຳນົດ ວ່າດ້ວຍທີ່ຕັ້ງພາລະ ແລະ ບົດບາດ, ອົງປະກອບສິດ ແລະ ໜ້າທີ່ ຂອງພະແນກ, ຂະແໜງ, ຄະນະບໍລິຫານງານ ແລະ ຊາວໜຸ່ມຮາກຖານ ຂອງກອງທັບປະຊາຊົນລາວ ແລະ ຂໍ້ກຳນົດ ຂອງຄະນະປະຈຳພັກກະຊວງປ້ອງກັນປະເທດ ກ່ຽວກັບວຽກງານຊາວໜຸ່ມໃນກອງທັບປະຊາຊົນລາວ ແລະ ເຄື່ອນໄຫວຊຸກຍູ້ວຽກງານຂະບວນການຊາວໜຸ່ມ, ຈັດຕັ້ງເຜີຍແຜ່ມະຕິກອງປະຊຸມຜູ້ແທນຊາວໜຸ່ມທົ່ວກອງທັບ. ຈາກນັ້ນ, ສະຫາຍ ພັນໂທ ທານິນ ບຸນເນົາ ຮອງຫົວໜ້າຫ້ອງການຊາວໜຸ່ມກອງທັບ ໄດ້ຜ່ານຂໍ້ຕົກລົງ ຂອງກະຊວງປ້ອງກັນປະເທດ ວ່າດ້ວຍການມອບຫຼຽນໄຊພິລະອາດຫານ, ລັດຖະດໍາລັດ ຂອງປະທານປະເທດ ແລະ ດໍາລັດ ຂອງນາຍົກລັດຖະມົນຕີ ວ່າດ້ວຍການປະດັບຫຼຽນໄຊແຮງງານ ແລະ ຫຼຽນກາແຮງງານ ໃຫ້ນາຍ ແລະ ພົນທະຫານ ຢູ່ ຫ້ອງການຊາວໜຸ່ມກອງທັບ ທີ່ມີຜົນງານປະກອບສ່ວນເຂົ້າໃນການປະຕິບັດໜ້າທີ່ວຽກງານປ້ອງກັນຊາດ-ປ້ອງກັນຄວາມສະຫງົບ ຕະຫຼອດໄລຍະ 5 ປີ (2019-2024), ເນື່ອງໃນໂອກາດສະເຫຼີມສະຫຼອງວັນສ້າງຕັ້ງກອງທັບປະຊາຊົນລາວ ຄົບຮອບ 75 ປີ ໃນນີ້, ມອບຫຼຽນໄຊພິລະອາດຫານ ຊັ້ນ II ຈຳນວນ 1 ສະຫາຍ, ມອບຫຼຽນໄຊແຮງງານ ຊັ້ນ II ຈຳນວນ 7 ສະຫາຍ, ຫຼຽນໄຊແຮງງານ ຊັ້ນ III ຈຳນວນ 3 ສະຫາຍ ແລະ ຫຼຽນກາແຮງງານ ຈຳນວນ 1 ສະຫາຍ. ພ້ອມດຽວກັນນີ້, ຍັງໄດ້ຜ່ານຄຳສັ່ງຍົກຍ້າຍ ຂອງກົມໃຫຍ່ການເມືອງກອງທັບ ໃນນັ້ນ, ຍົກຍ້າຍຈາກ ກອງວາລະສານປ້ອງກັນຊາດ ແລະ ກອງພັນ 1.60 ຈຳນວນ 2 ສະຫາຍ ມາເຮັດໜ້າທີ່ວິຊາສະເພາະ ຢູ່ຫ້ອງການຊາວໜຸ່ມກອງທັບ ຕື່ມອີກ. ໂດຍ: ອະວິໄຊ+ພອນໄຊ ພອນສະຫວັນ



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ